ອົງການອາຫານໂລກ ຊ່ວຍ 1ລ້ານໂດລາ ຈັດຊື້ສະບຽງອາຫານໃຫ້ຜູ້ຖືກຈຳກັດບໍລະເວນ ຢູ່ສູນເພື່ອປ້ອງກັນໂຄວິດ-19

198

ພິທີມອບ-ຮັບການຊ່ວຍເຫຼືອອາຫານ ໃຫ້ສູນຈໍາກັດບໍລິເວນ ໂດຍການຮ່ວມມືຂອງອົງການອາຫານໂລກ ແລະ ກະຊວງສາທາລະນະສຸກ ທີ່ໄດ້ສືບຕໍ່ຂະຫຍາຍການສະຫນັບສະຫນູນຊ່ວຍອາຫານໃຫ້ແກ່ແຮງງານລາວທີ່ກັບຈາກປະເທດເພື່ອນບ້ານໃນສູນຈໍາກັດບໍລິເວນ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ສະຫວັນນະເຂດ, ຈໍາປາສັກ ແລະ ໄຊຍະບູລີ ໃນຈໍານວນ 1 ລ້ານໂດລາສະຫະລັດ


ພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 6 ເມສາ 2021 ທີ່ກະຊວງສາທາລະນະສຸກ ຕ່າງໜ້າຮັບຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຕ່າງຫນ້າ ມອບຂອງທ່ານ ຢານ ເດລບາຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າ ອົງການອາຫານໂລກປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ນັບຕັ້ງແຕ່ເດືອນມິຖຸນາ 2020 ໂດຍການຮ່ວມມືຈາກອົງການກາແດງ ປະເທດສະວິດສ , ອົງການກາແດງລາວ ແລະ ອົງການສຸພະນິມິດສາກົນ, ອົງການອາຫານໂລກ ໄດ້ມອບ ອາຫານ 3 ຄາບ ໃນແຕ່ລະມື້ໃຫ້ແກ່ແຮງງານຜູ້ທີ່ກັບຈາກປະເທດເພື່ອນບ້ານ ຈົນກວ່າເຂົາເຈົ້າຈະຄົບກໍານົດໄລຍະການຈໍາກັດບໍລິເວນ 14 ວັນ ໂດຍຈັດສົ່ງອາຫານຫຼາຍກວ່າ 680.00 ຄາບ ໃຫ້ແກ່ 31.000 ຄົນ ທີ່ກັບຄືນມາ (ເປັນຍິງ 15.000 ຄົນ) ໃນມູນຄ່າ 1ລ້ານໂດລາສະຫະລັດ ຈົນຮອດປັດຈຸບັນ. ອາຫານທີ່ແຈກຢາຍຢູ່ໃນສູນຈໍາກັດບໍລິເວນ ແມ່ນໄດ້ຈັດຊື້ຈາກຮ້ານອາຫານໃນທ້ອງຖິ່ນອ້ອມຂ້າງສູນຈໍາກັດບໍລິເວນ, ໃນຮ້ານອາຫານດັ່ງກ່າວ ແມ່ນທາງຮ້ານໄດ້ຊື້ອາຫານສົດ ແລະ ອາຫານທີ່ມີໂພຊະນາການຈາກຕະຫຼາດໃນທ້ອງຖິ່ນ ເຊິ່ງກໍເປັນການຊ່ວຍເຫຼືອຊາວກະສິກອນ ແລະ ພໍ່ຄ້າຊາວຂາຍໃນທ້ອງຖິ່ນໃນການໃຊ້ຈ່າຍໃນຈໍານວນນີ້ ແລະ ຍັງຊ່ວຍຫຼຸດຜ່ອນຜົນກະທົບທາງເສດຖະກິດ-ສັງຄົມ ໃນໄລຍະທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນປະເທດອີກດ້ວຍ.


ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວ ວ່າ: ຕາງຫນ້າໃຫ້ຄະນະນໍາ ກະຊວງສາທາລະນະສຸກ ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມພິທີມອບ-ຮັບການຊ່ວຍເຫຼືອອາຫານໃຫ້ສູນຈໍາກັດບໍລິເວນໃຫ້ປະຊາຊົນລາວທີ່ກັບມາຈາກປະເທດເພື່ອນບ້ານໃນ 5 ແຂວງຂອງໂຄງການອາຫານໂລກ (WFP). ນັບແຕ່ເດືອນ ມີຖຸນາ 2020 ຈົນຮອດ ເດືອນ ມີຖຸນາ 2021ງົບປະມານໃນການຊ່ວຍເຫຼືອ ທັງຫມົດ 1ລ້ານ ໂດລາສະຫະລັດ ເຊິ່ງການຊ່ວຍເຫຼືອດັ່ງກ່າວຖືວ່າເປັນການຊ່ວຍມີຄວາມຫມາຍຄວາມສໍາຄັນເປັນຢ່າງຍິ່ງຕໍ່ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ສູນຈໍາກັດບໍລິເວນທັງ 5ແຂວງ. ທາງອົງການອາຫານໂລກກໍແຈ້ງໃຫ້ກະຊວງສາທາຊາບວ່າ ຮອດວັນທີ 10/7/2021 ການຕອບສະໜອງອາຫານ ກໍຈະສິ້ນສຸດລົງ.

ທ່ານ ຢານ ເດລບາເຣີ, ຜູ້ອໍານວຍການ ແລະ ຜູ້ ຕາງຫນ້າ ອົງການອາຫານໂລກ ປະຈໍາ ສປປລາວກ່າວວ່າ: ຈາກການປະກອບສ່ວນຂອງຫຼາຍພາກສ່ວນ, ອົງການອາຫານໂລກ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດໂຄງການນີ້ ແມ່ນຈະໄດ້ສະຫນັບສະຫນູນຊ່ວຍ ອາຫານເພີ່ມອອກໄປອີກປະມານ 100 ວັນ ເປັນຈໍານວນແຮງງານ ປະມານ 10.000 ຄົນ (ເປັນຍິງ 4.900 ຄົນ) ບັນດາແຮງງານ ທີ່ກັບຈາກປະເທດເພື່ອນບ້ານ ທີ່ພັກອາໄສຢູ່ໃນສູນຈໍາກັດບໍລິເວນຂອງລັດຖະບານ ແມ່ນໄດ້ຮັບອາຫານທີ່ມີໂພຊະນາການ ໃນໜຶ່ງມື້ ມີ 3 ຄາບ, ເຊິ່ງເປັນການຊ່ວຍປ້ອງກັນການເຈັບປ່ວຍ ແລະ ຮັກສາສຸຂະພາບການເປັນຢູ່ທີ່ດີຂອງເຂົາເຈົ້າ ໃນຂະນະດຽວກັນກໍ່ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງເຂົາເຈົ້າ ແລະ ຄອບຄົວ ໃນໄລຍະຈໍາກັດບໍລິເວນ ຂ້າພະເຈົ້າດີໃຈຫຼາຍທີ່ ອົງການອາຫານໂລກ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຂອງພວກເຮົາ ໃຫ້ການສະຫນັບສະຫນູນຊ່ວຍລັດຖະບານ ໃນການມອບການຊ່ວຍເຫຼືອທາງດ້ານສະບຽງອາຫານທີ່ຈໍາເປັນແທ້ໆນີ້ໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານ ທີ່ພັກອາໃສຢູ່ໃນສູນຈໍາກັດບໍລິເວນໃນ ສປປລາວ.