ເປີດຕະຫຼາດສົດ ບຶງທາດຫຼວງ ສູນລວມສິນຄ້າຂາຍຍົກ ແລະ ຂາຍຍ່ອຍ ອີກແຫ່ງໃນນະຄອນຫຼວງວຽງຈັນ

387

ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ຕະຫຼາດສົດບຶງທາດຫຼວງ ທີ່ຕັ້ງຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງ ສູນລວມສິນຄ້າຂາຍຍົກ ແລະ ຂາຍຍ່ອຍ ທີ່ເປີດໃຫ້ບໍລິການແກ່ມວນຊົນ ດ້ວຍສິນຄ້າ ອຸປະໂພກ ບໍລິໂພກ ທີ່ມີລາຄາຖືກ ບໍ່ວ່າຈະເປັນສິນຄ້າດ້ານກະສິກຳ, ພືດຜັກຕາມລະດູການ ເຊັ່ນ: ຜັກບົ່ວ ຫອມປ້ອມ ຜັກກາດ ຜັກສະລັດ ມັນດ້າງຢີປຸ່ນ, ໝາກອຶ, ໜໍ່ໄມ້ ແລະ ອື່ນໆ.


ທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມບໍລິສັດ 3S ພັດທະນາ ຈຳກັດ ເຈົ້າຂອງຕະຫຼາດສົດບຶງທາດຫຼວງໄດ້ໃຫ້ຮູ້ວ່າ: ຈຸດພິເສດຂອງຕະຫຼາດບຶງທາດຫຼວງ ມີສະຖານທີ່ກວ້າງຂວາງມີບ່ອນຈອດລົດສະດວກສະບາຍບໍ່ເສຍຄ່າ ແລະ ມີກຳລັງການຊື້-ຂາຍ ລວມເຖິງປະລິມານສິນຄ້າຈຳນວນມະຫາສານໃນແຕ່ລະວັນ ເຊິ່ງຈະເຮັດໃຫ້ບັນຍາກາດໃນການຄ້າຂາຍໃນລະດັບຊຸມຊົນມີຄວາມຄຶກຄັກ ດ້ວຍຮູບແບບການພັດທະນາ ເພື່ອກະຈາຍລາຍໄດ້ສູ່ປະຊາຊົນທ້ອງຖິ່ນ.


ທ່ານກ່າວຕື່ມວ່າ: ການພັດທະນາຕະຫຼາດແຫ່ງນີ້ ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ ກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດພາຍໃນປະເທດ ແລະ ການຄຸ້ມຄອງການນໍາເຂົ້າສິນອຸປະໂພກ-ບໍລິໂພກຈາກຕ່າງປະເທດ. ດັ່ງນັ້ນ, ຈຶ່ງຖືເປັນເປົ້າໝາຍຍຸດທະສາດຫຼັກຂອງກຸ່ມບໍລິສັດ 3S ພັດທະນາ ຕໍ່ການເຂົ້າມາພັດທະນາຕະຫຼາດສົດບຶງທາດຫຼວງ. ບໍ່ພຽງແຕ່ອຳນວຍຄວາມສະດວກຕໍ່ການຈັບຈ່າຍໃຊ້ສອຍເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາໄພຫວ່າງງານໃຫ້ແກ່ປະຊາຊົນລາວ; ພ້ອມນັ້ນຍັງເປັນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ, ຖືເປັນບາດກ້າວໜຶ່ງທີ່ສໍາຄັນ ໃນການພັດທະນາເຂດເສດຖະກິດພິເສດຕະຫຼາດບຶງທາດຫຼວງ ໃຫ້ມີຄວາມທັນສະໄໝ ເປັນຈຸດສຸມຂອງການຄ້າຂາຍ ທີ່ສຳຄັນຂອງເຂດເສດຖະກິດບຶງທາດຫຼວງ ແລະ ທັງເປັນການສົ່ງເສີມຜະລິດຕະພັນກະສິກຳຂອງປະຊາຊົນລາວ ທີ່ຜະລິດຈາກສີມືຄົນລາວ ເພື່ອໃຫ້ເປັນໃບໜ້າອັນໃໝ່ຂອງນະຄອນຫຼວງວຽງຈັນ.


ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນກ່າວວ່າ: ຕະຫຼາດສົດບຶງທາດຫຼວງ ເປີດຂຶ້ນຖືວ່າເປັນຕະຫຼາດຕົວແບບໃນນະຄອນຫຼວງສໍາລັບຄວາມກວ້າງ, ສະອາດ ທີ່ສໍາຄັນເປັນຈຸດສູນລວມສິນຄ້າອຸປະໂພກ – ບໍລິໂພກທີ່ສະໜອງໃນນະຄອນຫຼວງວຽງຈັນ, ເຊິ່ງຜູ້ພັດທະນາມີຄວາມຄາດຫວັງຈະເປັນຈຸດກະຈາຍສິນຄ້າໄປສູ່ບັນດາແຂວງ, ແຂວງໃດມີຫຼາຍຈະສົ່ງໄປຍັງແຂວງທີ່ຂາດ ເຊິ່ງພວກເຮົາຈະເຮັດວຽກຮ່ວມກັນ ໂດຍສະເພາະຂອດການຜະລິດ, ຂອບສະໜອງ ແລະ ບໍລິການ ເພື່ອເຮັດໃຫ້ສັງຄົມມີສິນຄ້າທີ່ບໍລິໂພກສະໝໍ່າສະເໝີ.


ສຳລັບ ພໍ່ຄ້າຊາວຂາຍທີ່ໃດທີ່ຢາກມາຈັບຈອງສະຖານທີ່ ເພື່ອຂາຍສິນຄ້າກະສິກຳປະເພດ ຜັກ, ໝາກໄມ້, ອາຫານທະເລ, ເຄື່ອງແຫ້ງ, ອາຫານແຊ່ແຂງ ແລະ ອື່ນໆ ຢູ່ຕະຫຼາດສົດບຶງທາດຫຼວງ ກໍສາມາດມາຈັບຈອງໄດ້ ທີ່ຕະຫຼາດສົດບຶງທາດຫຼວງ ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.


ພິທີເປີດຕະຫຼາດມີຂຶ້ນ ວັນທີ 5 ເມສາ 2021 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.