ຕິດຕາມ ເອັຟຊີ ຈັນທະບູລີ ກັບນັດທໍາອິດໃນລາວລີກ 1 ຈະອອກມາໃນຮູບແບບໃດ ທ້າຍອາທິດນີ້

334

ເຊື່ອວ່າຫຼາຍຄົນຕ່າງກໍເຝົ້າລໍຄອຍຊົມນັດທໍາອິດຂອງແຊັມເກົ່າທີ່ມີການປ່ຽນປ່ຽນຫຼາຍຢ່າງ ໂດຍສະເພາະແມ່ນປ່ຽນຊື່ມາເປັນຈາກ ລາວໂຕໂຢຕ້າ ເອັຟຊີ ມາເປັນ ເອັຟຊີ ຈັນທະບູລີ ເຂົ້າຮ່ວມຊີງໄຊໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2021 ທີ່ຈະລົງສະໜາມນັດທໍາອິດພົບກັບ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ໃນທ້າຍອາທິດນີ້ວັນທີ 3 ເມສາ 2021 ເວລາ 15:30 ໂມງ ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດລາວ.

ເຖິງວ່າລະດູການນີ້ ເອັຟຊີ ຈັນທະບູລີ ຈະປ່ອຍນັກເຕະເກົ່າອອກໄປຫຼາຍ ໂດຍສະເພາະແມ່ນ LAERCIO GOMES COSTA ດາວຍິງສູງສຸດປະຈໍາປີ 2020 ແລະ ກາຊູ ໂຮມມະ ດາວຍິງສູງສຸດຂອງ ສປປ ລາວ 4 ສະໄໝ ( 2015, 2017, 2018 ແລະ 2019 ) ລວມເຖິງ ຈຸນ ຟູກູດະ ຫົວໜ້າຄູຝຶກທີມພາທີມຄວ້າແຊັມລາວລີກ 1 ໄດ້ເຖິງ 3 ສະໄໝລຽນຕິດ ( 2018, 2019 ແລະ 2020 ).

ຢ່າງໃດກໍຕາມ, ເອັຟຊີ ຈັນທະບູລີ ກໍເສີມນັກເຕະໃໝນໍາໂດຍ 2 ກອງກາງຊາວຍີ່ປຸ່ນຢ່າງ IDEGUCHI MASAAKI ແລະ KAZU YANAGIDATE, ສ່ວນນັກເຕະລາວທີ່ເສີມມາໃໝ່ກໍມີ ກອງຫຼັງປະກອບມີ: ວັນນາ ບຸນຫຼໍ່ວົງສາ, ອານຸລັກ ວັນນະລາດ, ສຸກສັນ ສຸກສະຫວັດ ແລະ ສຸຄໍາພັນ; ກອງກາງມີ: ຄອນສະຫວັນ ແກ້ວໜູຈັນ ແລະ ຊານະ ມະນີຜົນ; ກອງໜ້າມີ ກຽງທະວີສັກ ໄຊຊະນະປັນຍາ ແລະ ອາຄົມ ທໍລະນິນ. ນອກນັ້ນ ກໍຍັງໄດ້ດືງ ອຸທິລັກ ນາມມະໂຄດ ຜູ້ຮັກສາປະຕູທີ່ໄປຫຼິ້ນໃນໄທລີກ ລະດູການ 2020 ກັບຄືນມາອີກຄັ້ງ.

