Monthly Archives: March, 2021

ດີ້ນຮົນໜີຄວາມທຸກຍາກດ້ວຍສອງຝາມືເປົ່າ ຜັກດັນຕົນເອງສູ່ເຈົ້າຂອງທຸລະກິດອະສັງຫາລິມະຊັບ

ທຸກຄົນເກີດມາມີພື້ນຖານ ແລະ ຕົ້ນທຶນຊີວິດທີ່ແຕກຕ່າງກັນ ບາງຄົນເກີດມາມີພຽບພ້ອມ ຄອບຄົວພໍ່ແມ່ຫາໄວ້ໃຫ້ ເຫຼືອພຽງຕໍ່ຍອດສິ່ງທີ່ມີຢູ່ ແຕ່ກົງກັນຂ້າມບາງຄົນບໍ່ມີຫຍັງ ແມ່ນກະທັງທຶນການສຶກສາຕ້ອງອາໄສຜ້າເຫຼືອງ, ອາໄສສາສະໜາພາຮຽນຮູ້ ພັກດັນຕົນເອງສຸດຊີວິດ ເພື່ອເປົ້າໝາຍດຽວຄືໃຫ້ມີຊີວິດທີ່ດີຂຶ້ນ ແລະ ກາຍເປັນເຈົ້າຂອງທຸລະກິດສ່ວນຕົວໃຫ້ໄດ້ ເຊິ່ງທັງໝົດທີ່ຜູ້ຂຽນກ່າວມານັ້ນໝາຍເຖິງ ທ່ານ ຫຸມພັນ ໄຊຍະລາດ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ ບໍລິສັດ ເຣັນສະບາຍ. ທ່ານ ຫຸມພັນ ໄຊຍະລາດ...

ໄຟຟ້າແຂວງວຽງຈັນເສຍຫາຍຫຼາຍ ຈາກພາຍຸເຂົ້າມື້ຄືນວານນີ້

ໃນຄືນວັນທີ 28 ມີນາ 2021 ທີ່ຜ່ານມາ ແຂວງວຽງຈັນ ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານໃນຂອບເຂດ ເມືອງທຸລະຄົມ ເປັນສາເຫດເຮັດໃຫ້ອຸປະກອນໄຟຟ້າໄດ້ຮັບຜົນເສຍຫາຍເປັນບໍລິເວນກວ້າງສົມຄວນ ຕອນນີ້ຍັງບໍ່ທັນສະຫຼຸບໄດ້ເປັນມູນຄ່າເທື່ອ. ເຂດທີ່ໄດ້ຮັບຜົນກະທົບປະກອບມີເຂດບ້ານ ວັດກາງ ສາຍຕາຂ່າຍ 0,4 ຂາດ 2 ເສັ້ນ, ລູກຟີວຂາດ 2 ກ້ອນ, ບ້ານ ນໍ້າພະນາຍ ລູກຟີວ 0,4 ຂາດ...

ຫຼວງພະບາງ ແຈ້ງຫ້າມຈັດຫຼາຍຢ່າງ ໃນບຸນປີໃໝ່ລາວ ພສ 2564 ນີ້

ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ອອກແຈ້ງການ ສະບັບເລກທີ 230/ຫວຂ ຫຼບ ລົງວັນທີ 26 ມີນາ 2021 ກ່ຽວກັບ ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 (ຄສ 2021). ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ລະບາດໃນລະດັບຕ່າງໆ, ສະນັ້ນ ໃນການຈັດຕັ້ງສະຫຼອງປີໃໝ່ນີ້ ທົ່ວປວງຊົນລາວບັນດາເຜົ່າ...

ການຮຽນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມແມ່ນຫຍັງ?

ເຊື່ອວ່າຫຼາຍໆຄົນເອງເຄີຍໄດ້ຍິນແຕ່ວ່າການຮຽນການປຸງແຕ່ງ ແມ່ນການຮຽນປຸງແຕ່ງອາຫານພຽງຢ່າງດຽວເທົ່ານັ້ນ ແຕ່ໃນ ຄວາມຈິງແລ້ວສາຂາການຮຽນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ແມ່ນການຮຽນຮູ້ເຖິງວິທີ ແລະ ສູດປຸງແຕ່ງອາຫານປະເພດຕ່າງໆ ພ້ອມທັງເຮັດເຄື່ອງດື່ມທີ່ຫຼາກຫຼາຍປະເພດ. ສະນັ້ນ, ເຮົາມາເບິ່ງຄໍາຖາມຍອດນິຍົມທີ່ຖືກຖາມຫຼາຍທີ່ສຸດກ່ຽວກັບການປຸງແຕ່ງກັນເບິ່ງວ່າມີຫຍັງແດ່? 1. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ແມ່ນຮຽນກ່ຽວກັບຫຍັງແດ່? ການຮຽນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມປະກອບດ້ວຍຫຼາຍໆວິຊາຮຽນທີ່ຊ່ວຍໃຫ້ເຮົາໄປເຮັດວຽກຕົວຈິງໄດ້ເລີຍ ເຊັ່ນ: ມີການຮຽນການກວດກາຄຸນນະພາບຂອງອາຫານ, ຄວາມຮູ້ພື້ນຖານດ້ານການທ່ອງທ່ຽວ ແລະ ການໂຮງແຮມ, ຮຽນຮູ້ສູດຂອງການເຮັດອາຫານ,...

