ຮູ້ຈັກ! ສອນໄຊ ນັກເຕະຊາວຫົວພັນ ເປີດຕົວກັບ ວຽງຈັນ ເອັຟຊີ ໄດ້ຢ່າງໂດດເດັ່ນ(ຄລິບ)

249

ຖືເປັນອີກນັກເຕະຈາກແຂວງຫົວພັນ ທີ່ໜ້າຕິດຕາມສໍາລັບ ສອນໄຊ ພັນທະໄຊ ເຊິ່ງເປັນກອງໜ້າດາວເດັ່ນຄົນນີ້ມີຖິ່ນຖານບ້ານເກີດໃນແຂວງຫົວພັນ ຫຼ້າສຸດປີ 2021 ສອນໄຊ ໄດ້ຍ້າຍຈາກ ວຽງຈັນ ເອັຟທີ ມາຫຼິ້ນໃຫ້ກັບ ວຽງຈັນ ເອັຟຊີ ໃນລີກສູງສຸດຂອງ ສປປ ລາວ ລົງສະໜາມນັດທໍາອິດໃຫ້ທີມໃໝ່ກໍຍິງປະຕູທໍາອິດ ໃນນັດທີ່ເສຍໃຫ້ກັບ ກອງທັບ ເອັຟຊີ 1-2 ເມື່ອທ້າຍອາທິດ ທີ່ຜ່ານມາ.

ສອນໄຊ ເລົ່າວ່າ: ຖິ່ນຖານບ້ານເກີດຂອງນ້ອງແມ່ນ ແຂວງຫົວພັນ ກໍເປັນອີກຄົນທີ່ຮັກກີລາບານເຕະຫລາຍ ແຕ່ນ້ອງບໍ່ເຄີຍເຫັນໝາກບານເລີຍເນື່ອງຈາກວ່າບ້ານນອກຄອກນາ ເຄີຍເຫັນແຕ່ໃນໂທລະທັດ ເຊິ່ງນ້ອງກັບໝູ່ ແຕ່ລະມື້ຕ້ອງຂື້ນໄປເອົາໝາກກ້ຽວໃຫຍ່ ລົງມາຖູມໃຫ້ມັນນຸ່ມ ແລ້ວຈິ່ງເອົາມາເຕະໃນແຕ່ລະມື້.

ມາຮອດປີ 2010 – 2011 ຄອບຄົວໄດ້ຍ້າຍລົງມາຢູ່ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ກໍພາ ນ້ອງໄດ້ໄປຊ້ອມກັບທີມນ້ອຍໆໜຶ່ງຊື່ວ່າ ສະໂມສອນຕາເວັນ ໃນປີ 2012 ນ້ອງໄດ້ໄປຄັດໂຕ ຢູ11 ທີ່ຈະໄປແຂ່ງຂັນທີ່ປະເທດເກົາຫຼີໃຕ້ ເຊິ່ງການທົດສອບພາຍໃນເດືອນ 1 ນ້ອງກະມີຊື່ຕິດທີມໄປຮ່ວມການແຂ່ງຂັນ ແຕ່ແລ້ວສະໂມສອນທີ່ນ້ອງຊ້ອມກັບພັດໄດ້ຫຍຸບ ເຮັດໃຫ້ນ້ອງບໍ່ມີບ່ອນຊ້ອມພາຍໃນປີ 2 ຖັດມາ.

ຈົນມາເຖິງປີ 2015 ນ້ອງໄດ້ເຂົ້າໄປຊ້ອມນຳ ອາຄາເດີມີ ກອງທັບ ໄດ້ 2 ເດືອນ ຫຼັງຈາກນັ້ນກະໄດ້ຍ້າຍເຂົ້າໄປຊ້ອມນຳ ອຈ ກັນລະຍາສີສົມຫວັງ ໃນປີ 2017 ໄດ້ເຂົ້າຮ່ວມການແຂ່ງຂັນສາຍກໍ ເປັນຄັ້ງທໍາອິດໃນຊີວິດ ຫຼິ້ນໃຫ້ສະໂມສອນຄີງໂມມັນ ພ້ອມທັງຍັງໄດ້ຕິດທີມນະຄອນຫຼວງ ຊຸດກີລາແຫ່ງຊາດ, ແຕ່ຖືກຍົກເລີກປີ 2018.

ຈົນໃນທີ່ສຸດປີ 2018 ນ້ອງໄດ້ຮັບໂອກາດຄັ້ງຍິ່ງໃຫຍ່ທີ່ສຸດກໍຄື ການໄດ້ໄປຄັດໂຄງການ ອາລີອັນ ທີ່ເອົາຕົວແທນຍິງ-ຊາຍ ຂອງປະເທດ ເຊິ່ງນ້ອງກໍຕິດ 1 ໃນນັ້ນ ແລະ ໄດ້ໄປຊ້ອມທີ່ບາງກອກ ປະເທດໄທ ແນ່ນອນວ່າຕອນນັ້ນກໍໄດ້ໄປະສົບການອັນຍິ່ງໃຫຍ່ ເພາະມີຄູຝຶກຈາກສະໂມສອນ ບາເຢິນ ມິວນິກ ທີ່ເປັນມືອາຊີບ ເຂົ້າມາສິດສອນທັກສະຕ່າງໆ.

