ບໍລິສັດ ເນເຊີແນວຄອນຊາວຕິ້ງກຣຸບ ຈະລົງທຶນເກືອບ 400 ລ້ານໂດລາ ສ້າງໂຮງງານໄຟຟ້າແສງຕາເວັນຢູ່ແຂວງເຊກອງ ແລະ ຈໍາປາສັກ

418

ບໍລິສັດ ເນເຊີແນວຄອນຊາວຕິ້ງກຣຸບ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາພັດທະນາໂຄງການ ໂຊລາເຊກອງ ແລະ ໂຊລາຈໍາປາສັກ ລວມມູນຄ່າທັງສອງໂຄງການເກືອບ 400 ລ້ານໂດລາ ມີກໍາລັງການຕິດຕັ້ງລວມກັນ 580 ເມກາວັດ ຄາດຄະເນຜະລິດກະແສໄຟຟ້າສົ່ງອອກຕ່າງປະເທດ 90%.

ພິທີເຊັນສັນຍາມີຂຶ້ນວັນທີ 6 ເມສາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ( ຜທ ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ຜທ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີຫົວໜ້າພະແນກ ຜທ ແຂວງເຊກອງ, ແຂວງຈໍາປາສັກ, ທ່ານ ນາງ ໄຊທານີ ຈັນທະວົງສາ ປະທານ ບໍລິສັດ ເນເຊີແນວຄອນຊາວຕິ້ງກຣຸບ ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໄຊທານີ ຈັນທະວົງສາ ກ່າວວ່າ: ການເຊັນສັນຍາຄັ້ງນີ້ແມ່ນພວກເຮົາຢາກພັດທະນາພະລັງງານທົດແທນຈາກແສງຕາເວັນ ເຊິ່ງເປັນພະລັງງານທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງທັງສອງໂຄງການນີ້ພວກເຮົາພ້ອມທຸກດ້ານ ແລະ ໝັ້ນໃຈໃນການກ້າວສູ່ການພັດທະນາໂຄງການ ເຊິ່ງບໍລິສັດໄດ້ດໍາເນີນບັນດາໜ້າວຽກຄົບຖ້ວນຕາມເງື່ອນໄຂ ບໍ່ວ່າຈະເປັນວຽກສຶກສາຂໍ້ມູນດ້ານທ້ອງຖິ່ນ, ບົດ FS ເບື້ອງຕົ້ນສໍາເລັດໃນການຮັບຮອງຈາກສະຖາບັນສົ່ງເສີມພະລັງງານທົດແທນ; ເບື້ອງຕະຫຼາດສົ່ງໄປຂາຍຫວຽດນາມ ພວກເຮົາມີກຸ່ມລົງທຶນຈາກຫວຽດນາມ ສົນໃຈຫຼາຍບໍລິສັດ ເຊິ່ງທາງກະຊວງພະລັງງານບໍ່ແຮ່ກໍອອກໜັງສືສະໜັບສະໜູນເຖິງກະຊວງອຸດສາຫະກຳການຄ້າຫວຽດນາມ ເພື່ອຮັບຮອງເຂົ້າໃນແຜນ ເພື່ອດໍາເນີນຂັ້ນຕອນສຶກສາບົດ FS ຂັ້ນສຸດທ້າຍ ເພື່ອຮັບຮອງຈາກກົມວິຊາການກ່ຽວຂ້ອງການເຊື່ອມຕໍ່ເຂົ້າລະບົບໄຟຟ້າຂອງ EVN ຕາມຂັ້ນຕອນຂອງຕະຫຼາດຫວຽດນາມ.

ไม่มีคำอธิบายรูปภาพ

ທ່ານກ່າວວ່າ: ວິກິດດ້ານການແຜ່ລະບາດຂອງໂຄວິດ – 19 ພວກເຮົາເລັ່ງເຫັນວ່າພະລັງງານໄຟຟ້າຍັງເປັນປັດໄຈສໍາຄັນທີ່ບໍ່ສາມາດຂາດໄດ້ ເຊິ່ງເປັນການກະຕຸ້ນໃຫ້ຕ້ອງເລັ່ງໃສ່ສຶກສາ ແລະ ວິເຄາະຢ່າງຖີ່ຖ້ວນເຖິງຄວາມຕ້ອງການພະລັງງານສະອາດໃນປັດຈຸບັນ ແລະ ອະນາຄົດ. ປັດຈຸບັນໂຄງການແມ່ນນອນໃນແຜນສົ່ງອອກພະລັງງານຂອງລັດຖະບານໄປ ສສ ຫວຽດນາມ ແລະ ທາງ EVN ກໍເຫັນດີດ້ານຫຼັກການໃນການຊື້ – ຂາຍໄຟຟ້າແລ້ວ. ຄຽງຄູ່ກັນນັ້ນ, ພະລັງງານແສງຕາເວັນຈະມາທົດແທນພະລັງງານຈາກນໍ້າມັນ, ຖ່ານຫີນ ທີ່ນັບມື້ໜ້ອຍລົງ ພວກເຮົາເອງມີແຜນຈະສຶກສາຮ່ວມກັບແຫຼ່ງພະລັງງານທີ່ມີຢູ່ແລ້ວ ເຊັ່ນເຂື່ອນໄຟຟ້າໃນເຂດໂຄງການ ເພື່ອເຊື່ອມລະບົບເຂົ້າກັນທີ່ກາຍເປັນພະລັງງານໄຮບຣິດ ໃຫ້ເກີດຄວາມໝັ້ນຄົງ ແລະ ມີສະຖຽນລະພາບໃນການສະໜອງພະລັງງານ. ສ່ວນການລົງທຶນກໍມີນັກລົງທຶນຕ່າງປະເທດ, ສະຖາບັນການເງິນ ແລະ ບໍລິສັດທີ່ສະໜອງອຸປະກອນໃຫ້ໂຄງການມີຄວາມສົນໃຈຈະເຂົ້າຮ່ວມສຶກສາ ແລະ ພັດທະນາໂຄງການ

ໂຄງການພະລັງງານແສງຕາເວັນ ຕັ້ງຢູ່ເມືອງລະມາມແຂວງເຊກອງ ກວມເອົາເນື້ອທີ່ 720 ເຮັກຕາ, ຫ່າງຈາກແລວສາຍສົ່ງ 500kV ປະມານ 2km ມີກໍາລັງການຕິດຕັ້ງ 500 ເມກາວັດ, ກໍາລັງການຜະລິດ 739 GWh/y ມູນຄ່າໂຄງການ 332,3 ລ້ານກວ່າໂດລາສະຫະລັດ.

อาจเป็นรูปภาพของ 16 คน, ผู้คนกำลังยืน และสถานที่ในร่ม

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ບ້ານນາຝັ່ງ ເມືອງໂຂງ ແລະ ບ້ານຫ້ວຍຍາງ ເມືອງປະທຸມພອນ ແຂວງ ຈໍາປາສັກ ມີເນື້ອທີ່ໂຄງການ 93,1 ເຮັກຕາ, ຫ່າງຈາກສະຖານີໄຟຟ້າ 115/22kV ບ້ານນາ ປະມານ 16,5km ມີກໍາລັງຕິດຕັ້ງ 80 ເມກາວັດ ( MW ), ກໍາລັງການຜະລິດ 123,68 GWh/y ມູນຄ່າໂຄງການ 57,3 ລ້ານກວ່າໂດລາສະຫະລັດ ໂດຍທັງສອງໂຄງການມີແຜນຂາຍໄຟຟ້າພາຍໃນ 10% ສ່ວນ 90% ສົ່ງຂາຍໄປຕ່າງປະເທດ.