ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ຜູ້ໃໝ່

1076

ມອຮບ-ຮັບໄປອີກໜຶ່ງຕຳແໜ່ງ ລະຫວ່າງ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ຜູ້ເກົ່າ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2021 ໃຫ້ກຽດເຂົ້າ ຮ່ວມ ມີ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ມີບັນດາສະ ຫາຍຄະນະພັກ, ການນໍາ ແລະ ສະມາ ຊິກພັກ, ພະນັກງານພາຍໃນຄະນະພົວ ພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.


ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວລາຍງານ ກ່ຽວກັບວຽກງານການເຄື່ອນໄຫວໂດຍຫຍໍ້ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2015 ເປັນຕົ້ນມາ ພາຍຫລັງໄດ້ມີການປັບປຸງຄັ້ງສຳຄັນ ໂດຍໄດ້ແຍກອອກຈາກອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ມາເປັນອົງ ຄະນະພັກເອກະລາດເປັນຄັ້ງທຳອິດ, ເຊິ່ງສາມາດຍາດໄດ້ຜົນສຳເລັດສຳຄັນຫລາຍດ້ານ ໃນການປະຕິບັດໜ້າທີ່ເປັນເສນາໃຫ້ແກ່ສູນກາງພັກໃນວຽກງານຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ຕີລາຄາຜົນສຳເລັດຂອງ ຄຕພ ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ຂອງສະຫາຍຫົວໜ້າ ຄຕພ ຜູ້ເກົ່າ ແລະ ໄດ້ໃຫ້ຄຳໝາຍໝັ້ນຈະພ້ອມກັບໝູ່ຄະນະ ສືບຕໍ່ປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກໃນວຽກງານຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການປະຕິບັດແນວທາງຕ່າງປະເທດຂອງພັກ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.


ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ໃຫ້ກຽດໂອ້ລົມ ໂດຍຕາງໜ້າໃຫ້ກົມການ ເມືອງ ແລະ ຄະນະເລຂາທິການສູນກາງພັກ ສະແດງຄວາມຍ້ອງຍໍຊົມ ເຊີຍ ຕໍ່ບັນດາຜົນງານອັນພົ້ນເດັ່ນທີ່ ຄຕພ ຍາດມາໄດ້ ແລະ ໄດ້ສະເໜີໃຫ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ກໍຄື ຄະນະນຳທຸກຂັ້ນ ເພື່ອປະຕິບັດພາລະບົດບາດ, ສິດໜ້າທີ່ ຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ຄັ້ງທີ 9, ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນສໍາເລັດດີ; ສືບຕໍ່ເປັນເຈົ້າການຍູ້ແຮງການເຄື່ອນໄຫວການທູດລະດັບສຸດຍອດຂອງພັກ ແລະ ການທູດປະຊາຊົນ ໂດຍຖືເປັນວຽກງານປາຍແຫລມ ໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກໃນໄລຍະໃໝ່; ສູ້ຊົນສ້າງຕັ້ງສາຍພົວພັນກັບພັກການ ເມືອງຕ່າງປະເທດ ນັບມື້ຫລາຍຂຶ້ນ ແລະ ເຊື້ອໝັ້ນວ່າ ສະຫາຍ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ໃໝ່ ທີ່ເຄີຍໄດ້ຮ່ວມວຽກງານຢູ່ ຄະນະພົວພັນຕ່າງປະເທດສູນກາງພັກມາກ່ອນ ຈະພ້ອມກັບໝູ່ຄະນະ ຍົກສູງຄວາມຮັບຜິດຊອບ, ເປັນຫລັກແຫລ່ງ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີເປັນເອກະພາບຢູ່ພາຍໃນ ເພື່ອເຮັດສຳເລັດໜ້າທີ່ ແລະ ນຳພາຄະນະພົວພັນຕ່າງປະເທດສູນກາງພັກສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ ຕາມທິດທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ.

ຂ່າວຈາກ: Lao National Radio