ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບກັບ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

1255

ໃນວັນທີ 8 ເມສາ 2021, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ລາວ-ໄທ.


ໃນການສົນທະນາຄັ້ງນີ້, ພະນະທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພະນະທ່ານ ປຣະຢຸດ ຈັນໂອຊາ ທີ່ໄດ້ສົ່ງຄໍາຊົມເຊີຍອັນອົບອຸ່ນ ໃນໂອກາດຮັບຕໍາແໜ່ງໃຫມ່ຂອງຕົນ ແລະ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໃນດ້ານການພັດທະນາຊັບພະຍາກອນມະນຸດ ທັງການສະໜອງທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົມໄລຍະສັ້ນ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະ ດ້ານສຶກສາທິການ ແລະ ກິລາ, ດ້ານກະສິກໍາ ແລະ ດ້ານສາທາລະນະສຸກ ຊຶ່ງແມ່ນວຽກບູລິມະສິດຂອງ ສປປ ລາວ. ນອກນີ້, ພະນະທ່ານ ພັນຄໍາ ວິພາວັນ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທ ໂດຍສະເພາະໃນສະພາບການແຜ່ລະບາດຮອບສອງທີ່ຜ່ານມາ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການໃຫ້ການສະໜັບສະໜູນ ສປປ ລາວ ໃນວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ລວມເຖິງການໃຫ້ຄວາມຊ່ວຍເຫຼືອແກ່ແຮງງານລາວທີ່ຍັງສືບຕໍ່ດໍາລົງຊີວິດຢູ່ໄທ, ພ້ອມທັງໄດ້ສະແດງຄວາມຫວັງວ່າ ລັດຖະບານໄທຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ແຮງງານລາວດັ່ງກ່າວ ເພື່ອເປັນກໍາລັງແຮງໃນການປະກອບສ່ວນໃນການພັດທະນາເສດຖະກິດຂອງໄທ.


ສອງຝ່າຍໄດ້ສະແດງຄວາມຊົມເຊີຍໃນໂອກາດການສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 70 ປີ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ແລະ ພາຍໃຕ້ບັນຍາກາດອັນໃໝ່ທີ່ສ້າງສັນ, ຊຶ່ງບັນດາກົນໄກການຮ່ວມມືຕ່າງໆ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ແລະ ມີໝາກຜົນ; ດ້ານການຮ່ວມມືເພື່ອການພັດທະນາລະຫວ່າງສອງປະເທດ ເຫັນວ່າມີໝາກຜົນຫຼາຍພໍສົມຄວນ ຫຼາຍໂຄງການມີຄວມຄືບໜ້າຢ່າງມີຜົນສໍາເລັດດີ; ດ້ານການຄ້າ ປະເທດໄທ ຍັງສືບຕໍ່ເປັນຄູ່ຮ່ວມການຄ້າອັນດັບໜຶ່ງຂອງ ສປປ ລາວ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ເພື່ອຢໍ້າຄືນເຖິງການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຕໍ່ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.


ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ທີ່ ພະນະທ່ານ ພັນຄໍາ ວິພາວັນ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ໃນລະຫວ່າງວັນທີ 22-26 ມີນາ 2021 ທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພະນະທ່ານ ພັນຄໍາ ວິພາວັນ ປະຊາຊົນ ແລະ ປະເທດລາວ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນຮຸ່ງເຮືອງຂຶ້ນເປັນກ້າວໆ.

 

ທີ່ມາ: ກະຊວງການຕ່າງປະເທດ