ຄິດບວກບໍ່ຈົມຢູ່ກັບບັນຫາ ພາດມື້ນີ້ ມື້ໜ້າເລີ່ມໃໝ່ໄດ້ ຄະຕິເດັດຈາກ ‘’ເທເລີ້ ສີສົມບັດ’’

290

ພາທຸກຄົນມາເບິ່ງການອັບເດດຜົນງານ ຂອງໜຸ່ມຫຼໍ່ຄົນນີ້ທີ່ມີຄວາມສາມາດຫຼາກຫຼາຍດ້ານ ບໍ່ວ່າຈະເປັນນັກຮ້ອງເພງ,ນາຍແບບ ແລະ ນັກສະແດງ  ປັດຈຸບັນກໍກາຍເປັນພະເອກໜຸ່ມສຸດຮັອດຂວັນໃຈສາວໆໄປແລ້ວກັບຜົນງານການສະແດງ ຊີຣີ ‘’ສະບາຍດີຊໍາເໜືອ’’ ເປັນໃຜໄປບໍ່ໄດ້ນອກຈາກໜຸ່ມຄົນນີ້ເລີຍ ເທເລີ້ ສີສົມບັດ ປະກົບຄູ່ກັບ ນາງເອກສາວງາມຈາກແດນຊໍາເໜືອ ມິນຕາ ພຸດສະຫວັນ

ຫຼ້າສຸດໜຸ່ມເທເລີ ໄດ້ໃຫ້ສໍາພາດວ່າ: ຕອນນີ້ກໍາລັງມີຜົນງານການສະແດງ ເຊິ່ງຜົນງານລ່າສຸດກໍຄືການຖ່າຍຮູບເງົາເລື່ອງ ສະບາຍດີສຳເໝືອ, ຖ່າຍໂຄສະໜາກະແລັມຄອນເນດໂຕ້ ( Cornetto ) ແລະ ເປັນພີເຊັນເຕີຂອງລາວໂທລະຄົມ ແລະ ຜົນງງານຜ່ານມາກໍ່ມີຫຼາກຫຼາຍ.

ໜຸ່ມເທເລີ້ບອກວ່າ ກິດຈະກໍາທີ່ມັກເຮັດເວລາວ່າງແມ່ນເປັນຄົນທີ່ມັກຫລິ້ນກິລາ ຖ້າມີເວລາວ່າງປຸບ ກໍຈະແລ່ນເຂົ້າ ຟິສເນັດ , ຕີດອກ, ຕີບານ, ຫຼິ້ນບາສເກັດບອນ ( basketball ) ເລີຍເພາະ ກິລາຈະຊ່ວຍໃຫ້ຮ່າງກາຍແຂງແຮງ, ມີຮ່າງກາຍ ແລະ ສຸຂະພາບທີ່ດີ ນອກຈາກການຫລິ້ນກິລາແລ້ວ ຖ້າມີເວລາວ່າງ ເທເລີ້ມັກໄປເຮັດບຸນ ຫລືພັກຜ່ອນຢູ່ບ້ານ ເບິ່ງຮູບເງົາ, ເບິ່ງຊີຣີ, ຮຽນຮູ້ສິນລະປະການສະແດງເພີ່ມຕື່ມ ກໍຖືໄດ້ວ່າເປັນໜຸ່ມຄົນນີ້ບໍ່ໄດ້ມີດີແຕ່ພຽງໜ້າຕາ ແຕ່ງາມທັງກາຍ ແລະ ຈິດໃຈເລີຍລະ!

ສໍາລັບແບບແຜນໃນການໃຊ້ຊີວິດຂອງເທເລີ້ ແມ່ນເປັນຫຍັງທີ່ລຽບງ່າຍ ສະບາຍໆຢູ່ງ່າຍກິນງ່າຍ ແລະ  ສິ່ງໜຶ່ງທີ່ເຮັດໃຫ້ເທເລີ້ເປັນຄົນງ່າຍໆ ສະບາຍໆແບບນີ້ ກໍຄືການຄິດບວກ  ເຊິ່ງບໍ່ວ່າຈະພົບເຈີກັບບັນຫາຈະທຸກ ຫຼື ສຸກ ກໍຈະພະຍາຍາມບໍ່ຈົມປັກຢູ່ກັບບັນຫາ ຖ້າມື້ນີ້ເຮົາເຮັດພາດແລ້ວ ມື້ໜ້າເຮົາກໍ່ເລີ່ມຕົ້ນໃໝ່ໄດ້ ແລະ ອີກສິ່ງໜຶ່ງທີ່ສໍາຄັນ ເທເລີ້ມັກຈະບອກຢຳ້ກັບໂຕເອງຢູ່ສະເໝີວ່າ ຄືໃນແຕ່ລ່ະມື້ເຮົາຕ້ອງຮຽນຮູ້ສິ່ງໃໝ່ໆຢ່າງຕໍ່າແມ່ນ 2-3 ຢ່າງ ເພາະມັນຈະຄ່ອຍໆສະສົມໃຫ້ເຮົາມີຄວາມກ້າວໜ້າ ແລະ ການພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ.

ປັດຈຸບັນເທເລີ້ ແມ່ນຮັບງານອິດສະຫຼະ ຫລັງຈາກອອກຈາກຄ້າຍເກົ່າເປັນເວລາປີກວ່າແລ້ວ ແລະ ທ້າຍນີ້ເທເລີ້ກໍຢາກຂໍຝາກທຸກໆ ຕິດຕາມຮູບເງົາ ສະບາຍດີຊຳເໝືອ ທີ່ຈະສາຍອອກໂຮງຫລັງປີໃໝ່ນີ້

ຝາກຕິດຕາມການຖ່າຍ Presenter ລາວໂທລະຄົມ ແລະ ການຖ່າຍໂຄສະນາຕ່າງໆ   ໃນໄວໆນີ້ ເທເລີ້ຈະມີຜົນງານເພັງດ່ຽວອອກມາໃຫ້ທຸກຄົນໄດ້ຟັງກັນ ຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ເທເລີ້ແດ່ເດີ້ ສຳລັບໃຜຢາກຕິດຕາມການເຄື່ອນໄຫວແບບໃກ້ຊິດ ກໍ່ສາມາດເຂົ້າມາຕິດຕາມໄດ້ຜ່ານຊ່ອງທາງ Facebook ແລະ IG  Teler_sisombath ໄດ້ເລີຍ.