ລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າເປີດເວທີຫາລືກັບ ສຄອຊ ແກ້ໄຂຂອດອຸດຕັນການດຳເນີນທຸລະກິດ

451

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ລົງເຄື່ອນໄຫວ, ພົບປະຮັບຟັງບັນຫາການດໍາເນີນທຸລະກິດ ແລະ ຊຸກຍູ້ແຜນພັດທະນາທຸລະກິດລາວຮອດປີ 2025 ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ(ສຄອຊ)ໂດຍເນັ້ນໃຫ້ ສຄອຊ ສືບຕໍ່ປະຕິບັດແຜນງານ 5ປີຂອງຕົນໃຫ້ສາມາດຈັດຕັ້ງປະຕິບັດເກີດຜົນເປັນຈິງ, ໃນດ້ານມະຫາພາກຄຸ້ມຄອງຈະຊຸກຍູ້ສົ່ງເສີມເຕັມທີ່ໂດຍສະເພາະເບິ່ງຄືນບັນດານິຕິກໍາທີ່ກ່ຽວຂ້ອງ, ຂອດປະສານງານກັບບັນດາກະຊວງ ເພື່ອອໍານວຍຄວາມສະດວກໃຫ້ທຸລະກິດມີການເດີນເຄື່ອງເຕັມກໍາລັງເພື່ອກະຕຸ້ນເສດຖະກິດ.


ພິທີດັ່ງກ່າວ ຈັດຂຶ້ນວັນທີ 6 ເມສາ 2021 ທີ່ ສຄອຊ ໂດຍການຕ້ອນຮັບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ພ້ອມທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ; ມີຄະນະບໍລິຫານງານ ພ້ອມສະມາຊິກ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.
ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວລາຍງານສະພາບລວມໃນການຊີ້ນໍາໆພາສະມາຊິກ ສຄອຊ ໃນໄລຍະຜ່ານມາໂດຍສັງເຂບ ພ້ອມນໍາສະເໜີແຜນຍຸດທະສາດຂອງ ສຄອຊ ໃນ 5ປີ 2021-2025 ໂດຍຍົກເຫັນເຫັນວ່າ: ແຜນຕໍ່ໜ້າ ສຄອຊ ໄດ້ກໍານົດ 6 ເສົາຄໍ້າສໍາຄັນໃນການຊີ້ນໍາ, ນໍາພາທຸລະກິດລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄື:


1. ການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ,
2.ການຊຸກຍູ້ຊ່ວຍເຫຼືອຜູ້ປະກອບການຂະໜາດນ້ອຍ ແລະ ກາງ ຫຼື SME,
3. ຊຸກຍູ້ສົ່ງເສີມຜະລິດຕະພັນລາວ ແລະ ຍີ່ຫໍ້ລາວ,
4. ວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ,
5 ພັດທະນາຄວາມສາມາດຂອງຜູ້ປະກອບການ, ພັດທະນາທັກສະສີມືແຮງງານລາວ,
6. ການພັດທະນາ ສົ່ງເສີມຄວາມເຂັ້ມແຂງຫົວໜ່ວຍທຸລະກິດ.


ພ້ອມນັ້ນ ບັນດາຄະນະບໍລິຫານງານ ສຄອຊ ພ້ອມດ້ວຍສະມາຊິກ, ຫົວໜ່ວຍທຸລະກິດໄດ້ຂຶ້ນປະກອບຄໍາເຫັນໂດຍສະເພາະບັນຫາທີ່ເປັນສິ່ງອຸດຕັນໃນການດໍາເນີນທຸລະກິດເປັນຕົ້ນແມ່ນບັນຫາດ້ານເອກະສານໃນການຂໍອະນຸຍາດດໍາເນີນທຸລະກິດ ເຊິ່ງຜ່ານມາກະຊວງ ອຄ ກໍ່ແກ້ຕົກແລ້ວ ແຕ່ຍັງຄ້າງຢູ່ກະຊວງ ກ່ຽວຂ້ອງທີ່ຍັງບໍ່ເອກະພາບໃນການແກ້ໄຂບັນຫາ; ພາກທຸລະກິດສະເໜີແກ້ໄຂບັນຫາ ເບິ່ງຄືນທຸລະກິດຕ່າງປະເທດທີ່ມາລົງທຶນໃນປະເທດທີ່ບໍ່ຖືກລະບຽບ, ການຍົກເວັ້ນພາສີ – ອາກອນການດໍາເນີນທຸລະກິດດ້ານກະສິກໍາ, ການສົ່ງເສີມຜະລິດຕະພັນລາວ- ຍີ່ຫໍ້ລາວ, ສະເໜີໃຫ້ພາກລັດລົງເກັບກໍາຂໍ້ມູນຕົວຈິງນໍາພາກທຸລະກິດ, ບັນຫາເຂົ້າເຖິງແຫຼ່ງທຶນເພື່ອສົ່ງເສີມເອັສເອັມອີ ແລະ ອື່ນໆ.


