ລາຄານ້ຳມັນປັບໃໝ່ແອັດຊັງຂຶ້ນ, ກາຊວນລົງເລີ່ມມີຜົນມື້ອື່ນເຊົ້າ

477

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 0265 /ອຄ.ກຄພນ, ລົງວັນທີ 7 ເມສາ 2021, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດນັບແຕ່ເຊົ້າມື້ອື່ນນັບແຕ່ເວລາ 6:00 ເປັນຕົ້ນໄປ.

ຈາກການປັບລາຄາຄັ້ງນີ້ເຮັດໃຫ້ລາຄານໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນຈາກ10.770ກີບເປັນ 10.970ກີບຕໍ່ລິດ ຫລື ເພີ່ມຂຶ້ນ200ກີບຕໍ່ລີດ; ແອັດຊັງທຳມະດາປັບຂຶ້ນຈາກ9.830ກີບ ມາເປັນ9.950ກີບຕໍ່ລິດ ຫລື ປັບຂຶ້ນ120ກີບຕໍ່ລິດ; ສ່ວນກາຊວນລາຄາຫຼຸດລົງຈາກ8.720ກີິບຕໍ່ລິດເປັນ8.480ກີບຕໍ່ລິດ ຫລື ຫຼຸດລົງ240ກີບຕໍ່ລິດ. ຖືວ່າເປັນຜົນດີຕໍ່ຊາວກະສິກອນທີ່ກຳລັງຈະກ້າວເຂົ້າສູ່ລະດູການຜະລິດລະຝົນໃນຂະນະນີ້.

ໃນນີ້ລາຄາແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນແມ່ນ 10.970 ກີບຕໍ່ລິດ, ທຳມະດາ 9.958 ກີບ, ກາຊວນ 8.480 ກີບ, ແຂວງອຸດົມໄຊ ແອັດຊັງພິເສດ 11.450 ທຳມະດາ 10.430 ກີບຕໍ່ລິດ ແລະກາຊວນຂາຍໃນລາຄາ 8.960 ກີບຕໍ່ລິດ, ຊຽງຂວາງ ແອັດຊັງພິເສດ 11.160 ທຳມະດາ 10.140 ກີບ ແລະກາຊວນ 8.670.

ທາງໃຕ້ ແຂວງສະຫວັນນະເຂດ ແອັດຊັງພິເສດລິດລະ 11.000 ກີບ, ທຳມະດາ 9.980 ກີບ, ກາຊວນລິດລະ 8.510 ກີບ, ແຂວງຈຳປາສັກ ແອັດຊັງພິເສດລະໜຶ່ງ 11.030 ກີບ, ທຳມະດາ 10.010 ກີບ ລາຄານ້ຳມັນກາຊວນຢູ່ທີ່ 8.540 ກີບ.