ຫົວເຫວີຍມຸ່ງໝັ້ນໃນການສ້າງຄຸນຄ່າທີ່ຫຼາຍຂຶ້ນໃຫ້ແກ່ລຸກຄ້າ ແລະ ສັງຄົມເມື່ອປະເຊີນກັບຄວາມຫຍຸ້ງຍາກ

332

ຫົວເຫວີຍໄດ້ເປີດເຜີຍບົດລາຍງານປະຈຳປີ 2020 ຂອງຕົນໃນວັນທີ 31 ມີນາ 2021 ທີ່ເມືອງເຊິນເຈິ້ນ, ສປ ຈີນ. ລາຍງານດັ່ງກ່າວສະແດງໃຫ້ເຫັນເຖິງການຂະຫຍາຍຕົວທີ່ຊ້າລົງ, ແຕ່ຜົນປະກອບການຂອງບໍລິສັດຍັງສາມາດບັນລຸຕາມການຄາດຄະເນໄວ້. ລາຍໄດ້ຈາກການຂາຍຂອງຫົວເຫວີຍໃນປີ 2020 ແມ່ນປະມານ 891,4 ຕື້ຢວນ, ເພີ່ມຂຶ້ນ 3,8% ແລະ ກຳໄລສຸດທິແມ່ນ 64,6 ຕື້ຢວນ ເຊິ່ງເພີ່ມຂຶ້ນ 3,2%.

ບົດລາຍງານ ຂອງບໍລິສັດຫົວເຫວີຍ ຍັງລະບຸວ່າ: ເຖິງວ່າຈະພົບກັບບັນຫາຫຍຸ້ງຍາກໃນການດຳເນີນງານຈາກສະຫະລັດອາເມລິກາໃນປີ 2019 ແລະ ປີ 2020, ແຕ່ຫົວເຫວີຍກໍໄດ້ສືບຕໍ່ເຊື້ອເຊີນ KPMG ໃຫ້ກວດສອບລາຍງານການເງິນຢ່າງເປັນກາງ. ເອກະສານທີ່ອອກໂດຍ KPMG ເປັນການກວດສອບມາດຕະຖານທີ່ບໍ່ສາມາດມີການປັບແກ້. ບໍ່ວ່າຈະໃນສະຖານະການໃດກໍຕາມ, ຫົວເຫວີຍຍັງຈະສືບຕໍ່ຍຶດໝັ້ນຄວາມໂປ່ງໃສ ໂດຍການເປີດເຜີຍຂໍ້ມູນການດຳເນີນງານຕໍ່ລັດຖະບານ, ລູກຄ້າ, ຜູ້ສະໜອງ, ພະນັກງານ ແລະ ຄູ່ຮ່ວມງານ.

ໃນປີ 2020, ພະແນກຜູ້ໃຫ້ບໍລິການດ້ານເຄືອຂ່າຍໂທລະຄົມມະນາຄົມຂອງບໍລິສັດຫົວເຫວີຍໄດ້ສືບຕໍ່ຮັບ ປະກັນການດຳເນີນງານທີ່ໝັ້ນຄົງຂອງເຄືອຂ່າຍຫຼາຍກວ່າ 1.500 ແຫ່ງທົ່ວ 170 ປະເທດ ແລະ ພາກພື້ນ ຕະຫຼອດການປິດສະກັດກັ້ນເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ຊ່ວຍສະໜັບສະໜູນວຽກງານໂທລະຄົມມະນາຄົມ, ການຮຽນອອນລາຍ ແລະ ການຊື້ເຄື່ອງແບບອອນລາຍ ສຳລັບຜູ້ຄົນໃນທົ່ວໂລກ. ບໍລິສັດຍັງຮ່ວມມືກັບຜູ້ປະກອບການທົ່ວໂລກໃນການດໍາເນີນຈັດຕັ້ງປະຕິບັດໂຄງການນະວັດຕະກໍາ 5G ຫຼາຍກວ່າ 3.000 ແຫ່ງໃນອຸດສາຫະກໍາ 20 ກວ່າແຫ່ງ ລວມທັງບໍ່ແຮ່, ຖ່ານຫີນ, ເຫຼັກ, ທ່າກຳປັ່ນ ແລະ ການຜະລິດ.

