Facebook ອັບເດດຟີເຈີໃໝ່ ຊ່ວຍໃຫ້ຜູ້ໃຊ້ຄວບຄຸມສິ່ງທີ່ແຊຣ ແລະ ຄົ້ນພົບໃນແພັດຟອມໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ

596

ມື້ນີ້ Facebook ແນະນຳເຄື່ອງມືທີ່ປັບປຸງໃໝ່ ເພື່ອເປັນການຊ່ວຍໃຫ້ທ່ານສາມາດຄວບຄຸມສິ່ງທີ່ແຊຣໄປໃນ ຟີດຂ່າວ (NEWSFEED) ໄດ້ຫຼາຍຂຶ້ນ. ໂດຍຜູ້ໃຊ້ສາມາດເລືອກໄດ້ວ່າໃຜສາມາດສະແດງຄວາມຄິດເຫັນໃນໂພສສາທາລະນະຂອງທ່ານໄດ້ແດ່ ເຊິ່ງທ່ານສາມາດຄວບຄຸມເປົ້າໝາຍທີ່ຈະເຂົ້າມາສະແດງຄວາມຄິດເຫັນສຳລັບໂພສສາທາລະນະຂອງທ່ານໄດ້ແລ້ວ ໂດຍເລືອກຈາກເມນູທີ່ມີໃຫ້ ເຊິ່ງສາມາດເລືອກໄດ້ຕັ້ງແຕ່ທຸກຄົນທີ່ເຫັນໂພສໄປຈົນເຖິງສະເພາະບຸກຄົນ ແລະ ເພຈທີ່ທ່ານແທັກ

ຟີເຈີໃໝ່ຈາກ Facebook ຈະຊ່ວຍໃຫ້ຜູ້ໃຊ້ງານທົ່ວໄປ ບຸກຄົນສາທາລະນະ ຜູ້ສ້າງເນື້ອຫາ ຫຼື ແບຣນ ສາມາດຄວບຄຸມວ່າໃຜສາມາດໂຕ້ຕອບກັບໂພສສາທາລະນະໄດ້ແດ່ ໂດຍເລືອກທີ່ຈະຈຳກັດກຸ່ມເປົ້າໝາຍໃນການສະແດງຄວາມຄິດເຫັນໃນໂພສສາທາລະນະ ເພື່ອຊ່ວຍໃຫ້ທ່ານຮູ້ສຶກເຖິງຄວາມປອດໄພ ແລະ ມີສ່ວນຮ່ວມໃນການສົນທະນາທີ່ເປັນປະໂຫຍດຫຼາຍຂຶ້ນກັບຊຸມຊົນຂອງທ່ານໄດ້.
ເຄື່ອງມືຊຸດໃໝ່ນີ້, ເປັນສ່ວນໜຶ່ງຂອງການພັດທະນາຜະລິດຕະພັນຢ່າງຕໍ່ເນື່ອງ ເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດເລືອກຈັດການການເຄື່ອນໄຫວກັບໝູ່ໆ ແລະ ເພຈທີ່ພວກເຂົາສົນໃຈພ້ອມຊ່ວຍໃຫ້ການຄົ້ນຫາສິ່ງຕ່າງໆງ່າຍຂຶ້ນ ແລະ ເສີມການໃຊ້ງານໃຫ້ມີປະສິດທິພາບເພີ່ມຂຶ້ນຜ່ານຟີເຈີຕ່າງໆດັ່ງນີ້:

1. ລາຍການທີ່ມັກ: ຜູ້ໃຊ້ງານສາມາດຄວບຄຸມ ແລະຈັດລຳດັບຄວມສຳຄັນຂອງໂພສຈາກໝູ່ ແລະ ເພຈທີ່ສົນໃຈຫຼາຍທີ່ສຸດໃນຟີດຂ່າວ ການເລືອກໝູ່ ແລະ ເພຈສູງສຸດ 30 ລາຍການໄວ້ໃນລາຍການທີ່ມັກທີ່ສຸດ ຈະເຮັດໃຫ້ໂພສຂອງໝູ່ ແລະ ເພຈທີ່ທ່ານເລືອກ ປະກົດຂຶ້ນເປັນອັນດັບຕົ້ນໆ ໃນຟີດຂ່າວ ແລະ ຍັງສາມາດໃຊ້ໂຕກອງເພື່ອເບິ່ງສະເພາະໂພສເຫຼົ່ານີ້ໄດ້ນຳ.
2. ແທັບໂຕກອງຟີດ: ເມນູໃໝ່ທີ່ຢູ່ດ້ານເທິງຂອງຟີດຂ່າວ ຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງການກອງໂພສຕ່າງໆຈາກ “ລາຍການໃໝ່ທີ່ສຸດ” ໄດ້ງ່າຍຂຶ້ນຄືກັນ ເຮັດໃຫ້ງ່າຍຕໍ່ການສະຫຼັບລະຫວ່າງຟີດຂ່າວທີ່ຈັດອັນດັບຕາມ ແອວກໍຣິເທັມ (Algorithm) ແລະ ຟີດທີ່ຮຽງຕາມລຳດັບເວລາທີ່ມີໂພສໃໝ່ທີ່ສຸດໃຫ້ຂຶ້ນກ່ອນ.
3. ເຊື່ອງໂພສຊົ່ວຄາວ: ຜູ້ໃຊ້ງານສາມາດເຊື່ອງໂພສຈາກບຸກຄົນ ເພຈ ຫຼື ກຸ່ມໃດໆໄດ້ຊົ່ວຄາວ.

