ປະກາດແຕ່ງຕັ້ງ ນາງ ພອນວິໄລ ຫຼວງລາດ ເປັນ Miss World Laos 2021 ແທນຜູ້ເກົ່າ

551

ພິທີຖະແຫຼງການ ການສີ້ນສຸດການດຳລົງຕຳແໜ່ງຂອງ ນາງ ສຸພາວະດີ ພົງສະຫວັນ Miss World Laos 2021 ແລະ
ພາຍຫຼັງໂຄງການປະກວດນາງງາມ ຈັດປະກວດຄັດເລືອກຜູ້ຊະນະຮອບສຸດທ້າຍໃນວັນທີ 31 ມີນາ 2021 ແລະ ຜູ້ຊະນະຄວ້າຕຳແໜ່ງ Miss World Laos 2021 ກໍ່ຄື ນາງ ສຸພາວະດີ ພົງສະຫວັນ ພາຍຫຼັງທີ່ຈົບການປະກວດກໍ່ມີກະແສສັງຄົມວິພາກວິຈານຕ່າງໆນາໆເຊັ່ນ: ໂກງອາຍຸ, ບໍ່ງາມ ແລະ ອື່ນໆ ຈົນກອງປະກວດອອກມາໂພສຂໍເວລາ 14 ມື້ເພື່ອໃຫ້ ນາງ ສຸພາວະດີ ພົງສະຫວັນ ເອົາຫຼັກຖານມາຢັ້ງຢືນພິສູດຕົນເອງ.

ຈົນສຸດທ້າຍເຮັດໃຫ້ມາຮອດວັນທີ 4 ເມສາ 2021 ນາງ ສຸພາວະດີ ພົງສະຫວັນ ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ວ່າຂໍສະຫຼະຕຳແໜ່ງ Miss World Laos 2021 ແລະ ມື້ດຽວກັນທາງເພຈກອງປະກວດກໍ່ໄດ້ອອກມາໂພສ ຢຸດຕິຕຳແໜ່ງຂອງຜູ້ກ່ຽວລົງ.

ແລະ ມາຮອດໃນວັນທີ 6 ເມສາ 2021 ຄະນະໂຄງການປະກວດ ໄດ້ຈັດຖະແຫຼງຂ່າວ ຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ພ້ອມປະກາດຢຸດຕິຕຳແໜ່ງ Miss World Laos 2021 ຂອງ ນາງ ສຸພາວະດີ ພົງສະຫວັນ ແລະ ແຕ່ງຕັ້ງ ນາງ ພອນວິໄລ ຫຼວງລາດ ຮອງອັນດັບ1 Miss World Laos 2021 ຂຶ້ນເປັນ Miss World Laos ປະຈຳປີ 2021 ແລະ ແຕ່ງຕັ້ງ ນາງ ອາລິຍາ ອິນທະວົງ ຮອງອັນດັບ2 Miss World Laos 2021 ຂື້ນເປັນ ຮອງອັນດັບ1 Miss World Laos ປະຈຳປີ 2021 ຢ່າງເປັນທາງການຕັ້ງແຕ່ມື້ນີ້ເປັນຕົ້ນໄປ.