ເຈົ້າຄອງອອກຄຳສັ່ງ ສະຫຼອງປີໃຫມ່ລາວ ຢູ່ນະຄອນຫຼວງວຽງຈັນໃຫ້ປະຕິບັດຕາມນີ້

303

ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງສະບັບເລກທີ 001/ຈນວ ລົງວັນທີ 31 ມີນາ 2021 ເຖິງບັນດາເຈົ້າເມືອງ, ຫົວໜ້າພະແນກການ-ອົງການທຽບເທົ່າ, ຫົວໜ້າອົງການ ປກສ ປກຊ ທົ່ງໜ້າຄອນຫຼວງວຽງຈັນກ່ຽວກັບການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພສ 2564 ທີ່ຈະມາເຖິງນີ້ໃຫ້ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະເປັນໄປຕາມຮີດຄອປະເພນີ ທັງປອດໄພຈາກພະຍາດຕິດຕໍ່ໂຄວິດ-19.


ເນື່ອງຈາກວ່າ ພະຍາດ COVID-19 ຍັງສືບຕໍ່ມີການແຜ່ລະບາດຫນັກຫນ່ວງຢູ່ທົ່ວໂລກ, ກໍ່ຄືຢູ່ບາງ ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ພວກເຮົາ. ສະນັ້ນ, ການຈັດງານສົ່ງທ້າຍປີເກົ່າ ພສ 2563 ແລະ ຕ້ອນຮັບປີໃຫມ່ລາວ ພສ 2564 ຢູ່ນະຄອນຫຼວງວຽງຈັນ ຕ້ອງຖືເອົາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ COVID-19 ເປັນສໍາຄັນ, ແຕ່ກໍ່ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມສາມັກຄີ, ມີໄມຕີຈິດມິດຕະພາບຕໍ່ກັນ ຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມຂອງຊາດ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໃນສັງຄົມ.


ເຊິ່ງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງໃຫ້ປະຊາຊົນທົ່ວນະຄອນຫຼວງວຽງຈັນສະຫຼອງວັນດັ່ງກ່າວດັ່ງນີ້:
1. ໃຫ້ທົ່ວນະຄອນຫຼວງວຽງຈັນ ຈັດງານສົ່ງທ້າຍປີເກົ່າ ພສ 2563 ແລະ ຕ້ອນຮັບປີໃຫມ່ລາວ ພສ 2564 ເລີ່ມແຕ່ວັນທີ 14, 15 ແລະ 16 ເມສາ 2021 ຢ່າງເປັນເອກະພາບ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕາມປະເພນີ, ນະໂຍບາຍຂອງລັດຖະບານ ແລະ ຕາມຄໍາສັ່ງ, ຄໍາແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.


2. ການສະເຫຼີມສະຫຼອງບຸນປີໃຫມ່ລາວ ແມ່ນໃຫ້ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ລາວເຮົາຄື: ການພົບປະສັງສັນ ແລະ ບາສີສູ່ຂວັນພາຍໃນຄອບຄົວ, ການຫົດນ້ໍາອວຍພອນໄຊໃຫ້ຜູ້ອາວຸໂສເຊິ່ງກັນແລະ ກັນ, ການເຂົ້າວັດຫົດສົງພຣະພຸດທະຮູບ, ຕົບພະທາດຊາຍ ແລະ ກິດຈະກໍາປິ່ນອ້ອມອື່ນໆ, ແຕ່ບໍ່ໃຫ້ຈັດງານ ຄອນເສີດ, ແຫ່ນາງສັງຂານ ແລະ ງານຕະຫຼາດນັດໃຫຍ່ໂຕ.


3. ສະຖານທີ່ຈັດງານສົ່ງທ້າຍປີເກົ່າ-ຕ້ອນຮັບປີໃຫມ່ ໃຫ້ຈັດຢູ່ຕາມເຮືອນ, ສະໂມສອນຂອງບ້ານ, ສໍານັກງານ, ໂຮງງານ, ວັດວາອາຣາມ, ແຫຼ່ງທ່ອງທ່ຽວ, ສວນວັດທະນະທໍາ, ຫາດຊາຍ ຕາມແມ່ນ້ໍາງື່ມ ແລະ ນ້ໍາຂອງ ທີ່ມີເງື່ອນໄຂຄົບຖ້ວນ; ສໍາລັບເວລາຫົດສົ່ງນ້ໍາແບບມວນຊົນ ໃຊ້ເວລາ 3 ວັນ ຄື: ວັນທີ 14, 15 ແລະ 16 ເມສາ 2021

4. ໃຫ້ທຸກຄົນປະຕິບັດ 5 ຂໍ້ຫ້າມ ໃນການຫຼີ້ນບຸນປີໃຫມ່ ຄື:
– ຫ້າມຜູ້ຕຶ່ມທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບລົດ, ຜູ້ຂັບລົດບໍ່ໃຫ້ດື່ມທາດເຫຼົ້າ ແລະ ເສບສິ່ງມືນເມົາ (ດື່ມບໍ່ຂັບ-ຂັບບໍ່ດື່ມ).
– ຫ້າມໃຊ້ຂອງແຂງ, ສິ່ງເປິະເປື້ອນ ແລະ ລາມົກອານະຈານໃນງານ: ນ້ໍາສີ, ນ້ໍາເປື້ອນ, ນ້ໍາຄັນ, ແກວ່ງ ຖົງນ້ໍາ, ແກວ່ງນ້ໍາກ້ອນໃສ່ກັນ, ນຸ່ງເຄື່ອງໂປ້, ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ.


– ຫ້າມຕັນທາງການສັນຈອນຕາມເສັ້ນທາງ, ລັດລົດຫົດນ້ໍາຢູ່ຕາມເສັ້ນທາງ. 4.4. ຫ້າມຈັດງານຄອນເສີດ ໃນບ້ານ, ວັດວາອາຣາມ, ສະຖານທີ່ສາທາລະນະ, ຕາມຫາດແຄມນ້ໍາຕ່າງໆ.
– ຫ້າມກໍ່ສຽງແຕກ ແລະ ໃຊ້ສຽງດັງ ເກີນຂອບເຂດ: ຫມາກກະໂພກ, ເປີດສຽງດົນຕີເນືອງນັ້ນລົບກວນຜູ້ ອື່ນ ກາຍສະຖານທີ່ຕົວເອງ ແລະ ກາຍກໍານົດເວລາ.