ຂໍສະແດງຄວາມຍິນດີກັບ W11 ພອນວິໄລ ຫຼວງລາດ ຜູ້ໄດ້ຮັບຕໍາແໜ່ງຮອງອັນດັບ1 Miss World Laos 2021

320

ການປະກາດຜົນຢ່າງເປັນທາງການ ໃນຄືນວັນທີ 31 ມີນານີ້ ສໍາລັບຜູ້ໄດ້ຮັບຕໍາແໜ່ງຮອງອັນດັບ1 ໃນການປະກວດເວທີ Miss World Laos 2021 ພອນວິໄລ ຫຼວງລາດ ຫຼື ຕຸ້ຍ W11 ສາວງາມຈາກ ນະຄອນຫຼວງວຽງຈັນ ທີ່ແຟນໆນາງງາມສົ່ງແຮງໃຈເຊຍກັນຢ່າງລົ້ນຫຼາມ ແລະ ກໍ່ບໍ່ຜິດຫວັງໄດ້ເປັນຮອງອັນດັບ1 ມິສເວີຣລາວ 2021.

 

ສໍາລັບ ພອນວິໄລ ເປັນແມ່ນແມ່ຍິງອີກໜຶ່ງຄົນທີ່ມີທັງຄວາມງາມ ແລະ ຄວາມສາມາດພຽບພ້ອມຫຼາຍ ເພາະທີ່ຜ່ານມານ້ອງໄດ້ເຄີຍຜ່ານການປະກວດມາແລ້ວເຖິງສອງເວທີ ແລະ ຍັງສາມາດຄວ້າຕໍາແໜ່ງມາໄດ້ທັງສອງເວທີເລີຍ ເຊິ່ງໃນ ເວທີທໍາອິດແມ່ນ ນາງສາວນະຄອນຫຼວງວຽງຈັນ ປີ 2016 ໄດ້ຕໍາແໜ່ງຮອງອັນດັບ 3 ແລະ ນາງສາວລາວປີ 2016 ໄດ້ຕໍາແໜ່ງຮອງອັນດັບ 2

ນ້ອງເຄີຍໄດ້ໃຫ້ສໍາພາດວ່າ: ຮູ້ສຶກຕື່ນເຕັ້ນຕັ້ງແຕ່ໄດ້ເຂົ້າຮອບ 20 ຄົນທຳອິດແລ້ວ ຍິ່ງເຂົ້າຮອບເລິກໆຍິ່ງຕື່ນເຈັ້ນໄປໃຫຍ່ ມັນເປັນອີຫຍັງທີ່ທ້າທາຍຫຼາຍເພາະເປັນເວທີໃຫຍ່ລະດັບສາກົນເຮົາຕ້ອງໄດ້ກຽມຄວາມພ້ອມຫຼາຍຢ່າງທັງຄວາມຮູ້ຄວາມສາມາດ ແລະ ບຸກຄະລິກກະພາບໃຫ້ມີຄວາມໂດດເດັ່ນ ແລະ ສະຫງ່າງາມ

ສໍາລັບ ໃນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ຮຽນຮູ້ຫຼາຍຢ່າງ ບໍ່ວ່າຈະເປັນການເຂົ້າສັງຄົມ, ຮຽນຮູ້ກິລິຍາມາລະຍາດ ຂອງແມ່ຍິງລາວ ແລະ ທີ່ສໍາຄັນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ມິດຕະພາບດີໆຈາກທຸກຄົນ ທັງຜູ້ເຂົ້າປະກວດ ແລະ ເອື້ອຍອ້າຍທີມງານຂອງກອງປະກວດທຸກຄົນ

ທີ່ສໍາຄັນ ນ້ອງຕ້ອງຂໍຂອບໃຈທາງຄະນະກໍາມະການ ແລະ ຜູ້ໃຫຍ່ເພິ່ນໃຫ້ໂອກາດ  ນ້ອງໄດ້ເຮັດທຸກຢ່າງໆດີທີ່ສຸດຈິ່ງກ້າວມາສູ່ຈຸດນີ້ໄດ້ ແລະຍັງບໍ່ຢຸດເທົ່ານີ້ ຈະພັດທະນາຕົນເອງໃນທຸກໆດ້ານຕໍ່ໄປເປັນຕົ້ນແມ່ນວັດທະນະທໍາ, ອາຫານການກິນອັນເປັນມົນສະເໜ່ຂອງຄວາມເປັນລາວ.

ສ່ວນວ່າຫລັງໄດ້ຮັບຕຳແໜ່ງນ້ອງຈະເຮັດຫຍັງຕໍ່ໄປເຮົາຕ້ອງມາຕິດຕາມໃຫ້ກຳລັງໃຈ ສາວງາມຄົນນີ້ຕໍ່ໄປ ເຊື່ອວ່າຈະມີກິດຈະກຳດີໆມາຝາກບັນດາແຟນນາງງາມຕະຫຼອດໆຢູ່.