ລົມພະຍຸພັດຜ່ານ 3 ບ້ານ ເມືອງ ພຽງ ແຂວງ ໄຊຍະບູລີ ສ້າງຄວາມເສຍຫາຍເກືອບ 20 ຕື້ກີບ

239

ຕາມການລາຍງານຂອງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງ ພຽງ ແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 28 ມີນາ 2021 ນີ້ ເວລາ 18 ໂມງ 30 ນາທີ ໄດ້ເກີດມີລົມພະຍຸພັດຜ່ານເຮືອນຂອງປະຊາຊົນ 3ບ້ານ, ໄດ້ຮັບຜົນກະທົບ ແລະ ເສຍຫາຍມີ 8 ຄອບຄົວ, ຈໍານວນພົນ 25 ຄົນ, ຊັບສິນຂອງລັດ 3 ແຫ່ງ ແລະ ສວນກ້ວຍ 2 ບໍລິສັດ ເສຍຫາຍຢ່າງໜັກໜ່ວງ.


ປະກອບມີ ບ້ານ ນາແລ ໄດ້ຮັບຜົນກະທົບ 5 ຄອບຄົວ, ກະເບື້ອງເສຍຫາຍ 380 ແຜ່ນ, ສັງກະສີ 55 ແຜ່ນ, ຕູ້ເຢັນ 1 ໜ່ວຍ ມູນຄ່າຜົນເສຍຫາຍ 11 ລ້ານກວ່າກີບ; ບ້ານ ວັງຄໍາ 2 ຄອບຄົວ, ກະເບື້ອງເສຍຫາຍ 29 ແຜ່ນ, ສັງກະສີ 20 ແຜ່ນ ມູນຄ່າຜົນເສຍຫາຍ 1 ລ້ານກວ່າກີບ; ບ້ານ ໜອງບົວທອງ ມີ 1 ຄອບຄົວ, ກະເບື້ອງເສຍຫາຍ 11 ແຜ່ນ, ມູນຄ່າເສຍຫາຍ 2 ແສນກວ່າກີບ, ໂຮງຮຽນປະຖົມໂພນຊຽງ ສັງກະສີເສຍຫາຍ 50 ແຜ່ນ, ໄມ້ແປຮູບ 20 ໂຕ ມູນຄ່າເສຍຫາຍ 2 ລ້ານກວ່າກີບ, ໂຮງຮຽນປະຖົມນາແລ ສັງກະສີເສຍຫາຍ 30 ແຜ່ນ, ມູນຄ່າ 1 ລ້ານກວ່າກີບ, ຫ້ອງການບ້ານ ນາແລ ກະເບື້ອງເສຍຫາຍ 150 ແຜ່ນ ມູນຄ່າ 3 ລ້ານກີບ.


ນອກນັ້ນຍັງມີ ສວນກ້ວຍຂອງບໍລິສັດ ບົວບານ ຖືກເສຍຫາຍເນື້ອທີ່ 63 ເຮັກຕາ, ຈໍານວນຕົ້ນກ້ວຍ 142.000 ຕົ້ນ ມູນຄ່າເສຍຫາຍ 16 ຕື້ກີບ; ບໍລິສັດ ຕາຄິງ 10 ເຮັກຕາ ມີ 31.000 ຕົ້ນ, ມູນຄ່າເສຍຫາຍ 3 ຕື້ກວ່າກີບ, ລວມມູນຄ່າເສຍຫາຍທັງໝົດຈາກລົມພະຍຸພັດຄັ້ງນີ້ 19,5 ຕື້ກວ່າກີບ.


ຕໍ່ເຫດການດັ່ງກ່າວ ໃນວັນທີ 31 ມີນາ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ ພຽງ ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ເຂດທີ່ຖືກຜົນກະທົບຈາກລົມພະຍຸພັດ, ພ້ອມທັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ເກັບກໍາຂໍ້ມູນຜົນເສຍຫາຍຂອງປະຊາຊົນ ແລະ ບໍລິສັດທີ່ປູກກ້ວຍຄືນໃຫ້ລະອຽດ ພ້ອມທັງສັງລວມລາຍງານຫາຂັ້ນເທິງຕາມຂັ້ນຕອນ ແລະ ໃຫ້ການຊ່ວຍເຫຼືອເບື້ອງຕົ້ນແກ່ຄອບຄົວທີ່ຖືກກະທົບໜັກຢ່າງຮີບດ່ວນ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