ມອບ-ຮັບໜ້າທີ່ ເລຂາຄະນະພັກກະຊວງ,​ ລັດຖະມົນຕີກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່​ 

351

ພິທີມອບ-ຮັບ​ ໜ້າທີ່ເລຂາຄະນະພັກກະຊວງ,​ ລັດຖະມົນຕີກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່​  ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້​ ວັນທີ​ 2​ ເມສາ​ 2021​ ຢູ່ຫ້ອງປະຊຸມ​ໃຫຍ່​ກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່.

ລະຫວ່າງ​ ທ່ານ ​ ຄຳມະນີ​ ອິນທິລາດ​ ອະດີດ​ກຳມະການສູນກາງພັກ, ເລຂາຄະນະພັກ,​ ລັດຖະມົນຕີກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່​ ຜູ້ເກົ່າກັບ ​ ​ ດາວວົງ​ ພອນແກ້ວ​ ກຳມະການສູນກາງພັກ,​ ເລຂາຄະນະພັກກະຊວງ,​ ລັດຖະມົນຕີກະຊວງ​ ພະລັງງານ​ ແລະ​ ບໍ່ແຮ່​ ຜູ້ໃໝ່.

ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ  ສອນໄຊ​ ສີພັນດອນ​ ກຳມະການກົມການເມືອງສູນກາງພັກ,​ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງ​ ແຜນການ​ ແລະ​ ການລົງທຶນ.

ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຄະນະປະຈຳ​ພັກ,​ ຄະນະພັກ, ຮອງລັດຖະມົນຕີ​ ພ້ອມດ້ວຍຄະນະ​ພັກຮາກຖານ,​ ຄະນະນຳ​ຫ້ອງການ,​ ບັນດາ​ກົມ,​ ສະຖາບັນ,​ ລັດວິສາຫະກິດ​ ແລະ​ ຄະນະພະແນກພາຍໃນກະຊວງ ພະລັງງານ​ ແລະ​ ບໍ່ແຮ່ເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່