ມອບ-ຮັບ ໜ້າທີ່ ລມຕ ກະຊວງສຶກສາທິການ ແລະ ກີລາ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່

2511

ໃນວັນທີ 1 ເມສາ 2021 ກະຊວງສຶກສາທິການ ແລະ ກີລາ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລັດຖະມົນຕີ ກະຊວງ ລະຫວ່າງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ແລະ ກີລາ (ຜູ້ໃໝ່) ກັບ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ຜູ້ເກົ່າ) ຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມ ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ ໜາມກີລາ ເຈົ້າອານຸວົງ.

ພິທີດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄູ-ອາຈານ ພະນັກງານອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຢານ