ບານເຕະນັດພິເສດລະຫວ່າງ ສາລະວັນ ພົບ ຈໍາປາສັກ ໄດ້ຮັບຄວາມສົນໃຈຈາກແຟນບານ

315

ການແຂ່ງຂັນບານເຕະນັດພິເສດລະຫວ່າງ ທີມແຂວງສາລະວັນ ພົບກັບ ທີມແຂວງຈຳປາສັກ ຊຸດແຊ້ມບານເຕະທົ່ວປະເທດ ປະຈໍາປີ 2020 ຈັດຂຶ້ນໃນວັນຈັນທີ 5 ເມສາ 2021 ທີ່ຜ່ານມາ ທີ່ເດີ່ນບານເຕະໃນເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງການຈັດການແຂ່ງຂັນຄັ້ງນີ້ ທ່ານ ປອ ສະໄໝ ໂພທິສານ ເຈົ້າເມືອງໆຄົງເຊໂດນ (ແຂວງສາລະວັນ) ໄດ້ເຊີນເອົາທີມແຂວງຈໍາປາສັກ ມາຮ່ວມສ້າງສີສັນພາຍໃນເມືອງ.

ການແຂ່ງຂັນນັດດັ່ງກ່າວ ໄດ້ຮັບຄວາມສົນໃຈຈາກແຟນບານຫຼາຍພໍສົມຄວນ ໂດຍສະເພາະຊາວເມືອງຄົງເຊໂດນ ໄດ້ພາກັນມາເຊຍກັນອ້ອມສະໜາມສົ່ງສຽງແບບບໍ່ຂາດສາຍ ເຊິ່ງຜ່ານການແຂ່ງຂັນປາກົດວ່າ: ສາລະວັນ ມາແຮງໃນເຄິ່ງເວລາທໍາອິດນໍາຫ່າງ 2-0 ຈາກການຍິງຂອງ ເລວານົກ ແລະ ຈິມມີ ບຸນປະເສີດ, ສ່ວນເຄິ່ງເວລາທີ 2 ຈໍາປາສັກ ໃຊ້ເວລາ 15 ນາທີໆຍິງປະຕູຕີໄຂ່ແຕກໄລ່ມາເປັນ 1-2 ແລະ ນາທີໆ 75 ຈໍາປາສັກ ໄລ່ຕີສະເໝີເປັນ 2-2 ໄດ້ສໍາເລັດ, ແຕ່ໄລຍະທ້າຍເກມ ສາລະວັນ ຂຶ້ນນໍາອີກຄັ້ງເປັນ 3-2 ແຕ່ ຈໍາປາສັກ ກໍໄລ່ຕີສະເໝີີອີກຄັ້ງເປັນ 3-3 ຈົບການແຂ່ງຂັນສະເໝີຄວ້າຂັນປະຈໍາລາຍການດັ່ງກ່າວຮ່ວມກັນ.

ຫຼັງຈົບການແຂ່ງຂັນ ທ່ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກຂອງທີມແຂວງສາລະວັນ ເປີດເຜີຍວ່າ: ການແຂ່ງຂັນບານເຕະນັດພິເສດຄັ້ງນີ້ແມ່ນທາງ ທ່ານເຈົ້າເມືອງຄົງເຊໂດນ ຈັດຂຶ້ນສ້າງກະແສ ແລະ ສີສັນໃຫ້ກັບເມືອງ ຄຽງຄູ່ກັບການຈັດຫຼາຍໆກິດຈະກໍາການທ່ອງທ່ຽວ ຈິ່ງຖືໂອກາດຈັດການແຂ່ງຂັນບານເຕະໂດຍເອີ້ນນັກເຕະທີມແຂວງສາລະວັນ ແລະ ເຊີນເອົາທີມແຂວງຈໍາປາສັກ ຊຸດແຊັມບານເຕະທົ່ວປະເທດ ມາຈັດການແຂ່ງຂັນນັດພິເສດ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນໄດ້ເຂົ້າມາເບິ່ງກັນຫຼາຍຂຶ້ນ ລວມເຖິງການສ້າງກະແສ ແລະ ປູກຈິດສໍານັກໃຫ້ເດັກນ້ອຍມີຄວາມຮັກມັກໃນກີລາບານເຕະ.

“ ສໍາລັບ ນັດນີ້ ສາລະວັນ ແມ່ນໃຊ້ນັກກີລາຊຸດ ສາລະວັນ ອະຄາເດມີ ປະສົມປະສານກັບນັກເຕະຊຸດໃຫຍ່ຂອງແຂວງ ແຕ່ທີມພວກເຮົາຂາດ ຊີດີ ແລະ ຄໍາປານ ທີ່ຕິດພາລະກິດບໍ່ສາມາດມາຮ່ວມໄດ້, ສ່ວນແຂວງຈໍາປາສັກ ກໍໃຊ້ຊຸດໃຫຍ່ປະສົມປະສານກັບນັກເຕະເຍົາວະຊົນເຊັ່ນດຽວກັນ ແລະ ກໍຂາດ ສັງວອນ, ຄໍາຫຼ້າ ແລະ ພູວຽງ ນັກເຕະອ້າຍໃຫຍ່ຂອງຈໍາປາສັກ ທີ່ບໍ່ໄດ້ມາຮ່ວມ. ຢ່າງໃດກໍຕາມ ການແຂ່ງຂັນດໍາເນີນໄປຢ່າງເບີກບານມ່ວນຊື່ນ ໂດຍມີແຟນບານເຂົ້າຮ່ວມເຊຍຫຼາຍພໍສົມຄວນ ” ທ່ານ ປະສານມິດ ກ່າວ.

ສໍາລັບ ທີມແຂວງສາລະວັນ ກັບ ທີມແຂວງຈໍາປາສັກ ເຄີຍພົບກັນມາ 1 ນັດໃນນັດອຸ່ນເຄື່ອງ ປາກົດວ່າ: ທີມແຂວງຈໍາປາສັກ ບຽດເອົາຊະນະໄປ 3-2, ສ່ວນໃນການແຂ່ງຂັນບານເຕະທົ່ວປະເທດ 2020 ແມ່ນຢູ່ທີມລະສາຍ ເຮັດໃຫ້ຍັງບໍ່ມີໂອກາດໄດ້ພົບກັນໃນນັດການແຂ່ງຂັນທາງການ ຫຼ້ານັດສຸດພິເສດກໍສະເໝີກັນ 3-3.

ຂ່າວ: ຄໍາສອນ; ຮູບ: ບຸນຖາວອນ ຄົນສ້າງພາບ