ຄວາມຫວັງມາຮອດແລ້ວ ວັກແຊັງປ້ອງກັນພະຍາດໂຄວິດ-19​ ທີ່ລັດຖະບານ ຈີນ ມອບໃຫ້ ລາວ 8 ແສນໂດສ

277

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19​ ຢູ່ ສປປ ລາວ ໃນປັດຈຸບັນ,​ ລັດຖະບານ ແລະ ກອງທັບປະຊາຊົນຈີນ  ໄດ້ຊ່ວຍເຫຼືອວັກແຊັງຫລືວັກຊີນປ້ອງກັນພະຍາດໂຄວິດ-19​ຈຳນວນ 8 ແສນໂດສ ແລະ ເຂັມສັກຢາ 803.000 ອັນ ໃຫ້ແກ່ລັດຖະບານ ແລະ ກອງທັບປະຊາຊົນລາວ.​

ພິທີມອບ-ຮັບ ວັກແຊັງປ້ອງກັນພະຍາດໂຄວິດ-19 ຈຳນວນ 800.000 ໂດສ ແລະ ເຂັມສັກຢາ 803.​000 ອັນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ກອງທັບປະຊາຊົນຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມີນາ 2021​ ທີ່ສະໜາມບິນສາກົນວັດໄຕ​ ນະຄອນຫຼວງວຽງຈັນ.

ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,​ ມີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ,​ ມີບັນດາທ່ານລັດຖະມົນຕີ,​ ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.​

ທັງນີ້,​ ວັກແຊັງຈຳນວນ 800.000 ໂດສ ມອບໃຫ້ກະຊວງປ້ອງກັນປະເທດ 300.000 ໂດສ.

ໃນພິທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຕ່າງໜ້າພັກ-ລັດ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນແຫ່ງ ສປ ຈີນ ທີ່ມອບການຊ່ວຍເຫຼືອອີກເທື່ອໜຶ່ງ ເພື່ອຊ່ວຍ ສປປ ລາວ ໃນການຕ້ານ ແລະ ສະກັດພະຍາດໂຄວິດ-19​ ເຊິ່ງວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງກ່ອນ ກໍໄດ້ແຈກຢາຍ ແລະ ສັກໃຫ້ກຸ່ມສ່ຽງໃນທົ່ວປະເທດ ແລະ ເຫັນວ່າຜ່ານການສັກວັກແຊັງດັ່ງກ່າວ ມາຮອດປັດຈຸບັນແມ່ນຍັງບໍ່ມີລາຍງານວ່າຜູ້ທີ່ສັກແລ້ວ ເປັນອັນຕະລາຍ ແລະ ເຫັນວ່າວັກແຊັງຈາກ ສປ ຈີນ ມີຄວາມປອດໄພ ແລະ ມີປະສິດທິຜົນດີ.