ບອກວິທີການປູກໝາກເຜັດທີ່ງ່າຍດາຍ ແລະ ຂາຍໄດ້ດົນ

459

ໝາກເຜັດເປັນພືດທີ່ໃຫ້ໝາກທີ່ເຮົາໃຊ້ບໍລິໂພກສ່ວນໝາກ ໃຊ້ປະກອບອາຫານໂດຍກົງ ແລະ ນຳໄປປຸງແຕ່ງອາຫານປະເພດອື່ນໆໄດ້, ໝາກເຜັດເປັນພືດອາຍຸຍາວ, ມີລົດຊາດເຜັດ, ໃຫ້ວິຕາມິນເອ ເວລາຍັງອ່ອນຈະມີສີຂຽວແຕ່ເມື່ອແກ່ຂຶ້ນມາຈະມີສີແດງ ສາມາດປູກເປັນອາຊີບຕົ້ນຕໍ ຫຼື ເປັນອາຊີບສຳຮອງ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເພາະໝາກເຜັດໃນໄລຍະນີ້ແມ່ນມີລາຄາທີ່ສູງຫຼາຍ ທຸກທ່ານສາມາດນຳເອົາເຕັກນິກວິທີການຈາກຄໍລຳກະສິກຳມື້ນີ້ໄປທົດລອງປະຕິບັດປູກເບິ່ງ.

1. ຂັ້ນຕອນໃນການກຽມດິນປູກ

ກ່ອນອື່ນໝົດເຮົາຕ້ອງກະກຽມໜານກ້າເບ້ຍໝາກເຜັດ ຂຸດ ຫຼື ໄຖດິນເລິກປະມານ 10 – 15 ຊັງຕີແມັດ, ຕາກດິນໃຫ້ແຫ້ງ 2 – 3 ວັນ ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ຫຼາຍປະສົມໃຫ້ກັບດິນສະໝໍ່າສະເໝີແລ້ວເຮັດເປັນໜານ, ຫຼັງຈາກກຽມໜານກ້າເບ້ຍແລ້ວໃຫ້ຫວ່ານເມັດພັນໝາກເຜັດໃຫ້ກະຈາຍທົ່ວໜານ ຫຼື ອາດຈະໂຮຍເປັນແຕ່ລະແຖວຫ່າງກັນ 15 ຊັງຕີແມັດ, ເຮັດຮ່ອງເລິກປະມານ 1 ຊັງຕີແມັດ ໂຮຍເມັດພັນລົງໃນຮ່ອງແລ້ວຫວ່ານປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ ຫຼື ດິນທີ່ລະອຽດກໍໄດ້ ໃຫ້ໜາປະມານ 0,5 – 1 ຊັງຕີແມັດ, ຫົດນໍ້າໃຫ້ຊຸ່ມແລ້ວປົກດ້ວຍເຟືອງແຫ້ງ ຫຼື ຫຍ້າບາງໆ ຫຼັງຈາກເບ້ຍງອກໄດ້ປະມານ 15 – 20 ວັນ ໃຫ້ຖອນເອົາຕົ້ນທີ່ບໍ່ສົມບູນ ຫຼື ຕົ້ນອ່ອນແອອອກ; ພ້ອມກັນນີ້ກໍພະຍາຍາມຈັດໄລຍະຫ່າງຂອງເບ້ຍອອກຈາກກັນໃຫ້ຫ່າງປະມານ 10 ຊັງຕີແມັດ.