ການເຮັດວຽກຂອງຟີດຂ່າວ ແລະ ຟີເຈີ “ເປັນຫຍັງຂ້ອຍຈຶ່ງເຫັນສິ່ງນີ້?”
Facebook ຍັງໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບເນື້ອຫາທີ່ຖືກແນະນຳໃນຟີດຂ່າວ ໂດຍການຂະຫຍາຍຟີເຈີ “ເປັນຫຍັງຂ້ອຍຈຶ່ງເຫັນສິ່ງນີ້?”

ເພື່ອຊ່ວຍໃຫ້ທ່ານຄົ້ນພົບຂ່າວ ແລະ ເນື້ອຫາທີ່ກ່ຽວຂ້ອງ Facebook ຈຶ່ງແນະນຳໂພສໃນຟີດຂ່າວຈາກທີ່ຕ່າງໆເຊັ່ນ ເພຈແລະ ກຸ່ມທີ່ທ່ານຍັງບໍ່ໄດ້ຕິດຕາມ ແຕ່ອາດກົງກັບຄວາມສົນໃຈຂອງທ່ານ ການແນະນຳໂພສເຫຼົ່ານີ້ຂຶ້ນຢູ່ກັບປັດໃຈຕ່າງໆ ເຊັ່ນ ການມີສ່ວນຮ່ວມໃນໂພສ ໂດຍອີງຈາກສິ່ງທີ່ຜູ້ໃຊ້ງານໄດ້ມີການເຄື່ອນໄຫວໃນເພຈ ຫຼື ກຸ່ມ ຫົວຂໍ້ທີ່ກ່ຽວຂ້ອງໂດຍ Facebook ຈະເລືອກແນະນຳໂພສໃນຫົວຂໍ້ທີ່ມີຄວາມຄ້າຍກັນກັບສິ່ງທີ່ຜູ້ໃຊ້ງານເຄີຍມີສ່ວນຮ່ວມກ່ອນໜ້ານີ້ ລວມເຖິງຕຳແໜ່ງທີ່ຕັ້ງ ໂດຍຜູ້ໃຊ້ງານອາດເຫັນໂພສແນະນຳຈາກສະຖານທີ່ໃນຂະນະນັ້ນ ແລະ ສິ່ງທີ່ຜູ້ຄົນໃນແຖວນັ້ນໃຫ້ຄວາມສົນໃຈເປັນຕົ້ນ.
ການເພີ່ມຄຳອະທິບາຍໃນສ່ວນ “ເປັນຫຍັງຂ້ອຍຈຶ່ງເຫັນສິ່ງນີ້?” ຊ່ວຍໃຫ້ຜູ້ໃຊ້ງານສາມາດແຕະໂພສຈາກໝູ່ ເພຈ ແລະ ກຸ່ມທີ່ເລືອກຕິດຕາມ ຕະຫຼອດຈົນໂພສທີ່ Facebook ແນະນຳ ແລະ ໄດ້ຂໍ້ມູນເພີ່ມເຖິງເຫດຜົນທີ່ມັນປະກົດຢູ່ເທິງຟີດຂ່າວ.
Facebook ເດີນໜ້າໃຫ້ຄວາມສຳຄັນກັບການລົງທຶນເພື່ອຫາວິທີການໃໝ່ໆຢ່າງຕໍ່ເນື່ອງເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າໃຈ ແລະຄວບຄຸມການເຮັດວຽກຂອງການຂັດອັນດັບເນື້ອຫາຕາມແອວກໍຣິເທັມ ຜູ້ໃຊ້ງານສາມາດປັບການຕັ້ງຄ່າຟີດຂ່າວ ແລະເລືອກກຳນົດການຕັ້ງຕ່າຄວາມເປັນສ່ວນໂຕໃນແອັບພິເຄຊັນໄດ້ທີ່ “ການຕັ້ງຄ່າຟີດຂ່າວ”