ນາຍົກ ເນັ້ນ ຂະແໜງການເງິນ ຕ້ອງແກ້ໄຂການສໍ້ລາດບັງຫຼວງ, ຄົນເຫຼືອບໍ່ພໍ ໃນພິທີມອບ-ຮັບ ໜ້າທີ່ ລມຕ ກະຊວງການເງິນ

688

ພິທີມອບ-ຮັບໜ້າ ທີ່ລັດຖະມົນຕີກະຊວງການເງິນ ລະຫວ່າງ ທ່ານ ສົມດີ ດວງດີ ອະດີດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ກັບ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານບັນດານິກຳຕ່າງໆກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີກະຊວງການເງິນເປັນຕົ້ນ ລັດທະດຳລັດປະທານປະເທດ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານໂດຍອະນຸມັດໃຫ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອູດໜູນບຳນານ ລັດທະດຳລັດປະທານປະເທດ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີກະຊວງການເງິນ (ຜູ້ໃໝ່).


ໃນພິທີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເນັ້ນບາງບັນຫາໃຫ້ຄະນະນຳກະຊວງການເງິນຊຸດໃໝ່ ໃຫ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງຂອງພັກ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ສູ່ລວງເລິກ, ກຳແໜ້ນພາລະບົດບາດໜ້າທີ່ຂອງກະຊວງການເງິນ ເຊິ່ງເປັນກະຊວງໜຶ່ງທີ່ສຳຄັນໃນການເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ, ເພີ່ມທະວີຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃຫຍ່ທີ່ໝັ້ນຄົງເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ, ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2021 ເຊິ່ງເປັນປີທຳອິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ.


ພ້ອມທັງທ່ານຍັງເນັ້ນໃຫ້ ຂະແໜງການເງິນ ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຂອງຖັນແຖວພະນັກງານ ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພີ່ມທະວີການປະຕິບັດວິໄນການເງິນໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ, ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ, ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ, ຕ້ານຄວາມບໍ່ໂປ່ງໃສ ແກ້ໄຂການສໍ້ລາດບັງຫຼວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ, ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວຄື: ການແກ້ໄຂບັນຫາຄົນເຫຼືອບໍ່ພໍ, ປະສິດທິພາບການເຮັດວຽກຕ່ຳ, ຄາດຄວາມກະຕືລືລົ້ນ, ຂາດລະບຽບວິໄນ ແລະ ບັນຫາອື່ນໆ.