ປູກໝາກເຫຼ່ນ ສ້າງເສດຖະກິດໄດ້ຫາກໃຈອົດທົນ

372

ໝາກເຫຼ່ນເປັນພືດທີ່ນິຍົມປູກຫຼາຍ ເພາະສາມາດມາປະກອບອາຫານໄດ້ຫຼາຍຢ່າງ ແລະ ເປັນສິນຄ້າລາຄາດີ ເຊິ່ງປັດຈຸບັນໝາກເຫຼ່ນຍັງເປັນວັດຖຸດິບປ້ອນເຂົ້າໂຮງງານເຮັດເປັນຜະລິດຕະພັນອອກສູ່ຕະຫຼາດໄດ້ຫຼາຍຊະນິດ ເຊັ່ນ: ຊັອດໝາກເຫຼ່ນ, ໝາກເຫຼ່ນດອງ ແລະ ອື່ນໆ.

ລັກສະນະທົ່ວໄປຂອງໝາກເຫຼ່ນ ແມ່ນຈະເລີນເຕີບໂຕໄວ ແຕ່ດິນທີ່ມີຄວາມເໝາະສົມແມ່ນດິນຊາຍ ຫຼື ເປັນດິນທີ່ມີອິນຊີວັດຖຸສູງທີ່ມີການລະບາຍນ້ຳໄດ້ດີເປັນພືດທີ່ຕ້ອງການແສງແດດ.

1. ຂັ້ນຕອນກະກຽມດິນ

ກ່ອນກຽມໜານກ້າເຮົາຄວນຂຸດ ຫຼື ໄຖໃຫ້ເລິກປະມານ 20 ຊັງຕີແມັດ, ຕາກແດດໃຫ້ແຫ້ງປະມານ 5 – 7 ວັນ, ຈາກນັ້ນໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມ ພວນດິນຍົກເປັນໜານ.

2. ແນວພັນທີ່ໃຊ້ປູກ

ແນວພັນທີ່ໃຊ້ປູກສ່ວນຫຼາຍໃນບ້ານເຮົາແມ່ນມີ 2 ປະເພດ ແນວພັນໃຫຍ່ ເຊິ່ງນິຍົມໃສ່ຍຳສະຫຼັດ ແລະ ປະດັບຈານອາຫານຕ່າງໆມີລັກສະນະໃຫຍ່, ກົມ ເວລາໝາກອ່ອນຈະເປັນສີຂຽວ ເວລາສຸກຈະເປັນສີແດງເຂັ້ມກິນແຊບ, ຊີ້ນໜາເປືອກບໍ່ໜຽວ; ແນວພັນນ້ອຍ ມີລັກສະນະສີບົວ ຫຼື ສີແດງມີລົດຊາດສົ້ມ ນິຍົມໃສ່ປະເພດຕໍາ ແລະ ການປຸງແຕ່ງອາຫານຫຼາຍປະເພດ.

อาจเป็นรูปภาพของ มะเขือเทศ และกลางแจ้ง

3. ວິທີການປູກໝາກເຫຼ່ນ

ຫຼັງຈາກກະກຽມແລ້ວໃຫ້ເຮັດເປັນຮ່ອງ ເປັນແຖວເລິກປະມານ 1 ຊັງຕີແມັດ ຫ່າງກັນແຖວລະ 10 ແມັດ ໂຮຍເມັດລົງຕາມຮ່ອງແລ້ວປົກດ້ວຍຝຸ່ນຄອກ ຫຼື ດິນລະອຽດ ໃຊ້ເຟືອງແຫ້ງປົກເພື່ອຮັກສາຄວາມຊຸ່ມຊື່ນ, ຫຼັງຈາກເມັດງອກໄດ້ປະມານ 10 ວັນ ໃຫ້ຖອນແຍກອອກໃຫ້ຫ່າງກັນ ປະມານ 2 – 3 ຊັງຕີແມັດ ເມື່ອອາຍຸໄດ້ 25 – 30 ວັນ ຕົ້ນຈະສູງໃຫຍ່ປະມານ 12 – 13 ຊັງຕີແມັດ, ຖອນເບ້ຍທີ່ສົມບູນແຍກເອົາໄປປູກໄດ້. ສ່ວນການປູກແມ່ນເຮົາຕ້ອງຫຼົກເບ້ຍແລ້ວຕັດ 2 ໃບທຳອິດອອກ ນຳໄປປູກທັນທີເພື່ອໃຫ້ຕົ້ນພືດຕັ້ງໂຕໄດ້ໄວ ຖົມດິນຮອບຕົ້ນໃຫ້ແໜ້ນ, ຫົດນ້ຳໃຫ້ຊຸ່ມ ຫຼື ເຮົາອາດໃຊ້ຜ້າກັນບໍ່ໃຫ້ຖືກແສງແດດ 3 – 4 ວັນໃນຕອນປູກທຳອິດ.

อาจเป็นรูปภาพของ มะเขือเทศ และกลางแจ้ง

4. ການບົວລະບັດຮັກສາ

ໝາກເຫຼ່ນເປັນພືດທີ່ຕ້ອງການຝຸ່ນພໍສົມຄວນ. ດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໂດຍແນະນຳໃຫ້ໃຊ້ຝຸ່ນສູດ 15 – 15 – 15 ຫຼື 12 – 24 – 12 ອັດຕາໃສ່ແມ່ນ 300 ກິໂລ/ເຮັກຕາ ໂດຍແບ່ງເປັນ 3 ໄລຍະ ຄື: ໄລຍະທີໜຶ່ງແມ່ນໄລຍະຮອງພື້ນຕອນປູກພວນດິນປົກ; ໄລຍະທີສອງ ໃຫ້ໃສ່ເມື່ອພືດມີອາຍຸໄດ້ 10 – 15 ວັນ. ສ່ວນໄລຍະສຸດທ້າຍໃສ່ເມື່ອພືດອາຍຸໄດ້ 25 ວັນຂຶ້ນໄປ. ສ່ວນການໃຫ້ນ້ຳຄວນໃຫ້ນໍ້າຢ່າງພຽງພໍຢ່າປຽກເກີນໄປ ໂດຍເບິ່ງຄວາມຊຸ່ນຊື່ນຂອງໜານປູກ.

อาจเป็นรูปภาพของ มะเขือเทศ และกลางแจ้ง

5. ການເກັບກ່ຽວ

ໝາກເຫຼ່ນແຕ່ລະພັນມີອາຍຸການເກັບກ່ຽວທີ່ແຕກຕ່າງກັນ ໂດຍທົ່ວໄປແລ້ວໝາກເຫຼ່ນຈະແກ່ສຸກເປັນເກັບກ່ຽວໄດ້ເມື່ອອາຍຸ 75 – 80 ວັນ ຫຼັງຈາກຍ້າຍປູກ, ຖ້າປູກໝາກເຫຼ່ນສົ່ງຕະຫຼາດປະເພດໝາກສົດຄວນເລືອກຈາກໝາກສີຂຽວເປັນສີບົວບໍ່ຄວນໃຫ້ເປັນສີແດງສຸກຄາຕົ້ນ ເພາະຈະເຮັດໃຫ້ມີບັນຫາໃນການຂົນສົ່ງ, ການຈຳໜ່າຍ ຫຼື ເສຍຄຸນນະພາບ

( ທີ່ມາ: ກະເສດຍຸກໃໝ່ )