ພຸດດາວີ ຂໍໂທດແຟນບານທີ່ບໍ່ສາມາດພາທີມເກັບໄຊຊະນະນັດທໍາອິດໄດ້ (ຄລິບ)

322

ພຸດດາວີ ພົມມະສານ ກອງກາງປະສົບການສູງຂອງ ເອັຟຊີ ຈັນທະບູລີ ອອກມາຂໍໂທດແຟນບານ ຫຼັງຈາກທີ່ພາທີມບຸກໄປສະເໝີກັບ ວຽງຈັນ ເອັຟຊີ 1-1 ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2021 ເມື່ອວັນທີ 3 ເມສາ 2021 ທີ່ສະໜາມກິລາມະຫາວິທະຍາໄລແຫ່ງຊາດ ທັງທີ່ໄດ້ປະຕູຂຶ້ນນໍາກ່ອນ ແຕ່ມາເສຍທ້າຍເກມ.

ປີທີ່ຜ່ານມາກໍຄືປີ 2020 ເອັຟຊີ ຈັນທະບູລີ ໃນຊື່ເກົ່າ ລາວໂຕໂຢຕ້າ ເອັຟຊີ ກໍບຸກໄປສະເໝີກັບ ມາສເຕີ 7 ເອັຟຊີ 1-1 ຕັ້ງແຕ່ນັດທໍາອິດຂອງລະດູການ 2020;ຫຼ້າສຸດໃນລະດູການ 2021 ກໍບຸກສະເໝີກັບ ວຽງຈັນ ເອັຟຊີ 1-1 ໂດຍນັດດັ່ງກ່າວ RAFAEL DE SA RODRIGUES ຍິງປະຕູໃຫ້ ເອັຟຊີ ຈັນທະບູລີ ຂຶ້ນນໍາໄປກ່ອນ 1-0 ນາທີໆ 51 ກ່ອນທີ່ ວຽງຈັນ ເອັຟຊີ ຈະໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ ສີນວນ ຊາມຸນຕີ ນາທີໆ 77.

ພຸດດາວີ ໃຫ້ສໍາພາດວ່າ (ໃນຄລິບລຸ່ມນີ້)

ສໍາລັບ ພຸດດາວີ ເກີດວັນທີ 2 ກຸມພາ 1994 ທີ່ເມືອງສາມັກຄີໄຊ ແຂວງອັດຕະປື ເລີ່ມຫຼິ້ນກີລາບານເຕະມາຕັ້ງແຕ່ຕອນອາຍຸ 14 ປີ ແລະ ຕິດທີມຊາດລາວ ຢູ 14 ໃນປີ 2009, ສະໂມສອນທໍາອິດເປັນ ລ້ານຊ້າງ ລຸຍລາວລີກ 2011-2012 ກ່ອນຈະຍ້າຍໄປຫຼິ້ນກັບ ຮ່ວງແອງ ອັດຕະປື ແລະ ກາຍເປັນທີ່ຮູ້ຈັກຂອງຫຼາຍໆຄົນ ຫຼັງພາທີມຄວ້າຮອງແຊັມ ລາວພຣີເມຍລີກ 2013, ຄວ້າແຊັມລາວພຣີເມຍລີກ 2014 ແລະ ຄວ້າອັນດັບ 5 ໃນລາວພຣີເມຍລີກ 2015 ຈົນກະທັ້ງມາເຖິງປີ 2016 ຍ້າຍມາຫຼິິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ພາທີມຄວ້າຮອງແຊັມ ລາວພຣີເມຍລີກ ໃນລະດູການທໍາອິດ ກ່ອນທີ່ປີ 2017, 2018, 2019 ແລະ 2020 ຈະພາ ລາວໂຕໂຢຕ້າ ເອັຟຊີ ຫຼື ເອັຟຊີ ຈັນທະບູລີ ກວາດແຊັມລີກສູງສຸດຂອງ ສປປ ລາວ 4 ສະໄໝຕິດຕໍ່ກັນ.

ສໍາລັບ ທ້າຍອາທິດນີ້ ເອັຟຊີ ຈັນທະບູລີ ຈະເປີດບ້ານຮັບການມາຢາມຂອງ ກອງທັບ ເອັຟຊີ ໃນວັນທີ 10 ເມສາ 2021 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 17:00 ໂມງ, ສ່ວນອີກ ວຽງຈັນ ເອັຟຊີ ຈະເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ ເວລາ 15:30 ໂມງ.
ຂ່າວ: ຄໍາສອນ, ຮູບ: ສອນໄຊ