ຕ້ອງເຮັດໂຕຄືນໍ້າບໍ່ເຕັມຈອກ ພ້ອມຮັບຟັງຄໍາແນະນໍາໃໝ່ໆສະເໝີ ດາວມີໄຊ ພະຈັນສິດທິ ໝາຍເລກ 06

ມື້ນີ້ມາຮູ້ຈັກສາວງາມອີກໜຶ່ງຄົນທີ່ມີຄວາມສາມາດບໍ່ທໍາມະດາ ຜູ້ຜ່ານເຂົ້າຮອບ 20 ຄົນໃນການປະກວດເວທີ Miss World Laos 2021 ດາວມີໄຊ ພະຈັນສິດທິ ຫຼື ນາງ ອາຍຸ 22 ປີ ສາວງາມຈາກແຂວງສະຫວັນນະເຂດ ປັດຈຸບັນແມ່ນກໍາລັງສຶກສາຢູ່ທີຄະນະວິທະຍາສາດປ່າໄມ້ມະຫາວິທະຍາໄລແຫ່ງຊາດ ຜ່ານເຂົ້າຮອບ 20 ຄົນໃນການປະກວດເວທີ ເຄີຍຜ່ານການປະກວດ Miss Laos 2018 ມາແລ້ວ...

ເຈົ້ານະຄອນໄກສອນ ພົມວິຫານ ລົງພົບປະ ໂອ້ລົມອຳນາດການປົກຄອງບ້ານພັດທະນາໂພນສິມ

ອາທິດຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງພົບປະໂອ້ລົມອຳນາດການປົກຄອງບ້ານພັດທະນາບ້ານໂພນສິມ ຢູ່ທີ່ຫ້ອງການບ້ານດັ່ງກ່າວ ເພື່ອຊີ້ນຳການພັດທະນາເສດຖະກິດ - ສັງຄົມຂອງພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ. ໃນໂອກາດນີ້, ທ່ານ ນ້ອຍ ວິໄລ ຮອງນາຍບ້ານໂພນສິມ ໄດ້ລາຍງານສະພາບໂດຍສັງເຂບ ວ່າ: ບ້ານພັດທະນາໂພນສິມ ເປັນບ້ານເກົ່າແກ່, ມີປະຫວັດຍາວນານ, ເປັນທີ່ຕັ້ງເມືອງຄັນທະບູລີໃນແຕ່ກ່ອນ, ຕັ້ງຫ່າງຈາກເທສະບານນະຄອນໄປທາງທິດຕາເວັນອອກສ່ຽງເໜືອ ປະມານ...

ຊ້າງນ້ອຍ ກັບ ກອງທັບ ສົມຫວັງໃນລາວລີກ 1 ອາທິດທໍາອິດ, 7 ປະຕູເກິີດຂຶ້ນຈາກ 6 ນັກເຕະ(ຄລິບ)

ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ເປີດສາກຂຶ້ນຢ່າງເປັນທາງການ ເມື່ອວັນທີ 27 ມີນາ 2021 ປາກົດວ່າ: ຊ້າງນ້ອຍ ເອັຟຊີ ກັບ ກອງທັບ ເອັຟຊີ ສົມຫວັງສາມາດເກັບໄຊຊະນະນັດທໍາອິດໄປຕາມທີ່ຄາດໝາຍໄວ້ໄດ້ສໍາເລັດ ເຊິ່ງອາທິດທໍາອິດມີປະຕູເກີດຂຶ້ນ 7 ໜ່ວຍຈາກ 2 ນັດ. ...

ໂຮງໝໍແຂວງຄໍາມ່ວນ ໄດ້ຮັບເຄື່ອງຟອກໄຂ່ຫຼັງ 3 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດ 1 ຊຸດ ຈາກການຊ່ວຍເຫຼືອຂອງ 3 ບໍລິສັດ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍແຂວງຄໍາມ່ວນໂດຍສະເພາະແມ່ນເຄື່ອງອຸປະກອນການແພດທີ່ຈໍາເປັນເຊັ່ນ : ເຄື່ອງຟອກໄຂ່ຫຼັງຈໍານວນ 3 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 1 ຊຸດ ຈາກການຊ່ວຍເຫຼືອຂອງ 3 ບໍລິສັດຄື : ບໍລິສັດ ເທີນ ຫີນບູນ ພາວເວີ ຈໍາກັດ ຈໍານວນ 28.000 ໂດລາສະຫະລັດ, ບໍລິສັດ ລັດວິສາຫະກິດ ຖືຫຸ້ນລາວ...

ບໍລິສັດ ເດລີເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ ມອບເຄື່ອງໃຊ້ໃຫ້ ໂຮງຮຽນເດັກກໍາພ້າ ນະຄອນຫລວງພະບາງ

ບໍລິສັດ ເດລີເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ ( ຟູດແພນດ້າ) ໄດ້ຈັດ ພິທີ ມອບເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ ໂຮງຮຽນ ມ.ສ ເດັກກໍາພ້າ ໃນວັນທີ 28 ມີນາ 2021 ຢູ່ທີ່ສະໂມສອນໂຮງຮຽນ ມ.ສ ເດັກກໍາພ້າ ບ້ານຂົວທີ1 ນະຄອນຫລວງພະບາງ ແຂວງຫລວງພະບາງ ໂດຍກ່າວມອບເຄື່ອງ...

ທຄຕລ ນໍາສະເໜີຜະລິດຕະພັນ ບັດຊິບ ATM UnionPay

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ນໍາສະເໜີອີກໜຶ່ງບໍລິການຮູບແບບໃໝ່ ນໍາເອົາຄວາມທັນສະໄໝ ແລະ ສະດວກສະບາຍສູ່ຜູ້ໃຊ້ບໍລິການຜ່ານຜະລິດຕະພັນບັດຊິບ ATM UnionPay. ພິທີເປີດຜະລິດຕະພັນບັດຊິບ ATM UnionPay ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ...
- Advertisment -
Slide
Slide

Most Read

error: Content is protected !!