อาจเป็นรูปภาพของ อาหาร

2. ຂັ້ນຕອນໃນການປູກ

ຂຸດ ຫຼື ໄຖດິນໃຫ້ເລິກ 25 – 30 ຊັງຕີແມັດ, ຈາກນັ້ນໃຫ້ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍໃນນໍ້າໄດ້ດີ, ໄລຍະການປູກທີ່ເໝາະສົມສຳລັບໝາກເຜັດຄວນໃຊ້ໄລຍະະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 50 ຊັງຕີແມັດ, ລະຫວ່າງແຖວ 1 ແມັດ ເມື່ອເຮົາກຽມດິນປູກແລ້ວເຮົາກໍຄວນຍ້າຍເບ້ຍມາໃສ່ເລີຍ ແລ້ວຄວນເລືອກເບ້ຍທີ່ແຂງແຮງມີອາຍຸປະມານ 30 – 40ວັນ ສູງປະມານ 20 – 15 ຊັງຕີແມັດ, ການຍ້າຍເບ້ຍມາປູກຄວນເບິ່ງເບ້ຍທີ່ມີຮາກຕິດມາພ້ອມ ແລະ ເຮັດຢ່າງລະມັດລະວັງ, ຕົ້ນທີ່ຍ້າຍອອກມາຈາກໜານໃຫ້ຮີບປູກທັນທີ ການປູກຕ້ອງບີບດິນອ້ອມລຳຕົ້ນໃຫ້ແໜ້ນລະວັງຢ່າເຮັດໃຫ້ຮາກຂາດ ເພາະຈະເຮັດໃຫ້ຕົ້ນລົ້ມໄດ້ງ່າຍ ເພາະຕົ້ນໝາກເຜັດມີຮາກແຜ່ກະຈາຍຢູ່ເທິງໜ້າດິນ. ຫຼັງຈາກທີ່ປູກຕ້ອງຫົດນ້ຳໃຫ້ຊຸ່ມເອົາເຟືອງ ຫຼື ຫຍ້າແຫ້ງປົກຄຸມດິນ ແລະ ຄວນເຮັດເປັນຮ້ານບັງແດດບໍ່ຄວນໃຫ້ເບ້ຍໝາກເຜັດຖືກແດດກ້າໃນໄລຍະປູກໃໝ່ ເພາະຈະເຮັດໃຫ້ໃຫຍ່ຊ້າ ຫຼື ແຫ້ງຕາຍໄດ້.

อาจเป็นรูปภาพของ อาหาร และสถานที่ในร่ม

3. ການບົວລະບັດຮັກສາໝາກເຜັດ

ເຮົາຄວນໃຊ້ຝຸ່ນສູດ 15:15:15 ຫຼື 13:13:21 ຫຼື ສູດທີ່ໃກ້ຄຽງກັນ ໂດຍໃສ່ໃນຈຳນວນ 300 – 500 ກິໂລຕໍ່ເຮັກຕາ ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນການໃສ່ແບ່ງອອກເປັນສອງເທື່ອ ໃສ່ເຄິ່ງໜຶ່ງເພື່ອເປັນຝຸ່ນຮອງພື້ນຕອນກຽມດິນ ( ຮອງພື້ນຂຸມປູກ ) ເທື່ອທີ່ສອງໃສ່ເມື່ອອາຍຸໄດ້ 20 – 30 ວັນ ຫຼັງຈາກຍ້າຍໄປປູກ ໂດຍໃສ່ແບບໂຮຍຕົ້ນ ແລະ ພວນດິນປົກ. ສ່ວນການຫົດນ້ຳຄວນໃຫ້ນ້ຳຢ່າງພຽງພໍ ແລະ ສະໝໍ່າສະເໝີຢ່າໃຫ້ປຽກຫຼາຍເກີນໄປ ເພາະຈະເຮັດໃຫ້ໝາກເຜັດຢຸດການຈະເລີນເຕີບໂຕ.

อาจเป็นรูปภาพของ อาหาร และสถานที่ในร่ม

4. ການເກັບກ່ຽວ

ອາຍຸຂອງການເກັບກ່ຽວເທື່ອທຳອິດຂອງໝາກເຜັດ ປະມານ 70 – 80 ວັນຂຶ້ນໄປ ຫຼັງຈາກການຍ້າຍຜົນຜະລິດໃນໄລຍະທຳອິດຈະໜ້ອຍແຕ່ຈະເພີ່ມຂຶ້ນເລື້ອຍໆ ແລະ ຈະຫຼຸດລົງອີກເທື່ອໜຶ່ງເມື່ອຕົ້ນເລີ່ມແກ່, ການເກັບຄວນເກັບທຸກໆ 7 ວັນ ໃຊ້ວິທີເດັດເທື່ອລະໝາກ ໂດຍໃຊ້ເລັບມືເດັດເອົາບ່ອນຮອຍກ້ານໝາກຕໍ່ກັບກິ່ງໝາກເຜັດ ຈະໃຫ້ຜົນຜະລິດເຖິງ 6 – 7 ເດືອນ ຫຼື ອາດຈະເປັນປີຈົນກວ່າຕົ້ນໝາກເຜັດຈະຫ່ຽວແຫ້ງຕາຍໄປເອງ.

ຮູບໂດຍ: HuaHinTown_Snap จาก PixabaySimon จาก Pixabay | Jill Wellington จาก Pixabay

( ທີ່ມາ: ກະເສດຍຸກໃໝ່ )