ຮອງນາຍົກ ເນັ້ນແກ້ໄຂຄວາມທຸກຍາກຕ້ອງປະຕິບັດຢ່າງຈິງຈັງ

233

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມປະຊາຊົນເບິ່ງວິຖີຊີວິດການທຳມາຫາກິນຂອງປະຊາຊົນບ້ານນາກະດົກ ເມືອງຄຳເກີດ ແລະ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ, ໃນວັນທີ 1 ເມສາຜ່ານມານີ້ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕ້ອງລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນແມ່ນເຕັກນິກການປູກ, ການລ້ຽງໃຫ້ປະຊາຊົນ.

ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມເບິ່ງວິຖີການດຳລົງຊີວິດ, ການທຳມາຫາກິນ, ການປະກອບອາຊີບ ໂດຍສະເພາະ ການຂຸດຄຳ, ຮ່ອນຄຳຂອງປະຊາຊົນຢູ່ພາຍໃນບ້ານນາກະດົກ ເມືອງຄຳເກີດ. ພ້ອມທັງມອບເງິນຊຸກ ຍູ້, ຊ່ວຍເຫລືອ ຈຳນວນ 10 ລ້ານກີບ ໃຫ້ອຳນາດການປົກຄອງບ້ານນຳໄປໝູນໃຊ້ເຂົ້າໃນການພັດທະນາບ້ານ ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

อาจเป็นรูปภาพของ 1 คน และกำลังนั่ง

ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກຍ້າຍມາຢູ່ບ້ານຈັດສັນຫ້ວຍ ຫອຍ ຈຳນວນ 300 ກວ່າຄົວເຮືອນ, ຢູ່ເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ປະຊາຊົນພາຍໃນບ້ານໃຫ້ມີຈິດໃຈອຸ່ນອ່ຽງທຸ່ນທ່ຽງ, ໃຫ້ເອົາໃຈໃສ່ໃນການປູກຝັງ – ລ້ຽງສັດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ໃຫ້ກາຍເປັນສິນຄ້າ, ເຮັດໃຫ້ບ້ານຈັດສັນຫ້ວຍຫອຍ ກາຍເປັນບ້ານສີສັນໃນຕົວເມືອງນ້ອຍໃນຊົນນະບົດ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง และผู้คนกำลังยืน

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານເອົາໃຈໃສ່ສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ມີຄວາມສາມັກຄີໜັກແໜ້ນ ເພື່ອເຮັດໃຫ້ບ້ານກາຍເປັນບ້ານສາມັກຄີປອງດອງ, ບ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປັນບ້ານພັດທະນາຕາມແນວທາງຂອງພັກ, ລັດວາງອອກ, ບໍ່ພຽງເທົ່ານັ້ນອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງລົງຊຸກຍູ້ສົ່ງເສີມ, ເຜີຍແຜ່ຝຶກອົບຮົມວິຊາຊີບ ເປັນຕົ້ນແມ່ນເຕັກນິກການປູກ, ການລ້ຽງໃຫ້ປະຊາຊົນ ລວມທັງຊຸກຍູ້ສົ່ງເສີມດ້ານການສຶກສາ, ໂພຊະນາການໃຫ້ເດັກນ້ອຍພາຍໃນບ້ານໃຫ້ໄດ້ຮັບການສຶກສາ ແລະ ໂພຊະນາການທີ່ດີ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ກອງທຶນພັດທະນາເມືອງ ເພື່ອມອບໃຫ້ອຳນາດການປົກຄອງບ້ານຈັດສັນຫ້ວຍ ຫອຍ ນຳໄປພັດທະນາບ້ານໃຫ້ສະອາດງາມຕາ, ສະຫງົບ ແລະ ປອດໄພ.

[ ຂ່າວ: ຂປລ ]