ບົດສະຫຼຸບ ການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນລັດຖະມົນຕີກະຊວງ ສສກ 2021

319

ການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ສໍາເລັດຢ່າງເປັນທາງການ ຫຼັງຈາກທີ່ແຂ່ງຂັນກັນລະຫວ່າງວັນທີ 3-4 ເມສາ 2021 ທີ່ສະໂມສອນກີລາໃນຮົ່ມ ບູຢອງ ວິທະຍາເຂດ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປາກົດວ່າ: ສະໂມສອນ ລ້ານຊ້າງ A ກວາດໄປ 18 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ ຄອງຂັນແຊັມປະຈໍາການແຂ່ງຂັນລາຍການດັ່ງກ່າວ.

ການແຂ່ງຂັນລາຍການດັ່ງກ່າວ ມີນັກກີລາເຂົ້າຮ່ວມຊີງໄຊ 380 ກວ່າຄົນ, ຍິງ 126 ຄົນ ຈາກ 29 ພາກສ່ວນພາຍໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ ແລະ ມີການຊີງໄຊທັງໝົດ 120 ລາຍການ ຈາກ 2 ລາຍການ ກໍຄື ປະເພດຟ້ອນປຸ້ມເຊ້ ແລະ ປະເພດຕໍ່ສູ້ປ້ອງກັນຕົວ ນັບແຕ່ຮຸ່ນອາຍຸ 8 ປີ, 10 ປີ, 12 ປີ, 15 ປີ, 17 ປີ ແລະ ຮຸ່ນທົ່ວໄປ.

ພິທີເປີດ-ປິດໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສສກ ພ້ອມດ້ວຍຄະນະກະຊວງ ສສກ ແລະ ຄະນະສະພັນເທຄວັນໂດແຫ່ງຊາດລາວ ລວມເຖິງພໍ່ແມ່ຜູ້ປົກຄອງ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ຕະຫຼອດໄລຍະ 2 ວັນດັ່ງກ່າວ ປາກົດວ່າ 20 ອັນດັບສະໂມສອນທີ່ສ້າງຜົນງານດີສຸດມີດັ່ງນີ້:
-ອັນດັບ 1 ສະໂມສອນ ລ້ານຊ້າງ A ຄອງເຈົ້າຫຼຽນຄໍາໄປຄອງຍາດໄດ້ 18 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ ຄວ້າຂັນຊະນະເລີດໄປຄອງ
-ອັນດັບ 2: ເສືອນ້ອຍ A ຍາດໄດ້ 12 ຫຼຽນຄໍາ, 5 ຫຼຽນເງິນ ແລະ 6 ຫຼຽນທອງ
-ອັນດັບ 3: ແຂວງຫຼວງພະບາງ ຍາດໄດ້ 10 ຫຼຽນຄໍາ, 6 ຫຼຽນເງິນ ແລະ 5 ຫຼຽນທອງ
-ອັນດັບ 4: ຕະວັນ ຍາດໄດ້ 8 ຫຼຽນຄໍາ, 9 ຫຼຽນເງິນ ແລະ 10 ຫຼຽນທອງ

-ອັນດັບ 5: ແຂວງຈໍາປາສັກ ຍາດໄດ້ 6 ຫຼຽນຄໍາ, 4 ຫຼຽນເງິນ ແລະ 8 ຫຼຽນທອງ
-ອັນດັບ 6: ນັນດາ ຍາດໄດ້ 6 ຫຼຽນຄໍາ, 3 ຫຼຽນເງິນ ແລະ 9 ຫຼຽນທອງ
-ອັນດັບ 7: ສະຖາບັນກີລາ – ກາຍະກໍາ ຍາດໄດ້ 5 ຫຼຽນຄໍາ, 5 ຫຼຽນເງິນ ແລະ 5 ຫຼຽນທອງ
-ອັນດັບ 8: PK ຍາດໄດ້ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງ
-ອັນດັບ 9: ກອງທັບ ຍາດໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ

-ອັນດັບ 10: PMS ຍາດໄດ້ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 7 ຫຼຽນທອງ
-ອັນດັບ 11: ພະລະສຶກສາ ຍາດໄດ້ 3 ຫຼຽນຄໍາ, 6 ຫຼຽນເງິນ ແລະ 9 ຫຼຽນທອງ
-ອັນດັບ 12: ຮ່ອງສຸພາບ ຍາດໄດ້ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ
-ອັນດັບ 13: ເຕັງ 1 ຍາດໄດ້ 3 ຫຼຽນຄໍາ ແລະ 2 ຫຼຽນເງິນ
-ອັນດັບ 14: Master Ley ຍາດໄດ້ 3 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ

-ອັນດັບ 15: ຕຸລິໄຊ ຍາດໄດ້ 2 ຫຼຽນຄໍາ, 6 ຫຼຽນເງິນ ແລະ 4 ຫຼຽນທອງ
-ອັນດັບ 16: ອ໋ອດສະກ້າ ຍາດໄດ້ 2 ຫຼຽນຄໍາ ແລະ ຫຼຽນເງິນ
-ອັນດັບ 17: ແຂວງຄໍາມ່ວນ ຍາດໄດ້ 1 ຫຼຽນຄໍາ, 11 ຫຼຽນເງິນ ແລະ 6 ຫຼຽນທອງ
-ອັນດັບ 18: VS ຍາດໄດ້ 1 ຫຼຽນຄໍາ ແລະ 5 ຫຼຽນເງິນ

-ອັນດັບ 19: ມະຫາວິທະຍາໄລແຫ່ງຊາດ ຍາດໄດ້ 1 ຫຼຽນຄໍາ, 4 ຫຼຽນເງິນ ແລະ 14 ຫຼຽນທອງ
-ອັນດັບ 20: ໂຊກໄຊ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 8 ຫຼຽນທອງ