ຈົນເຖິງປີ 2019 ໄດ້ມາຄັດສະໂມສອນ ຊ້າງນ້ອຍ ເອັຟຊີ ຊຸດສາຍກໍ ນ້ອງກະຜ່ານມາຖືກເອີ້ນໄປຄັດທີມຊາດ ຢູ19 ຄັ້ງທໍາອິດມີລາຍຊື່ 25 ຄົນ ແຕ່ນ້ອງຖືກຕັດໃນລາຍຊື່ 23 ຄົນສຸດ, ປີ 2020 ນ້ອງຖືກເອີ້ນໄປຄັດອີກລະນ້ອງກະມີຊື່ຕິດ 18 ຄົນທີ່ເດີນທາງໄປແຂ່ງຂັນຢູ່ຍີ່ປຸ່ນ ເຊິ່ງຫຼັງຈາກກັບມານ້ອງກະຍັງມີຊື່ຄັດອີກ, ແຕ່ວ່າລາຍການມັນຖືກຍົກເລີກ. ຢ່າງໃດກໍຕາມ, ໃນປີ 2020 ນ້ອງໄດ້ຫຼິ້ນໃນລີກສູງສຸດຂອງ ສປປ ລາວ ໃຫ້ກັບ ວຽງຈັນ ເອັຟທີ ເປັນຄັ້ງທໍາອິດ.

ຈົນຫຼ້າສຸດໃນປີ 2021 ສອນໄຊ ລົງສະໜາມນັດຫຼ້າສຸດໃນລີກສູງສຸດເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງເປັນນັດທໍາອິດກັບຕົ້ນສັງກັດໃໝ່ ວຽງຈັນ ເອັຟຊີ ເຊິ່ງຜົນງານນັດດັ່ງກ່າວໂດດເດັ່ນ ແລະ ສາມາດຍິງໄດ້ 1 ປະຕູໂດຍ ສອນໄຊ ໃຫ້ສໍາພາດວ່າ: ເປັນຄວາມພາກພູມໃຈທີ່ໄດ້ຮັບໃຊ້ສະໂມສອນໃໝ່ຢ່າງ ວຽງຈັນ ເອັຟຊີ ເຊິ່ງນັດນີ້ຮູບເກມຂອງພວກເຮົາຫຼິ້ນໄດ້ດີຫຼາຍ ແລະ ສາມາດຍິງປະຕູທໍາອິດໃຫ້ກັບທີມໃນລີກສູງສຸດ, ແຕ່ບໍ່ສາມາດເກັບ 3 ຄະແນນໄດ້ຖືເປັນເລື່ອງທີ່ໜ້າເສຍດາຍ ແນ່ນອນນັດນີ້ເປັນນັດທໍາອິດບັນຫາຂອງທີມແມ່ນຍັງຫຼິ້ນບໍ່ເຂົ້າກັນພໍປານໃດ ແລະ ຍັງບໍ່ທັນລື້ງເລື່ອງສະໜາມ.

ສໍາລັບ ສອນໄຊ ພັນທະໄຊ ວັນທີ 10 ມິຖຸນາ 2001 ທີ່ບ້ານຫ້ວຍຍໍ ເມືອງກວັນ ແຂວງຫົວພັນ ເຊິ່ງປັດຈຸບັນຄອບຄົວໄດ້ຍ້າຍມາຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງ ໂດຍຜົນງານໃນລາວລີກ 1 ລະດູການ 2020 ລົງສະໜາມເກືອບ 12 ນັດຍິງໄດ້ 2 ປະຕູໃຫ້ ວຽງຈັນ ເອັຟທີ ຢູ່ອັນດັບສດທ້າຍຂອງຕາຕະລາງຄະແນນລວມ, ສ່ວນປີນີ້ຍ້າຍມາຫຼິ້ນໃຫ້ກັບ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ລົງສະໜາມນັດທໍາອິດຍິງໄປ 1 ປະຕູແລ້ວ ແລະ ທ້າຍອາທິດນີ້ 3 ເມສາ 2021 ເວລາ 15:30 ໂມງມີງານໜັກພາ ວຽງຈັນ ເອັຟຊີ ເປີດບ້ານຮັບການມາຢາມຂອງ ເອັຟຊີ ຈັນທະບູລີ ທີ່ສະໜາມກີລາມະຫາວິທະຍາໄລຍະແຫ່ງຊາດ.

ຂ່າວ: ຫຼ້າ ຄໍາໄຟ ແລະ ຂອບໃຈຮູບຈາກ: VFC Viengchanh Football Club ແລະ Lao Premier League