อาจเป็นรูปภาพของ 1 คน, กำลังยืน, ดอกไม้ และข้อความพูดว่า "Riding through the night Creating greater value for customers and society Release of Huawei's 202 al Report Ken Hu Rotating Chairman,"

ໃນປີທີ່ຜ່ານມາ, ຫົວເຫວີຍໄດ້ເພີ່ມຄວາມພະຍາຍາມໃນການພັດທະນາໂຊລູຊັນທີ່ອີງໃສ່ນະໂຍບາຍທີ່ມີນະວັດຕະກຳສຳລັບອຸດສາຫະກຳທີ່ແຕກຕ່າງກັນ, ສ້າງລະບົບນິເວດດິຈິຕອນ ແລະ ຮ່ວມແບ່ງປັນ. ໃນໄລຍະການແຜ່ລະບາດຂອງໂຄວິດ, ຫົວເຫວີຍໄດ້ຕອບສະໜອງຄວາມຊ່ຽວຊານດ້ານເຕັກໂນໂລຢີ ແລະ ມອບປະສົບພື້ນຖານທາງການແພດແກ່ບັນດາໂຮງໝໍໃນຫຼາຍໆປະເທດທົ່ວໂລກ ເຊິ່ງໄດ້ພິສູດໃຫ້ເຫັນເຖິງບົດບາດສໍາຄັນຂອງຫົວເຫວີຍຄລາວ ແລະ  AI ໃນການວິເຄາະ ແລະ ຄົ້ນຫາວິທີເອົາຊະນະການຕໍ່ສູ້ກັບເຊື້ອພະຍາດດັ່ງກ່າວ. ບໍລິສັດຫົວເຫວີຍ ແລະ ຄູ່ຮ່ວມງານໄດ້ໃຫ້ບໍລິການແກ່ນັກສຶກສາຊັ້ນປະຖົມ ແລະ ມັດທະຍົມກວ່າ 50 ລ້ານຄົນ ຜ່ານບໍລິການຫົວເຫວີຍຄລາວ ຊ່ວຍໃນການສຶກສາທາງໄກ.

ດ້ວຍການເຜີຍແຜ່ລະບົບນິເວດ HarmonyOS ແລະ ລະບົບນິເວດຂອງບໍລິການໂທລະສັບຫົວເຫວີຍ (HMS) ເຮັດໃຫ້ທຸລະກິດຜູ້ບໍລິໂພກຂອງຫົວເຫວີຍກ້າວໄປຂ້າງໜ້າດ້ວຍຍຸດທະສາດ Seamless AI Life (“1+8+N”) ເພື່ອສ້າງປະສົບການການຊົມໃຊ້ຢ່າງເຕັມຮູບແບບໃຫ້ກັບຜູ້ບໍລິໂພກ ໃນທຸກອຸປະກອນ ແລະ ທຸກສະຖານະການ ໂດຍສຸມໃສ່ຫ້ອງການສໍານັກງານ, ສຸຂະພາບ ແລະ ບ້ານເຮືອນທີ່ຢູ່ອາໄສ, ການທ່ອງທ່ຽວ ແລະ ຄວາມບັນເທີງເປັນຕົ້ນ.

ທ່ານ Ken Hu, ປະທານໝູນວຽນຂອງຫົວເຫວີຍ ໄດ້ກ່າວວ່າ: “ສໍາລັບປີທີ່ຜ່ານມາ, ພວກເຮົາບໍ່ຢ້ານທີ່ຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ຍັງຄົງສືບຕໍ່ສ້າງຄຸນຄ່າໃຫ້ແກ່ລູກຄ້າດ້ວຍເທັກໂນໂລຢີໄອຊີທີທີ່ເປັນນະວັດຕະກໍາໃໝ່ໆ, ຊ່ວຍອໍານວຍຄວາມສະດວກໃນການຕໍ່ສູ້ກັບການລະບາດທົ່ວໂລກ, ການພັດທະນາເສດຖະກິດ ແລະ ສັງຄົມ. ເຖິງວ່າສະພາບແວດລ້ອມທາງທຸລະກິດຈະມີຄວາມທ້າທາຍ, ແຕ່ພວກເຮົາຍັງໄດ້ຖືເອົາໂອກາດນີ້ເພື່ອເສີມຂະຫຍາຍການດຳເນີນງານຂອງເຮົາໃຫ້ດີຍິ່ງຂຶ້ນ ເພື່ອນຳໄປສູ່ປະສິດທິພາບທີ່ສອດຄ່ອງກັບການຄາດຄະເນໄວ້.”

“ພວກເຮົາຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລູກຄ້າ ແລະ ຄູ່ຮ່ວມງານຂອງພວກເຮົາ ເພື່ອສະໜັບສະໜູນຄວາມກ້າວໜ້າທາງສັງຄົມ, ການເຕີບໃຫຍ່ທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ.”

ລາຍງານການເງິນທັງໝົດໃນບົດລາຍງານປະຈຳປີ 2020 ແມ່ນໄດ້ຖືກກວດສອບຢ່າງເປັນກາງໂດຍບໍລິສັດ KPMG, ບໍລິສັດບັນຊີສາກົນ.

ຂໍ້ມູນເພີ່ມເຕີມສໍາລັບບົດລາຍງານປະຈຳປີ 2020: Huawei