ເປີດໂຄງການ 4 x 100 ຫຼຸດຜ່ອນ ຄວາມທຸກຍາກຢູ່ຊົນນະບົດ ຊຸດທີ 1

425

ລາວ – ຈີນ ໄດ້ຈັດພິທີເປີດໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ( ໂຄງການ 4 x 100 ) ຊຸດທີ 1 ໂດຍຈະທົດລອງຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ດ້ວຍການສະໜອງນໍ້າສະອາດ ໃຫ້ 17 ບ້ານ, ກໍ່ສ້າງສຸກສາລາ 7 ແຫ່ງ, ດຶງໄຟຟ້າເຂົ້າບ້ານ – ຄົວເຮືອນ ໃນ 16 ບ້ານ ແລະ ໂຄງການໂທລະພາບດິຈິຕອນຜ່ານດາວທຽມ ໃຫ້ 30 ບ້ານ ມີໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.

ພິທີເປີດການກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 1 ມີຂຶ້ນໃນວັນທີ 30 ມີນາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ປະທານຄະນະກໍາມະການຮ່ວມມື ລາວ – ຈີນ, ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ หนึ่งคนขึ้นไป, กุหลาบ และยูสโทมา

ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວນີ້ ປະກອບມີ 4 ໜ້າວຽກໃນ 8 ໂຄງການໃຫຍ່ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອລ້າ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນທ້າຍປີ 2017. ເນື່ອງຈາກ 4 ວຽກ ຕິດພັນກັນຢ່າງສະໜິດແໜ້ນ ຈຶ່ງໄດ້ເອົາ 4 ໜ້າວຽກ ໂຮມເຂົ້າເປັນໂຄງການດຽວ ເອີ້ນຫຍໍ້ວ່າ: ” ໂຄງການ 4 x 100 “.

ທັງ 4 ໜ້າວຽກນີ້ ປະກອບມີ:

1. ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ.

2. ກໍ່ສ້າງສຸກສາລາ 100 ແຫ່ງ.

3. ດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ 100 ບ້ານ.

4. ຕິດຕັ້ງລະບົບໂທລະພາບດິຈິຕອນຜ່ານດາວທຽມ ໃຫ້ແກ່ປະຊາຊົນໃນ 100 ບ້ານ.

ໂຄງການ 4 x 100 ເປັນໂຄງການທໍາອິດທີ່ຈັດຕັ້ງປະຕິບັດ ໂດຍນໍາໃຊ້ຮູບແບບ “ ປະເທດໄດ້ຮັບການຊ່ວຍເຫຼືອ ເປັນຜູ້ຈັດຕັ້ງປະຕິບັດເອງ ” ເນື່ອງຈາກການທີ່ຈະຈັດຕັ້ງປະຕິບັດຕົວຈິງພ້ອມກັນ 400 ໂຄງການບາດດຽວແມ່ນເປັນໄປໄດ້ຍາກ. ດັ່ງນັ້ນ, ສອງຝ່າຍຈຶ່ງໄດ້ຢຶດຖືບາງຫຼັກການ ຄື: ແບ່ງເປັນໄລຍະ, ແບ່ງເປັນຊຸດ, ເຮັດຢ່າງມີຈຸດສຸມ, ແຕ່ງ່າຍຫາຍາກ, ທັງເຮັດທັງຖອດຖອນບົດຮຽນໄປນໍາ ໂດຍມີເປົ້າໝາຍປະຕິບັດໃຫ້ໄດ້ຄົບທຸກໆແຂວງຂອງປະເທດລາວ.

ສະເພາະໃນຊຸດທີ 1 ນີ້ ຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 2 ແຂວງກ່ອນ ຄື: ແຂວງຫຼວງພະບາງ ແລະ ແຂວງວຽງຈັນ; ໃນນີ້ມີໂຄງການສະໜອງນໍ້າສະອາດ ຈໍານວນ 17 ບ້ານ, ໂຄງການກໍ່ສ້າງສຸກສາລາ ( ໂຮງໝໍນ້ອຍ ) ຈໍານວນ 7 ແຫ່ງ, ໂຄງການດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ ຈໍານວນ 16 ບ້ານ ແລະ ໂຄງການໂທລະພາບດິຈິຕອນຜ່ານດາວທຽມ ຈໍານວນ 30 ບ້ານ, ມີໄລຍະເວລາການກໍ່ສ້າງ ລວມທັງໝົດ 18 ເດືອນ ໂດຍແມ່ນ ກຸ່ມບໍລິສັດ ລົງທຶນ – ກໍ່ສ້າງ ຮຸ້ນສ່ວນ ຈໍາກັດ ແຂວງຢູນນານ ສປ ຈີນ ເປັນບໍລິສັດຮັບເໝົາກໍ່ສ້າງ. ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ຊຸດທີ 1 ແລ້ວ ກໍສາມາດສືບຕໍ່ກຳນົດໂຄງການທີ່ຈະປະຕິບັດໃນຊຸດທີ 2 ແລະ ຊຸດຕໍ່ໆໄປຕາມຄວາມເໝາະສົມ.

ທ່ານ ນາງ ເຂັມມະນີ ພົນເສນາ ແລະ ທ່ານ ຈ່ຽງ ຈ້າຍຕົ່ງ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ແລະ ໂອ້ລົມບາງດ້ານ ເພື່ອເຮັດໃຫ້ການກໍ່ສ້າງຕົວຈິງສາມາດປະຕິບັດໄດ້ຢ່າງມີປະສິດທິຜົນສູງ ໂດຍເນັ້ນໃຫ້ບໍລິສັດຮັບເໝົາກໍ່ສ້າງເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດໜ້າທີ່ອັນສຳຄັນທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ຖືກມອບໝາຍນີ້ຢ່າງຈົບງາມ, ທັງຮັບປະກັນຄຸນນະພາບ ແລະ ເຮັດໃຫ້ປະຊາຊົນສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນສູງສຸດ.