ທ່ານ ອາດສະພັງທອງ ສີພັນດອນ ຖືກຮັບຮອງ ເປັນເຈົ້າຄອງນະຄອນຫຼວງວຽງຈັນ

1853

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 1-3 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສສນວ, ມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາການນຳພັກ-ລັດ ສະມາຊິກສະພາແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນວເຂົ້າຮ່ວມ.


ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ອານຸພາບ ຕຸນາລົມ ເປັນປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ, ຮັບຮອງເອົາການເລືອກຕັ້ງ ທ່ານ ຈັນທີ ໂປລິວັນ ເປັນຫົວໜ້າ ອົງການໄອຍະການ, ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນ ພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອການປະຊາຊົນ, ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ. ນອກຈາກນີ້, ກອງປະຊຸມໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການທຽບເທົ່າລັດ ພະແນກການຂັ້ນ ນວ ຕື່ມອີກ.

ສະເພາະການລົງຄະແນນສຽງເລືອກເອົາ ທ່ານ ປອ. ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຜູ້ໃໝ່ ດ້ວຍສະມາຊິກມີໜ້າ 39 ທ່ານ,​ ລົງຄະແນນສຽງ ເຫັນດີ 37 ທ່ານ ກວມ 94,87%, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.