ສະມາຄົມທຸລະກິດຮ້ານອາຫານລາວ ຊຸກຍູ້ເຄື່ອງດື່ມເພື່ອສຸຂະພາບ ໃຫ້ເມືອງໄຊທານີ

261

ສະມາຄົມທຸລະກິດຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໃຫ້ການຊຸກຍູ້ຜະລິດຕະພັນເຄື່ອງດື່ມເພື່ອສຸຂະພາບ ໃຫ້ ເມືອງໄຊທານີ ເຊິ່ງພິທີມອບ-ຮັບຜະລິດຕະພັນຂອງບໍລິສັດ ເບຍລາວ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 6 ເມສາ ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງໄຊທານີ ນະຄອນຫຼວງວຽງຈັນ ຕາງໜ້າເປັນການກ່າວມອບຂອງທ່ານ ພູລິທັດ ເທພາວົງ ຜູ້ຈັດການເຂດ ເມືອງໄຊທານີ ບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າກ່າວຮັບຂອງທ່ານ ນາງ ສີດາ ບຸນມາ ຄະນະປະຈຳພັກເມືອງ ທັງເປັນຫົວໜ້າຄະນະຈັດຕັ້ງເມືອງໄຊທານີ, ມີທ່ານ ນາງ ອານັນທິດາ ຊົງຈັກສິນ ຫົວໜ້າຫ້ອງວ່າການເມືອງໄຊທານີ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມທຸລະກິດຮ້ານອາຫານລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູລິທັດ ເທພາວົງ ກ່າວວ່າ: ເພື່ອເປັນການປະກອບສ່ວນເຮັດໃຫ້ເມືອໄຊທານີ ໄດ້ມີຄວາມສະດວກໃນການນຳໃຊ້ຜະລິດຕະພັນເຄື່ອງດື່ມເພື່ອສຸຂະພາບ ຂອງບໍລິສັດຂອງພວກເຮົາ ປະກອບມີນໍ້າດື່ມກາຫົວເສືອ, ມິລິນດ້າ, ເປບຊີ ແລະ ອື່ນໆ ລວມມູນຄ່າ 5 ລ້ານກວ່າກີບ ເຂົ້າໃນການຈັດງານບາສີສູ່ຂວັນຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ທີ່ໄດ້ຮັກສາມູນເຊື້ອສືບທອດກັນມາຢ່າງຍາວນານ ໃຫ້ປະກົດຜົນເປັນຈິງ. ແນວໃດກໍດີ, ໃນໂອກາດຕ້ອນຮັບປີໃໝ່ລາວ ທີ່ຈະມາຮອດມາເຖິງ ຂໍອວຍພອນໄຊອັນປະເສີດມາຍັງການນຳເມືອງທຸກຂະແໜງການຂອງເມືອງໄຊທານີ ຈົ່ງພ້ອມກັນມີແຕ່ຄວາມຜາສຸກ, ມີໂຊກມີໄຊ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.