ກະຊວງຍຸຕິທຳ ປະກາດຮັບພະນັກງານລັດຖະກອນ 3 ຕຳແໜ່ງ

647

ກົມຈັດຕັ້ງ ແລະ ພະນັກງານກະຊວງ ຍຸຕິທຳ ໄດ້ອອກແຈ້ງການ ເປີດການສອບເສັງຄັດເລືອກເອົາລັດຖະກອນໃໝ່ ປີ 2021 ຂອງກະຊວງຍຸຕິທຳ.
ໂດຍກະຊວງມີຄວາມຕ້ອງການຮັບພະນັກງານລັດຖະກອນໃໝ່ ໃນປີ 2021 ຈຳນວນ 3 ຕຳແໜ່ງ (ວິຊາການກົດໝາຍ) ເພື່ອມາປະກອບໃຫ້ບັນດາກົມ, ສະນັ້ນ ຫາກທ່ານໃດສົນໃຈ ໃຫ້ມາພົວພັນຊື້ເອກະສານຄຳຮ້ອງດ້ວຍຕົນເອງ ຢູ່ກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ ນັບແຕ່ວັນທີ 8 ເມສາ 2021 ເປັນຕົ້ນໄປ.


ເຊິ່ງກຳນົດສົ່ງຄຳຮ້ອງບໍ່ໃຫ້ກາຍເວລາ 11:30 ຂອງວັນທີ 13 ເມສາ 2021 ແລະ ຈະປະກາດລາຍຊື່ຜູ້ມີສິດສອບເສັງໃນວັນທີ 20 ເມສາ ແລະ ຈະໄດ້ຈັດທຳການສອບເສັງຂຶ້ນທີ່ກະຊວງຍຸຕິທຳ ໃນເວລາ 13:30 ຂອງວັນທີ 21 ເມສາ 2021.


ເງື່ອນໄຂຂອງຜູ້ສະໝັກ
– ຖືສັນຊາດລາວໂດຍກຳເນີດ ຫຼື ໄດ້ຮັບສັນຊາດລາວ ນັບແຕ່ ສາມປີ ຂຶ້ນໄປ;
– ລະດັບວິຊາສະເພາະຈົບກົດໝາຍຊັ້ນສູງ ຂຶ້ນໄປ;
– ມີອາຍຸ 18 ປີຂື້ນໄປ ແຕ່ບໍ່ເກີນ 35 ປີ;
– ມີສຸຂະພາບແຂງແຮງດີ, ເປັນພົນລະເມືອງດີ, ມີຄຸນສົມບັດດີ, ບໍ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບໃນສະຖານກະທຳຜິດໂດຍເຈຕະນາ, ບໍ່ຖືກປະຕິບັດວິໄນໄລ່ອອກຈາກອົງການຈັດຕັ້ງຂອງລັດ ຫຼື ອອກຈາກລັດວິສະຫະກິດໂດຍມີຄວາມຜິດທາງວິໄນ.
– ນອກຈາກວິຊາສະເພາະກົດໝາຍ, ຖ້າຜູ້ໃດຮູ້ພາສາຕ່າງປະເທດໃດໜຶ່ງໃນລະດັບດີ ແລະ ຮູ້ນໍາໃຊ້ຄອມພີວເຕີຈະເປັນເງື່ອນໄຂໃນການພິຈາລະນາ.