ບໍລິສັດທາງດ່ວນ ລາວ – ຈີນ ຫາລືກັບສື່ ເພື່ອໂຄສະນາເຜີຍແຜ່ສ້າງຄວາມເຂົ້າໃຈໃຫ້ສັງຄົມ

289

ໃນວັນທີ 8 ເມສາ 2021 ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນຄຳເຫັນ ແລະ ປຶກສາຫາລືກ່ຽວກັບການໂຄສະນາ ຂໍ້ມູນ – ຂ່າວສານທາງດ່ວນ ວຽງຈັນ – ວັງວຽງ ລະຫວ່າງຄະນະສື່ມວນຊົນລາວ ກັບ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ – ຈີນ ຈຳກັດ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງ ຖວທ ແລະ ທ່ານ ມາຫົງຫວາງ ຮອງປະທານຮ່ວມທຶນພັດທະນາທາງດ່ວນ ລາວ – ຈີນ, ມີບັນດາຜູ້ອຳນວຍການ, ບັນນາທິການ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ຈຸດປະສົງໃນການພົບປະເພື່ອສ້າງຄວາມເຂົ້າໃຈກ່ຽວກັບການນຳໃຊ້ທາງດ່ວນ ເພື່ອໃຫ້ບັນດາສື່ມວນຊົນໄດ້ຮັບຮູ້ເຂົ້າໃຈນໍາເອົາຂໍ້ມູນດັ່ງກ່າວໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນ ແລະ ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງ ຂວາງ. ພ້ອມກັນນີ້, ກໍເພື່ອໃຫ້ບັນດາສື່ຕ່າງໆອອກຂ່າວຖືກຕ້ອງຕາມຂໍ້ມູນຄວາມເປັນຈິງ, ສຳຄັນຂໍໃຫ້ປະຊາຊົນຕິດຕາມຂ່າວຈາກສື່ທາງການເທົ່ານັ້ນ.

อาจเป็นรูปภาพของ ยานพาหนะ, ท้องฟ้า, ถนน และต้นไม้

อาจเป็นรูปภาพของ ยานพาหนะ และถนน

ທ່ານ ມາຫົງຫວາງ ລາຍງານໃຫ້ຮູ້ວ່າ: ທາງດ່ວນນະຄອນຫຼວງວຽງຈັນ – ວັງວຽງ ແມ່ນທາງດ່ວນເສັ້ນທໍາອິດຂອງ ສປປ ລາວ ມີຄວາມຍາວປະມານ 111 ກິໂລແມັດ ແລະ ກໍເປັນໂຄງການຍຸດທະສາດທີ່ສໍາຄັນເຊື່ອມໂຍງລະຫວ່າງຍຸດທະສາດ “ ຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ” ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ, ໂດຍໄດ້ຮັບການສະໜັບສະໜູນຈາກສອງພັກ – ລັດ ແລະ ປັດຈຸບັນການເດີນທາງລະຫວ່າງ ນະຄອນຫຼວງວຽງຈັນ ຫາ ວັງວຽງ ໂດຍນໍາໃຊ້ທາງດ່ວນແມ່ນໃຊ້ເວລາພຽງແຕ່ 1 ຊົ່ວໂມງກວ່າ, ເຮັດໃຫ້ສາມາດປະຢັດເວລາໄດ້ 2 ຊົ່ວໂມງ ຈາກເດີມທີ່ໃຊ້ເວລາປະມານ 3,5 ຊົ່ວໂມງ ໃນການເດີນທາງ ເຊິ່ງສ້າງ ຄວາມສະດວກສະບາຍໃນການເດີນທາງ, ປະຢັດເວລາ, ປະຢັດນໍ້າມັນລົດ.

อาจเป็นรูปภาพของ ยานพาหนะ และถนน

อาจเป็นรูปภาพของ ยานพาหนะ, ท้องฟ้า และถนน

ພ້ອມນີ້, ທ່ານຍັງໄດ້ລາຍງານກ່ຽວກັບການຄຸ້ມຄອງບໍລິຫານທາງດ່ວນວ່າໄດ້ພົບບັນຫາຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ການບໍລິການແກ່ປະຊາຊົນ ເຊັ່ນ: ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕາມທາງດ່ວນຖືກມ້າງເພທຳລາຍເປັນສາເຫດຂອງການເກີດອຸບັດເຫດ ໂດຍນັບແຕ່ທາງດ່ວນໄດ້ເປີດນໍາໃຊ້ຕັ້ງແຕ່ວັນທີ 20 ທັນວາ 2020 ຈົນເຖິງປັດຈຸບັນ ມີຮົ້ວອ້ອມ 135 ຈຸດທີ່ຖືກມ້າງເພທໍາລາຍ ເຮັດໃຫ້ສັດເຂົ້າໄປໃນທາງດ່ວນ, ມີການລັກສາຍໄຟ, ເກີດມີບັນຫາການລາຍງານຂ່າວທາງສື່ອອນລາຍທີ່ບໍ່ຖືກຕ້ອງຕາມ ຄວາມເປັນຈິງ ແລະ ອອກຂ່າວໃນຮູບແບບໃສ່ຮ້າຍປ້າຍສີທາງດ່ວນ, ສ້າງຜົນເສຍຫາຍຕໍ່ພາບພົດຂອງລັດຖະບານລາວ ແລະ ພ້ອມທັງໄດ້ຕອບຄຳຊັກຖາມຂອງບັນດາສື່ຕ່າງໆທີ່ກ່ຽວຂ້ອງກັບບັນຫາສັງຄົມສ່ອງແສງເຖິງທາງດ່ວນ ເພື່ອໃຫ້ບໍລິສັດປັບປຸງແກ້ໄຂໃຫ້ແທດເໝາະ ແລະ ດີຂຶ້ນ.