ທ່ານ ບໍ່ວຽງຄຳ ວົງດາລາ ຂື້ນຮັບໜ້າທີ່ເປັນລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານຜູ້ໃໝ່

862

ມອບ-ຮັບອີກໜຶ່ງຕຳແໜ່ງໃນກົງຈັກຂອງລັດຖະບານ ລະຫວ່າງ ທ່ານ ທັນສະໄໝ ກົມມະສິດເຕັກໂນໂລຊີ ແລະການສື່ສານ (ຜູ້ເກົ່າ) ແລະ ທ່ານ ບໍ່ວຽງຄຳ ວົງດາລາ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາພະນັກງານຫລັກແຫລ່ງ-ນຳພາ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກະຊວງດັ່ງກ່າວ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານບົດສະຫລຸບລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນໄລຍະ 5ປີ ຜ່ານມາ (2016-2020) ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ ການຫັນວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະ ກິດ-ສັງຄົມໃຫ້ເຂັ້ມແຂງ, ຢືນຢົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ທິດ ທາງວຽກງານແຜນການໃນຕໍ່ໜ້າ.


ໂອກາດນີ້, ທ່ານ ທັນສະໄໝ ກົມມະສິດ ກໍໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນຕໍ່ການມາຮັບໜ້າທີ່ໃໝ່ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະ ການສູນກາງພັກ, ເລຂາຄະ ນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຂະນະດຽວກັນ, ທ່ານ ບໍ່ວຽງຄຳ ວົງດາລາ ກໍໄດ້ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຕໍ່ພັກ-ລັດ, ຂັ້ນເທິງ ທີ່ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອ ໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກເຫື່ອແຮງ ແລະ ສະຕິປັນ ຍານຳພາ-ຊີ້ນຳວຽກທີ່ຖືກມອບໝາຍໃຫ້ສຳເລັດຜົນ, ພ້ອມທັງສະແດງຄວາມຊື່ນຊົມສັນລະເສີນຄຸນງາມ ຄວາມດີ ຂອງອະດີດເລຂາຄະນະພັກ, ລັດຖະມົນຕີຜູ້ເກົ່າ.

ໃນໂອກາດທີ່ມີຄວາມໝາຍນີ້, ທ່ານ ບຸນທອງ ຈິດມະນີ ກໍໂອ້ລົມຫລາຍບັນຫາສຳຄັນ ແລະ ໄດ້ຍ້ອງຍໍຊົມເຊີຍ ຜົນງານການປະກອບສ່ວນຂອງ ທ່ານ ທັນສະໄໝ ກົມມະສິດ ຕໍ່ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ແລະ ກົດລະບຽບຂອງພັກ 1 ສະໄໝ ທີ່ຜ່ານມາ ຢ່າງມີຄວາມຮັບຜິດຊອບສູງ ແລະ ດ້ວຍຜົນສຳເລັດຫລາຍດ້ານ ທັງດ້ານມະຫາພາກ ແລະ ຈຸລະພາກ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊິ່ງເປັນຜົນສຳເລັດທີ່ໜ້າຊື່ນຊົມຂອງຄະນະພັກແຕ່ລະຂັ້ນ.


ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ລັດຖະມົນຕີຜູ້ໃໝ່ ແລະ ທຸກສະຫາຍພາຍໃນຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສືບຕໍ່ຊີ້ນຳການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນ ໃນການຂັບເຄື່ອນໂດຍສຸມໃສ່ສ້າງບັນດາໂປຣແກຣມການຫັນການບໍລິຫານ ແລະ ບໍລິການຂອງລັດ ໃຫ້ທັນສະໄໝດ້ວຍລະບົບດີຈິຕອນ, ຂະຫຍາຍລະບົບສື່ສານຄວາມໄວສູງ ໃຫ້ທົ່ວທຸກໝູ່ບ້ານທົ່ວປະເທດ ແລະ ສ້າງລະບົບປ້ອງກັນໄອຊີທີ/ດີຈິຕອນ ໃຫ້ມີຄວາມປອດໄພສູງ.