ມອບ-ຮັບໜ້າທີ່ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

534

ໜັງສືພິມປະຊາຊົນ, ເມື່ອວັນທີ 2 ເມສາ 2021 ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລະຫວ່າງ ສະຫາຍ ຄໍາສານ ສຸວົງ (ຜູ້ເກົ່າ) ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ຜູ້ໃໝ່), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານ-ລັດຖະກອນຫຼັກແຫຼງ ອອປສ ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ຄໍາສານ ສຸວົງ ໄດ້ລາຍງານຜົນສໍາເລັດໃນການຊີ້ນໍາ-ນໍາພາວຽກງານ ໃນໄລຍະ 5 ປີ ຜ່ານມາ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນວຽກງານສໍາຄັນຕົ້ນຕໍ ໂດຍຕິດພັນກັບການນຳພາວຽກງານວິຊາສະເພາະ, ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ບັນດາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ, ກົດໝາຍ ແລະ ນິຕິກຳຕ່າງໆຂອງລັດ ໂດຍສະເພາະມະຕິກອງປະຊຸມ ສະບັບເລກທີ 013/ສພຊ ຂອງສະພາແຫ່ງຊາດຊຸດທີ VIII, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໂດຍໄດ້ວາງ 6 ຄາດໝາຍ, 5 ແຜນງານ, 21 ໂຄງການ ຊຶ່ງຜ່ານການສຶກສາອົບຮົມການເມືອງ-ນຳພາແນວຄິດ ແມ່ນສາມາດຕີຖອຍໄດ້ແນວຄິດ, ທັດສະນະທີ່ບໍ່ຖືກຕ້ອງ, ເຮັດໃຫ້ສະພາບແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມສະຫງົບ ແລະ ມີບັນຍາກາດດີ; ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທຳ ສ່ວນຫຼວງຫຼາຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຮັກສາໄດ້ຈັນຍາບັນ, ຈັນຍາທຳ ຂອງນັກກົດໝາຍ, ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງໄອຍະການ ມີການຫັນປ່ຽນທີ່ຕັ້ງໜ້າ.


ໃນໂອກາດດັ່ງກ່າວ ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມບາງຕອນສຳຄັນວ່າ: ໃນຕໍ່ໜ້ານີ້, ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ຕ້ອງສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວຂະແໜງການຂອງໄອຍະການໃຫ້ເລິກເຊິ່ງ ແລະ ເນື່ອງນິດລຽນຕິດ, ເອົາການສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການແກ້ໄຂທັດສະນະ-ແນວຄິດທີ່ບໍ່ຖືກຕ້ອງ ແລະ ປະກົດການຫຍໍ້ທໍ້; ເອົາໃຈໃສ່ພັດທະນາກົງຈັກການຈັດຕັ້ງໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ, ຮອບດ້ານ ​​ໂດຍ​ສະ​ເພາະ​ຢູ່ອົງການໄອຍະການ​ຂັ້ນຕົ້ນ ຕ້ອງຮັບປະກັນ​ໃຫ້​ປະຊາຊົນເຂົ້າຫາການ​ບໍລິການ​ຂອງ​ໄອຍະການ ມີຄວາມ​ສະດວກ; ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ຄະດີ​ໃຫ້​ມີ​ຄວາມ​ວ່ອງ​ໄວ ​ແລະ ມີ​ຄຸນ​ນະພາ​ບ ​ໂດຍ​ສ້າງ​ລະບຽບ​ກົນ​ໄກ​ແກ້​ໄຂ ​ໃຫ້​ເຂົ້າສູ່​ລະບົບຕາມ​ກົດໝາຍ​ກຳນົດ; ເອົາ​ໃຈ​ໃສ່​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ ​ແລະ ວຽກ​ງານ​ຂອງ​ໄອຍະການໃຫ້​ກວ້າງຂວາງ, ທົ່ວເຖິງ ​ເພື່ອ​ຈຳກັດ, ສະກັດ​ກັ້ນ​ການລະ​ເມີດ​ກົດໝາຍ ທັງ​ເປັນ​ການ​ແກ້​ໄຂ​ບັນຫາ​ທີ່​ເປັນຕົ້ນ​ເຫດ; ຕ້ອງ​ຖື​ສຳຄັນ​ຕໍ່ວຽກກວດກາ, ປະເມີນຜົນພະນັກງານໄອຍະການປະຊາຊົນ, ພະ ນັກງານ-ລັດຖະກອນ ​ຂອງ​ອົງການໄອຍະການປະຊາຊົນຢ່າງ​ເປັນ​ປົກກະຕິ; ປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ບໍາລຸງຍົກລະດັບຄວາມຮູ້ທາງດ້ານກົດໝາຍ ວິຊາສະເພາະ ແລະ ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຂອງແຕ່ລະພາກສ່ວນໃຫ້ມີຄວາມເຂັ້ມແຂງ, ຮັບປະກັນ ແລະ ມີປະສິດທິຜົນ.

(ຂ່າວ: ຈະເລີນສິນ)