ໃກ້ເປັນຄວາມຈິງ! ຊຽງຂວາງ ເກມ ກໍານົດແຂ່ງຂັນທ້າຍປີນີ້ແຂ່ງເທື່ອລະປະເພດໄປຕາມຄວາມເໝາະສົມ

510

ງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ( ຊຽງຂວາງ ເກມ ) ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດການແຂ່ງຂັນ ຫຍັບເຂົ້າໃຫ້ຄວາມເປັນຈິງທີ່ຈະໄດ້ແຂ່ງຂັນຢ່າງເປັນທາງການ ຫຼັງການລາຍງານຄັ້ງຫຼ້າສຸດໃນເດືອນເມສານີ້ວ່າ ຈະແຂ່ງຂັນຮູບແບບໃໝ່ ກໍຄືຈະຈັດເທື່ອລະປະເພດກີລາໄປ ຕາມຄວາມເໝາະສົມ ຕ່າງກັບຄັ້ງທີ່ຜ່ານມາແມ່ນຈັດຫຼາຍໆປະເພດກີລາພ້ອມກັນ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ຂຶ້ນກ່າວລາຍງານໃນກອງປະຊຸມພົບປະ ເພື່ອເປັນການຊີ້ນຳໆພາ ສົ່ງເສີມການບໍລິຫານວຽກງານກີລາ, ພະລະ ແລະ ສິລະປະ ເມື່ອວັນທີ 6 ເມສາ 2021 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ວ່າ: ກົມກິລາລະດັບສູງໄດ້ສົມທົບກັບຄະນະກຳມະການກີລາໂອແລມປິກ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດກອງປະຊຸມປືກສາຫາລືຮ່ວມກັບ ຄະນະນຳຂອງແຂວງຊຽງຂວາງ ໃນການກະກຽມຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

“ ມາປັດຈຸບັນ ແມ່ນກໍາລັງກະກຽມປັບປຸງຄະນະຮັບຜິດຊອບລະດັບຊາດຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ ແຂວງຊຽງຂວາງ ຂຶ້ນໃໝ່ ພ້ອມນັ້ນກໍຈະໄດ້ນຳສະເໜີຮູບແບບການຈັດການແຂ່ງຂັນ ກີລາແຕ່ລະປະເພດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຄື້ນໃໝ່ ໂດຍຈະຈັດແຂ່ງຂັນເທື່ອລະປະເພດໄປຕາມລໍາດັບ ແລະ ຕາມຄວາມເໝາະສົມ ໃນໄລຍະທ້າຍປີ 2021 ເຊິ່ງຈະຕ່າງກັບຄັ້ງທີ່ຜ່ານມາທີ່ຈັດພ້ອມ ” ທ່ານ ແສງພອນ ກ່າວ.

ເບິ່ງຄລິບການລາຍງານຄວາມເຄື່ອນໄຫວເພີ່ມຕື່ມໄດ້ທີ່ລີ້ງ:

ສໍາລັບ ງານມະຫາກໍາກີລາແຫ່ງຊາດ ແມ່ນຈັດຂຶ້ນທຸກໆ 4 ປີ ເຊິ່ງຄັ້ງຫຼັງສຸດແມ່ນ ອຸດົມໄຊ ເກມ ປີ 2014 ແມ່ນສໍາເລັດໄປດ້ວຍຄວາມຈົບງາມ, ແຕ່ ແຂວງຊຽງຂວາງ ເປັນເຈົ້າພາບແມ່ນເລື່ອນມາແລ້ວ 4-5 ຄັ້ງເລີ່ມແຕ່ປິີ 2018 ຈົນມາຮອດປັດຈຸບັນກໍຍັງບໍ່ສາມາດເກີດຂຶ້ນ ເນື່ອງຈາກພົບກັບບັນຫາຫຍຸ້ງຍາກຕ່າງໆ ເຊັ່ນດຽວກັບປີ 2021 ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ທາງຄະນະຈັດການແຂ່ງຂັນກຽມຈັດການແຂ່ງຂັນເທື່ອລະປະເພດກີລາ ໄປຕາມຄວາມເໝາະສົມໂດຍຄາດວ່າ ຈະເລີ່ມແຂ່ງໃນເດືອນຕຸລາເປັນຕົ້ນໄປ ຈະຕ່າງກັບຄັ້ງທີ່ຜ່ານມາ ແມ່ນແຂ່ງຂັນຫຼາຍໆປະເພດກີລາພ້ອມກັນ.


ຂ່າວ: ຄໍາສອນ; ຮູບ: ສອນໄຊ