ມອບ-ຮັບ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

351

ໃນວັນທີ 5 ເມສາ 2021 ສູນກາງແນວລາວສ້າງຊາດໄດ້ມີພິທີມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາພະນັກງານຫລັກແຫຼ່ງ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.


ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນແມ່ນ: ຄຳສັ່ງຂອງກົມກາເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 15/03/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍໃຫ້ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ; ຄຳສັ່ງຂອງກົມການເມືອງຂອງສູນກາງພັກ ສະບັບເລກທີ 05/ກມສພ ລົງວັນທີ 15/03/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍໃຫ້ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກນະຄອນຫລວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກ ມສພ ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ ໂດຍແຕ່ງຕັ້ງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ຄົນໃໝ່). ພາບຂ່າວ: ຂປລ