ທ່ານຟາມມິງຈິງ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີ ສ.ສ.ຫວຽດນາມ

495

ຕາມຂ່າວສານຫວຽດນາມ, ວັນທີ 5 ເດືອນເມສາ ສະພາແຫ່ງ ຊາດຫວຽດນາມ ໄດ້ເລືອກຕັ້ງ ທ່ານຟາມມິງຈິງ ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົນໃໝ່.

ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ 2021 , ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍຄະແນນສຽງ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

ທ່ານ ຟ້າມມິງຈິງ ກ່າວຮັບຕຳແໜ່ງວ່າ:  ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດແຫ່ງສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍແມ່ນພາລະບົດບາດທີ່ໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້.


ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດພາລະກິດແຫ່ງການປ່ຽນແປງໃໝ່ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາຍົກລັດຖະມົນຕີຄົນໃໝ່ ໄດ້ສະເໜີແນະບາງໜ້າທີ່ ເຊິ່ງໄດ້ລັດຖະບານ, ນາຍົກລັດຖະມົນຕີຈະຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

ໜຶ່ງແມ່ນສ້າງໂຄງການກະທຳເພື່ອຫັນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປັນລະອຽດ, ໃນນັ້ນສຸມໃສ່ 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ສອງແມ່ນ, ສືບຕໍ່ຍູ້ແຮງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ເດັດດ່ຽວ, ຢຶດໝັ້ນກັບການຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ອາດຍະສິດ, ຫຍໍ້ທໍ້. ສາມແມ່ນ, ຄຸ້ມຄອງບໍລິຫານ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດ. ສີ່ແມ່ນ, ເດັດດ່ຽວ, ຢຶດໝັ້ນກັບການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

ທ່ານຟ້າມມິງຈິງ ເກີດປີ 1958, ບ້ານເກີດຢູ່:ຕາແສງ ຮວາລົກ ເມືອງເຮົ້າລົກ ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.