ພາຍຫຼັງທີ່ໄດ້ຮັບຟັງການລາຍງານກ່ຽວກັບການປະຕິບັດໜ້າທີ່ໃນການນໍາພາຫົວນ່ວຍທຸລະກິດລາວໃນໄລຍະຜ່ານມາ ແລະ ແຜນທິດທາງ 5ປີ 2021-2025 ຂອງ ສຄອຊ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ສະແດງຄວາມຊົມເຊີຍ ທີ່ສຄອຊ ປະກອບສ່ວນໃນໄລຍະຜ່ານມາ, ພ້ອມເຫັນດີຕໍ່ການຈັດຕັ້ງແຜນນໍາພາ ແລະ ພັດທະນາທຸລະກິດລາວໃນ 5ປີຕໍ່ໜ້າ.


ທ່ານກ່າວວ່າ: ການມາພົບປະຢ້ຽມຢາມຄັ້ງນີ້ ຄະນະປະທານ, ພາກທຸລະກິດໄດ້ປະກອບຄໍາເຫັນຫຼາກຫຼາຍຢ່າງມີສີສັນເຊິ່ງເປັນປະໂຫຍດໃຫ້ຂ້າພະເຈົ້າເອງ, ເປັນປະໂຫຍດຕໍ່ ສຄອຊ ແລະ ເປັນປະໂຫຍດລວມຕໍ່ພາກທຸລະກິດ ເຊິ່ງພວກເຮົາຮັບຮູ້ບັນຫານໍາກັນແລ້ວ ແລະ ຈະພ້ອມກັນແກ້ໄຂບັນຫາທີ່ມັນອຸດຕັນການດໍາເນີນທຸລະກິດ ຂອງລາວໃຫ້ມີຄວາມສະດວກ, ມີການເຕີບໃຫຍ່ຂະຫຍາຍຕົວ ແຂ່ງຂັນໃນເວທີສາກົນ ແລະ ພາກພື້ນ.


ຂ້າພະເຈົ້າຂໍຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຄອຊ ພ້ອມສະມາຊິກ ຈົ່ງປຶກສາຫາລືຊອກທາງອອກເພື່ອຊຸກຍູ້ທຸລະກິດໃຫ້ມີການປັບປຸງຕົນເອງເພື່ອໃຫ້ສາມາດດໍາເນີນທຸລະກິດໄດ້ໃນສະພາບການປ້ອງກັນພະຍາດໂຄວິດ -19. ພ້ອມເບິ່ງກາລະໂອກາດທາງດ່ວນ-ທາງລົດໄຟລາວ-ຈີນ ເພື່ອພັດທະນາ ຫຼື ສ້າງຫຸລະກິດຮອງຮັບແຕ່ຫົວທີ ບໍ່ວ່າຈະເປັນດ້ານການຜະລິດກະສິກໍາ, ການບໍລິການ ແລະ ອື່ນໆ ພ້ອມເປັນເຈົ້າການນໍາພາທຸລະກິດໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ປະຕິບັດພັນທະຂອງຕົນຕໍ່ປະເທດຊາດ. ເຊິ່ງຂ້າພະເຈົ້າເອງພ້ອມຄະນະກໍ່ຈະສ້າງແຜນລົງມາເຮັດວຽກ – ປຶກສາຫາລືກັບ ສຄອຊ ຢ່າງເປັນປະຈໍາ.


ໃນເບື້ອງກະຊວງອຄ ກໍຈະໄດ້ເບິ່ງຄືນນະໂຍບາຍຊຸກຍູ້ສົ່ງເສີມພາກທຸລະກິດ, ການອອກທະບຽນວິສາຫະກິດ, ການພົວພັນປະສານງານກັບຂະແໜງການກ່ຽວຂ້ອງໂດຍສະເພາະຂະແໜງກະສິກໍາປ່າໄມ້ ແລະ ອື່ນໆເພື່ອເຮັດໃຫ້ວຽກງານອຸດສາຫະກຳ ແລະ ການຄ້າ ມີການຂະຫຍາຍຕົວຂຶ້ນເລື້ອຍໆ, ທ່ານ ຄໍາແພງ ໄຊສົມແພງ ກ່າວ.