ສ່ວນອີກ 14 ນັກເຕະທີ່ເຫຼືອກໍເປັນຊຸດເກົ່າໃນປີ 2020 ທີ່ສ້າງຜົນງານໂດດເດັ່ນຄວ້າແຊັມໄປຄອງບໍ່ວ່າຈະເປັນ ພິທັກ ກອງມະທິລາດ, ພຸດດາວີ ພົມມະສານ ແລະ RAFAEL ກອງໜ້າຊາວບຣາຊິນ ເປັນຕົ້ນ ທີ່ເປັນຕົວເດັດໃນເກມບຸກຂອງທີມໃນລະດູການທີ່ຜ່ານມາ. ແນ່ນອນທີ່ຂາດບໍ່ໄດ້ຄື ທ່ານ ປະຈັກ ວຽງສົງ (Prajak Weangsong) ຫົວໜ້າຄູຝຶືກຄົນໃໝ່ທີ່ເປັນເຖິງ ຄູຝຶກລະດັບໂປຣ 1 ໃນ 29 ຄູຝຶກຄົນໄທ ທີ່ໄດ້ຮັບ PROFESSIONAL License ຈາກ AFC.

ທ່ານ ປະຈັກ ວຽງສົງ (Prajak Weangsong) ກ່າວເຖິງການມາຮັບໜ້າທີ່ໃນລາວລີກວ່າ: ຖືເປັນຄວາມທ້າທາຍສໍາລັບຕົວເອງ ເພື່ອພາທີມປ້ອງກັນແຊັມໃຫ້ໄດ້ ແລະ ເພື່ອຢາກຈະຍົກລະດັບທີມໃນວົງການບານເຕະລາວ ຄຽງຄູ່ກັບບາເນຕະສະໄໝໃໝ່ ໃຫ້ທຽບເທົ່າກັບປະເທດອື່ນໆ. ແນ່ນອນ ນັກເຕະລາວມີຄວາມສາມາດສູງ ພຽງແຕ່ຂາດເລື່ອງຄວາມຮູ້ຂອງບານເຕະສະໄໝໃໝ່ ແລະ ອີກຄັ້ງປີນີ້ຂ້ອຍມາເພື່ອພາ ເອັຟຊີ ຈັນທະບູລີ ເປັນຮັກສາແຊັມ ແລະ ອີກໜຶ່ງເປົ້າໝາຍຄື ເອເອັຟຊີ ຄັບ.

ສໍາລັບ ເອັຟຊີ ຈັນທະບູລີ ໃຊ້ນັກເຕະໃນລາວລີກປີນີ້ທັງໝົດ 25 ຄົນ ໃນນັ້ນມີນັກເຕະຕ່າງຊາດ 3 ຄົນ ( ຍີ່ປຸ່ນ 2 ແລະ ບຣາຊິນ 1 ຄົນ ) ຕ່າງກາຍປີ 2020 ທີ່ມີນັກເຕະກີລາຕ່າງຊາດເຕັມໂກຕາ 4 ຄົນ. ຢ່າງໃດກໍຕາມ ໃນປີນີ້ ເອັຟຊີ ຈັນທະບູລີ ແມ່ນໄດ້ອຸ່ນເຄື່ອງຫຼາຍນັດທີ່ຜ່ານມາ ແລະ ຜົນງານກໍອອກມາດີ ແຕ່ເປັນການໃຫ້ໂອກາດນັກເຕະລົງແຂ່ງໄດ້ທຸກຄົນຍັງບໍ່ເຫັນຮູບເກມແບບເຕັມຊຸດ. ຕ້ອງຕິດຕາມກັນເບິ່ງວ່າ ທ້າຍອາທິດນີ້ ຄູຝືກໃໝ່, ນັກເຕະໃໝ່ ແລະ ນັກເຕະເກົ່າຂອງ ເອັຟຊີ ຈັນທະບູລີ ຈະສ້າງຮູບເກມ, ຟອມການແຂ່ງຂັນ ແລະ ຜົນງານແຂ່ງຂັນທີ່ໂດດເດັ່ນປານໃດ ຄືສິ່ງທີ່ແຟນບານໃຫ້ຄວາມສົນໃຈ.

ຄາດ 11 ຕົວຈິງຂອງ ລາວໂຕໂຢຕ້າ ເອັຟຊີ ( 4-4-2 ) ດັ່ງຮູບລຸ່ມນີ້:

ຂ່າວ: ຫຼ້າ ຄໍາໄຟ
ຂອບໃຈຮູບຈາກ: Lao Premier League