ນັກສຶກສາຄະນະສຶກສາສາດ ໄດ້ຮັບການຝຶກອົບຮົມການປະພັນເພງ

554

ນັກສຶກສາຄູພາສາລາວ – ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການຝຶກອົບຮົມການປະພັນເພງ ໂດຍການສະໜັບສະໜູນຈາກຫ້ອງການນາໆຊາດເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ.

ພາຍໃຕ້ຈຸດປະສົງພັດທະນາບຸກຄະລາກອນຕາມທິດທາງການສຶກສາຕະຫຼອດຊີວິດ, ການສຶກສາເພື່ອການພັດທະນາແບບຍືນຍົງ, ການສຶກສາສໍາລັບຜູ້ໃຫຍ່ ແລະ ການສຶກສາເພື່ອສົ່ງເສີມບົດບາດຍິງ – ຊາຍ, ແຊກຊ້ອນເນື້ອໃນການຮຽນຮູ້ຕະຫຼອດຊີວິດເຂົ້າໃນການສຶກສາຄູ, ພັດທະນາ ຄວາມເຂັ້ມແຂງດ້ານການປະພັນເພງໃຫ້ແກ່ຄູ – ອາຈານ ແລະ ນັກສຶກສາໃນພາກວິຊາໃຫ້ນັບມື້ຫຼາກຫຼາຍກ້າວສູ່ຄຸນນະພາບ, ພາກວິຊາຄູພາສາລາວ – ວັນນະຄະດີ ຈຶ່ງພະຍາຍາມຄົ້ນຄິດຫາວິທີການແນວທາງເພື່ອພັດທະນາການປະພັນເພງຂອງຄູ – ອາຈານ ແລະ ນັກສຶກສາໃນຂອບເຂດທົ່ວປະເທດ ຈຶ່ງໄດ້ຈັດໂຄງການນີ້ຂຶ້ນມາ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ທ່ານ ປທ. ວິຊຽນ ທອງທະວີ ຮອງຄະນະບໍດີຄະນະສຶກສາສາດ ໄດ້ກ່າວວ່າ: ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຮ່ວມມືກັບຫຼາຍພາກສ່ວນ, ໃນນັ້ນຫ້ອງການນາໆຊາດ ເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ ( DVV International ) ກໍເປັນອົງການໜຶ່ງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບຄະນະສຶກສາສາດຕັ້ງແຕ່ປີ 2017ເປັນຕົ້ນມາ ໂດຍເອົາໃຈໃສ່ໃນການສົ່ງເສີມການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ ນີ້ແມ່ນອີກໜຶ່ງກິດຈະກໍາໃນການສົ່ງເສີມວຽກງານດັ່ງກ່າວ ໂດຍພາກວິຊາຄູພາສາລາວ – ວັນນະຄະດີ ເປັນເຈົ້າການໃນການດໍາເນີນຂະບວນການຕ່າງໆ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໂຄງການນີ້ແມ່ນເພື່ອໃຫ້ຄູ – ອາຈານ ແລະ ນັກສຶກສາເຂົ້າໃຈເຖິງບົດບາດຄວາມສໍາຄັນຂອງບົດເພງທີ່ມີຕໍ່ການຮຽນພາສາລາວ – ວັນນະຄະດີ ແລະ ສັງຄົມ, ເພື່ອນັກສຶກສາທີ່ຈົບໄປສາມາດແຕ່ງເພງ ຄຽງຄູ່ກັບການປະຕິບັດໜ້າທີ່ອາຊີບຫຼັກ ແລະ ການສອນ, ພ້ອມດຽວກັນນີ້ກໍເພື່ອຄັດເລືອກເອົາບົດເພງດີເດັ່ນທີ່ກ່ຽວຂ້ອງກັບການຮຽນຮູ້ຕະຫຼອດຊີວິດ ແລະ ການສຶກສາຜູ້ໃຫຍ່ ເຊິ່ງໄລຍະຂອງການຈັດຕັ້ງປະຕິບັດແບ່ງອອກເປັນ 2 ຮອບ ຄື: ຮອບທີ 1 ແມ່ນການຮຽນຮູ້ການປະພັນເພງໃນວັນທີ 2 ເມສາ 2021 ແລະ ຮອບທີ 2 ແມ່ນການສະແດງຜົນງານ ແລະ ການປະກາດຜົນລາງວັນໃນວັນທີ 2 ພຶດສະພາ 2021.

ພາຍຫຼັງສໍາເລັດໂຄງການແລ້ວຄາດວ່າຜົນໄດ້ຮັບແມ່ນ ຄູ – ອາຈານ ແລະ ນັກສຶກສາຈະໄດ້ຮູ້ທິດສະດີ, ຮູ້ຫຼັກການ, ຂະບວນການຂັ້ນຕອນການປະພັນເພງໄດ້ຮັບການພັດທະນາການຮຽນ – ການສອນ ໂດຍໄດ້ແຊກຊ້ອນເນື້ອໃນການຮຽນຮູ້ຕະຫຼອດຊີວິດ.

อาจเป็นรูปภาพของ 4 คน, ผู้คนกำลังยืน, สถานที่ในร่ม และข้อความ

ພິທີເປີດນໍາສະເໜີໂຄງການໄດ້ມີຂຶ້ນໃນວັນທີ 2 ເມສາ 2021 ທີ່ຫ້ອງປະຊຸມສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ເປັນປະທານຂອງ ທ່ານ ປທ. ວິຊຽນ ທອງທະວີ ຮອງຄະນະບໍດີຄະນະສຶກສາສາດ, ມີທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ ສາຂາສິລະປະການສະແດງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານໂຢຮານ ໄຮມັນ ຜູ້ອໍານວຍການປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫ້ອງການນາໆຊາດເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ ພ້ອມດ້ວຍຄະນະບໍດີຄະນະອັກສອນສາດ, ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດການກີລາ, ຫົວໜ້າພາກ, ຮອງພາກ, ຫົວໜ້າພະແນກ, ຮອງພະແນກ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.