ເປີດໃຈ ຄູຝືກ ເອັຟຊີ ຈັນທະບູລີ ຫຼັງພາທີມພາດທ່າຖືກຕີສະເໝີແຕ່ນັດທໍາອິດ

416

ປີທີ່ຜ່ານມາກໍຄືປີ 2020 ເອັຟຊີ ຈັນທະບູລີ ໃນຊື່ເກົ່າ ລາວໂຕໂຢຕ້າ ເອັຟຊີ ກໍບຸກໄປສະເໝີກັບ ມາສເຕີ 7 ເອັຟຊີ 1-1 ຕັ້ງແຕ່ນັດທໍາອິດຂອງລະດູການ 2020 ແລະ ຫຼ້າສຸດໃນລະດູການ 2021 ກໍບຸກສະເໝີກັບ ວຽງຈັນ ເອັຟຊີ 1-1 ( 3 ເມສາ 2021 ) ໂດຍນັດດັ່ງກ່າວ RAFAEL DE SA RODRIGUES ຍິງປະຕູໃຫ້ ເອັຟຊີ ຈັນທະບູລີ ຂຶ້ນນໍາໄປກ່ອນ 1-0 ນາທີໆ 51 ກ່ອນທີ່ ວຽງຈັນ ເອັຟຊີ ຈະໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ ສີນວນ ຊາມຸນຕີ ນາທີໆ 77.

ກ່ອນລົງແຂ່ງຂັນ ເອັຟຊີ ຈັນທະບູລີ ຄຸມສະຖິຕິເໜືອກວ່າ ວຽງຈັນ ເອັຟຊີ ເນື່ອງຈາກລະດູການ 2020 ພົບກັນມາ 2 ນັດ ເອັຟຊີ ຈັນທະບູູລີ ເອົາຊະນະໄປແບບສະບາຍໆຄື ຮອບຂາໄປ ຊະນະ 5-1 ແລະ ຮອບຂາກັບ ຊະນະ 3-0, ແຕ່ໃນການແຂ່ງຂັນຕົວຈິງຂອງນັດທໍາອິດລະດູການ 2021 ວຽງຈັນ ເອັຟຊີ ເສີມນັກເຕະໃໝ່ ແລະ ປັບເກມໄດ້ໂດດເດັ່ນ ຈົນສາມາດແຂ່ງຂັນ ເອັຟຊີ ຈັນທະບູລີ ໄດ້ຢ່າງສູສີ ກ່ອນຈະສະເໝີກັນ 1-1.

ຫຼັງຈົບການແຂ່ງຂັນ ທ່ານ ປະຈັກ ວຽງສົງ (Prajak Weangsong) ຫົວໜ້າຄູຝຶກຂອງ ເອັຟຊີ ຈັນທະບູລີ ໃຫ້ສໍາພາດດັ່ງວີດີໂອລຸ່ມນີ້ວ່າ:

ສໍາລັບ ເອັຟຊີ ຈັນທະບູລີ ລະດູການ 2020 ທີ່ຜ່ານລົງສະໜາມນັດທໍາອິດສະເໝີກັບ ມາສເຕີ 7 ເອັຟຊີ 1-1 ກ່ອນທີ່ີຈົບລະດູການຈະຄວ້າແຊັມໄປຄອງ ດ້ວຍຜົນງານໂດດເດັ່ນ ລົງສະໜາມ 12 ນັດຊະນະ 10 ນັດ ແລະ ສະເໝີ 2 ນັດມີ 32 ຄະແນນ ໜີຫ່າງອັນດັບ 2 ມາສເຕີ 7 ເອັຟຊີ ທີ່ມີ 25 ຄະແນນ. ຕ້ອງຕິດຕາມກັນເບິ່ງວ່າປີນີ້ ເອັຟຊີ ຈັນທະບູລີ ຈະປັບປຸງ ແລະ ວາງຮູບເກມໄດ້ດີຂະໜາດໃດໃນນັດຕໍ່ໆໄປ.

ສະຫຼຸບຕາຕະລາງຄະແນນລວມປັດຈຸບັນຂອງ ເປບຊີ ລາວລີກ 1 ລະດູການ 2021 ມີດັ່ງນີ້: