ຊົມ – ຊື້ສິນຄ້າໂອດ໊ອບໄດ້ທີ່ງານວາງສະແດງສູນການຄ້າພາກຊັນ

227

ຜູ້ປະກອບການສິນຄ້າໂອດ໊ອບ, ຄອບຄົວຕົວແບບຫຼາຍກວ່າ 140 ຫົວໜ່ວຍ ນໍາສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບເຂົ້າວາງສະແດງທີ່ສູນການຄ້າພາກຊັນ ເພື່ອເພີ່ມຊ່ອງທາງໂຄສະນາ ແລະ ຈໍາໜ່າຍສິນຄ້າກະຕຸ້ນເສດຖະກິດ.

ພິທີດັ່ງກ່າວຈັດຂຶ້ນວັນທີ 1 ເມສາ 2021 ທີ່ສູນການຄ້າພາກຊັນໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ, ຕາງໜ້າສະຖານທູດ, ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ຄໍາພະມິດ ໄຊຍະສົມບັດ ທີ່ປຶກສາບໍລິສັດໄປໃສ ກ່າວວ່າ: ງານດັ່ງກ່າວເປັນການຊ່ວຍຜູ້ປະກອບການຂອງລາວ ໂດຍສະເພາະຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ໄດ້ສາມາດຜ່ານຜ່າວິກິດການແຜ່ລະບາດຂອງພະຍາດໂຄ ວິດ – 19 ຫຼື ອີກດ້ານໜຶ່ງກໍແມ່ນການຫັນວິກິດເປັນໂອກາດໃນການປັບປຸງທຸລະກິດຕົນເອງຂອງຜູ້ປະກອບການໃຫ້ມີຄວາມເຂັ້ມແຂງໃນໄລຍະນີ້, ເນື່ອງຈາກການເຄື່ອນຍ້າຍສິນຄ້າ ຫຼື ການນໍາເຂົ້າສິນຄ້າຕ່າງໆມີຄວາມຫຍຸ້ງຍາກ ຕົ້ນທຶນຂົນສົ່ງເພີ່ມຂຶ້ນ ແລະ ອື່ນໆ ໂອກາດນີ້ຫົວ ໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງຂອງລາວຄວນຫັນມາປັບຕົວ ເພື່ອຍາດເອົາລູກຄ້າ ຫຼື ຕີຕະຫຼາດພາຍໃນຂອງເຮົາໃຫ້ໄດ້.

ไม่มีคำอธิบาย

ດ້ວຍເຫດຜົນນັ້ນ ວິສາຫະກິດສ່ວນບຸກຄົນ ວາລະສານໄປໃສ ຈຶ່ງຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານຕະຫຼາດນັດສັນຈອນໂອດ໊ອບ ຫຼື ODOP Lao Carnival ຂຶ້ນ ໃນຂອບເຂດທົ່ວປະເທດ ເພື່ອເປັນເວທີໃຫ້ຜູ້ປະກອບການໄດ້ປຶກສາຫາລືກັນ ແລະ ກັນ ໃນການປັບປຸງສິນຄ້າຂອງຕົນໃຫ້ສາມາດແຂ່ງຂັນ ແລະ ຊື້ຂາຍໃນທ້ອງຕະຫຼາດ ແລະ ກ້າວໄປເຖິງການສົ່ງອອກໄປຕ່າງປະເທດ.

ไม่มีคำอธิบาย

ພາຍໃນງານແບ່ງເປັນ 3 ເຂດ ຄື: ເຂດສະແດງສິນຄ້າໂອດ໊ອບ, ເຂດສິນຄ້າຄອບຄົວຕົວແບບ ແລະ ສິນຄ້າທ່າແຮງ ຈໍານວນ 50 ຫ້ອງ, ເຂດວາງສະແດງສິນຄ້າກ່ຽວກັບການສຶກສາ ແລະ ເຄື່ອງນຸ່ງຫົ່ມ ຈໍານວນ 42 ຫ້ອງ, ເຂດອາຫານ, ເຄື່ອງດື່ມ ແລະ ພືດຜັກ 55 ຫ້ອງ ຈະມີການແຂ່ງຂັນຈັດກະຕ່າອວຍພອນສິນຄ້າໂອດ໊ອບ ແລະ ສິນຄ້າລາວ, ເວທີສົນທະນາ ລິເລີ່ມທຸລະກິດ Startup ແລະ ທຸລະກິດຊຸມຊົນ, ເວທີສົນທະນາເຂົ້າຫາແຫຼ່ງທຶນດອກເບ້ຍຕໍ່າ SME, ກິດຈະກໍາຊີມອາຫານ ແລະ ກິດຈະກໍາຂອງນ້ອງນັກສຶກສາ ແລະ ສິລະປະການສະແດງອື່ນໆ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ງານດັ່ງກ່າວເນັ້ນສ້າງຜູ້ປະກອບການລາວໃຫ້ມີຄວາມເຂັ້ມແຂງ ສາມາດພົ້ນຜ່ານວິກິດໂຄວິດ – 19, ຂະນະດຽວກັນພວກເຮົາສົ່ງເສີມໃຫ້ສິນຄ້າລາວ ສາມາດພັດທະນາປັບປຸງມາດຕະຖານການຜະລິດສິນຄ້າລາວໃຫ້ມີຄຸນນະພາບສູງຂຶ້ນ.

ไม่มีคำอธิบาย

ມາຮອດປັດຈຸບັນໄດ້ອອກອະນຸຍາດຢັ້ງຢືນໂອດ໊ອບ ໃນທົ່ວປະເທດ ໄດ້ 242 ຫົວໜ່ວຍ, 876 ສິນຄ້າ, ໃນ 235 ບ້ານ 103 ເມືອງໃນທົ່ວປະເທດ, ໃນນັ້ນໝວດສິນຄ້າຫັດຖະກໍາ ກວມ 56% ມີ 136 ຫົວໜ່ວຍ, ໝວດອາຫານ ແລະ ເຄື່ອງດື່ມ 33% ມີ 95 ຫົວໜ່ວຍ ແລະ ສະໝຸນໄພຮັກສາສຸຂະພາບ 5% ມີ 11 ຫົວໜ່ວຍ.

ງານດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ 4 ເມສາ 2021 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ( ໜອງຈັນຕອນເໜືອ ).