4 ທິດຊີ້ນໍາຈາກ ຮອງລັດຖະມົນຕີ ກະຊວງ ສສກ ໃນກອງປະຊຸມວຽກງານກີລາ ປະຈໍາປີ 2021

243

ເມື່ອວັນທີ 6 ເມສາ 2021 ທີ່ຫ້ອງປະຊຸມ ຄະນະກໍາມະການກີລາໂອແລມປິກແຫ່ງຊາດລາວ ໄດ້ມີກອງປະຊຸມພົບປະ ເພື່ອເປັນການຊີ້ນຳໆພາ ສົ່ງເສີມການບໍລິຫານວຽກງານກີລາ, ພະລະ ແລະ ສິລະປະ ໃຫ້ມີການເຄື່ອນໄຫວດ້ວຍຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແລະ ປະສິດທິຜົນ.

ພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໂດຍມີຕາງໜ້າ 6 ພາກສ່ວນເຂົ້າຮ່ວມໄດ້ແກ່ ກົມກິລາລະດັບສູງ, ກົມກິລາມວນຊົນ ພະລະສຶກສາ ແລະ ສິລະປະສຶກສາ, ສະຖາບັນກີລາ-ກາຍະກຳ, ວິທະຍາໄລພະລະສຶກສາ, ວິທະຍາໄລ ສິລະປະສຶຶກສາ ແລະ ສະໜາມກິລາແຫ່ງຊາດ (ຫຼັກ16)

ໃນກອງປະຊຸມດັ່ງກ່າວ ຕາງໜ້າຈາກກົມກີລາມວນຊົນ, ສະຖາບັນການກີລາ ແລະ ກົມກີລາມວນຊົນ ພະລະສຶກສາ ແລະ ສີລະປະສຶກສາ ໄດ້ຂຶ້ນລາຍການຜົນງານປີ 2020 ແລະ ສະເໜີແຜນປະຈໍາປີ 2021 ກ່ອນທີ່ ທ່ານຮອງລັດຖະມົນຕີກະຊວງ ສສກ ຈະໄດ້ຊີ້ທິດເຢື່ອງທາງວຽກງານກີລາ, ພະລະ ແລະ ສິລະປະສຶກສາ ກ້າວສູ່ຄຸນນະພາບໄລຍະໃໝ່.

ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໃຫ້ທິດຊີ້ິ້ນໍາໃນກອງປະຊຸມຄັ້ງດັ່ງກ່າວວ່າ: ດັ່ງທີ່ເຮົາຮູ້ແລ້ວວ່າ ພວກເຮົາມີ 5 ຫຼັກມູນຂອງການສຶກສາລາວ ໃນນັ້ນ 2 ຫຼັກມູນທີ່ເປັນໝາກຫົວໃຈຫຼັກຂອງກະຊວງ ກໍຄືແຜນການພັດທະນາສຶກສາຄຽງຄູ່ກັບກີລາ, ຮັບຮອງກົດໝາຍວ່າດ້ວຍກີລາ-ກາຍະກໍາ ສະບັບປັງປຸງ ແລະ ປະຕິບັດແຜນຍຸດທະສາດການພັດທະນາການສຶກສາ ແລະ ກີລາ 5 ປີໃຫ້ປາກົດຜົນເປັນຈິງ ຂ້າພະເຈົ້າຂໍມີທິດຊີ້ນໍາດັ່ງນີ້:

1.ຂໍໃຫ້ບັນດາທ່ານບັນດາສະຫາຍສືບຕໍ່ຮັກສາມູນເຊື້ອທີ່ໂດດເດັ່ນ ທີ່ຍາດມາໄດ້ກໍຄື ວຽກງານກີລາລະດັບສູງ, ວຽກງານກີລາມວນຊົນ ແລະ ວຽກພາລະສຶກສາ ລວມເຖິງການຄຸ້ມຄອງຊັບສິນ ແລະ ວຽກງານອື່ນໆ. ນອກນັ້ນ, ສິ່ງທີ່ຍັງບໍ່ທັນຄ່ອງຕົວ, ຂໍ້ຄົງຄ້າງ ແລະ ເປັນຄວາມທ້າຍທາຍພວກເຮົາຕ້ອງ ພ້ອມກັນບຸກທະລຸ, ວາງແຜນ ແລະ ປະຕິບັດໃຫ້ເກີດຜົນເປັນຈິງ ຫຼີກລ່ຽງບໍ່ໃຫ້ກາຍເປັນພະຍາດຊໍ້າເຮື້ອ.

2.ຂໍໃຫ້ສືບຕໍ່ເພີ່ມທະວີການນໍາພາທາງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ ແລະ ບຸກທະລຸໃນການຝຶກຜົນຫຼໍ່ພັດທະນາຕົວເອງ.

3.ສືບຕໍ່ພັດທະນາວຽກງານກີລາກາຍະກໍາຂອງພວກເຮົາ ໂດຍສະເພາະກົມວິຊາການ ໃນການພັດທະນາຫຼັກສູດ ຮັບໃຊ້ຊັບພະຍາກອນ ໂດຍສະເພາະນັກກີລາຢ່າງມີວິທະຍາສາດ ເພື່ອສ້າງນັກກີລາໃຫ້ມີຄຸນນະພາບ. ນອກນັ້ນ, ກໍໃຫ້ຄຸ້ມຄອງພະນັກງານ ແລະ ການນໍາໃຊ້ສະໜາມກີລາ ໃຫ້ກວດຄືນການເຊົ່າ ຫຼື ສໍາປະສານສະໜາມກີລາ ໃຫ້ມີປະສິດທິຜົນ, ມີສິລະປະ ແລະ ມີວິທະຍາສາດໃນການຄຸ້ມຄອງ.

4.ຊົມເຊີຍທາງດ້ານວິຊາການ ທີ່ການປະຕິບັດວຽກງານທີ່ຜ່ານມາ ແລະ ສືບຕໍ່ປະຕິບັດວຽກໃຫ້ດີຂຶ້ນເລື້ອຍໆ ໂດຍສະເພາະວາງແບບແຜນວິທີເຮັດວຽກແບບເປັນປີ ແລະ ຈັດແຜນການແຂ່ງຂັນກີລາໃຫ້ເປັນລະບົບ ຕ້ອງລວມສູນ ແລະ ຕົກລົງເປັນໝູ່ຄະນະ ເລື່ອງແຜນ ແລະ ງົບປະມານຕ່າງໆ.
ຂ່າວ-ຮູບ: ຄໍາສອນ