ດ່ວນ! ວຽງຈັນ ເອັຟຊີ ປະກາດແຍກທາງກັບ ກີຕ້າ ໃນລາວລີກ 1

432

ເພຈ໌ບຸກທາງການຂອງ ສະໂມສອນ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນຊື່ VFC Viengchanh Football Club ປະກາດທາງການໃນວັນ 7 ເມສາ 2021 ວ່າ:

VFC ແຍກທາງກັບ ກີຕ້າ ແລ້ວ ເນື່ອງຈາກເຫດຜົນທີ່ບໍ່ສາມາດອະທິບາຍໃຫ້ທຸກຄົນໄດ້ຮັບຊາບໄດ້, ພວກເຮົາ ຍິນດີດຶງໂຕເຂົ້າຮ່ວມທີມ ຝຶກຊ້ອມ ແລະ ກະກຽມທີມ ເຂົ້າຮ່ວມລາວລີກ01 ແຕ່ເນື່ອງຈາກຫລາຍໆຢ່າງ ພວກເຮົາຈື່ງຕັດສິນໃຈ ຕ້ອງແຍກທາງກັນ ເພື່ອທັງສອງຝ່າຍໄດ້ກ້າວຜ່ານເລື່ອງລາວຕ່າງໆໄປພ້ອມກັນ! ຖ້າມີໂອກາດ ພວກເຮົາຄົງຈະໄດ້ຮ່ວມງານກັນອີກ…”

ສໍາລັບ ກີຕ້າ ສີສະຫວາດ ໄດ້ຮັບໂອກາດລົງສະໜາມນັດທໍາອິດຢ່າງເປັນທາງການກັບ ວຽງຈັນ ເອັຟຊີ ໃນນັດທີ່ພາທີມ ສະເໝີກັບ ເອັຟຊີ ຈັນທະບູລີ 1-1 ເມື່ອທ້າຍອາທິດ ທີ່ຜ່ານມາ.