ກວດເບິ່ງດວງສົ່ງທ້າຍເດືອນມີນາ ໃຜໂຊກດີ ຫຼື ໂຊກຮ້າຍ ອ່ານເລີຍ!

676

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາໃນອາທິດນີ້ ຜູ້ຂຽນຂໍພາທຸກທ່ານມາກວດເບິ່ງໂຊກຊາຕາຂອງຄົນເກີດທັງ 12 ລາສີນໍາກັນ ໃນທ້າຍເດືອນມີນານີ້ ໃຜຈະມີໂຊກລາບ ຫຼື ຕ້ອງລະມັດລະວັງເລື່ອງໃດ ເຊິ່ງແບ່ງອອກເປັນຫຼາຍກຸ່ມ ແຕ່ມື້ນີ້ຜູ້ຂຽນຂໍຍົກມາສະເພາະຄົນດວງດີ ການງານລາບລື່ນ ການເງິນສະດວກ ມາໃຫ້ທຸກທ່ານອ່ານກ່ອນ.

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 15 ພຶດສະພາ ຫາ 14 ມິຖຸນາ ) ດວງວຽກງານປ່ຽນແປງໃນທາງທີ່ດີ ກ້າວໜ້າ ບໍລິວານສະໜັບສະໜູນຊ່ວຍເຫຼືອ, ສໍາລັບໃຜທີ່ຖ້າວຽກຢູ່ກໍຈະໄດ້ຮັບຂ່າວດີ, ສ່ວນເລື່ອງເງິນ ລາຍຮັບຂ້ອນຂ້າງດີ ຄ້າຂາຍມີກໍາໄລ ແຕ່ກໍມີລາຍຈ່າຍ ເຊິ່ງໝົດໄປກັບການຊື້ຄວາມສຸກ ຫຼື ສິ່ງບໍ່ຄ່ອຍຈໍາເປັນ, ສ່ວນເລື່ອງ ຄວາມຮັກ ຄົນມີຄູ່ ໄລຍະນີ້ມີໄລຍະຫ່າງຕໍ່ກັນ ມີໂລກສ່ວນຕົວເຂົ້າມາ ມີເລື່ອງຕ້ອງໃຫ້ຄິດ, ຄົນໂສດແມ່ນສະເໜ່ແຮງຫຼາຍ ແຕ່ກໍຍັງບໍ່ຢາກມີໃຜ ສ່ວນເລື່ອງສຸຂະພາບ ອາດມີເລື່ອງໃຫ້ຕຶງຄຽດກ່ຽວກັບບ່ອນເຮັດວຽກ, ສາຍຕາບໍ່ດີ, ເຈັບຫົວໄມ ເກຣນຂຶ້ນ ປວດເມື່ອຍຕາມຕົນຕົວ ແລະ ມີເກນບາດເຈັບເລັກໜ້ອຍໃຫ້ໃຊ້ຊີວິດຢ່າງລະມັດລະວັງ.

อาจเป็นรูปภาพของ ข้อความพูดว่า "Taurus"

ລາສີສິງ ( ຜູ້ທີ່ເກີດລະ ຫວ່າງວັນທີ 15 ສິງຫາ ຫາ 14 ກັນຍາ ) ເລື່ອງວຽກງານມີການປ່ຽນແປງໃໝ່ ທັງວຽກ ລູກນ້ອງ ແລະ ສະຖານທີ່ເຮັດວຽກ ພົບຊ່ອງທາງຫາເງິນໃໝ່ ວຽກໃຫຍ່ກໍາລັງຈະເຂົ້າມາ. ທັງນີ້, ເລື່ອງເງິນແມ່ນໂດດເດັ່ນຫຼາຍ ມີເງິນເຂົ້າມາບໍ່ຂາດສາຍ ລາຍໄດ້ດີ ຄ້າຂາຍມີກໍາໄລ ແຕ່ກໍມີລາຍຈ່າຍ ເຊິ່ງໝົດໄປກັບການຊື້ຄວາມສຸກໃສ່ຕົນເອງ ແລະ ຟຸ່ມເຟືອຍບໍ່ມີເຫດຜົນບາງຄັ້ງ; ເລື່ອງຄວາມຮັກ ຄົນມີຄູ່ກໍມີໂອກາດທີ່ທຸກຢ່າງລົງຕົວ ໄດ້ໂອ້ລົມສະສາງບັນຫາໃນໃຈ ຫຼັງຈາກຄຸມເຄືອມາດົນ, ສ່ວນຄົນໂສດ ໄລຍະນີ້ຖືວ່າສະເໜ່ແຮງ ແຕ່ຄົນທີ່ເຂົ້າມາມັກບໍ່ກົງກັບ ຄວາມຕ້ອງການຂອງໃຈ. ສໍາລັບເລື່ອງສຸຂະພາບ ໃຫ້ເບິ່ງແຍງຕົນເອງໃຫ້ດີກວ່ານີ້ ກາງຄືນພັກຜ່ອນໃຫ້ພຽງພໍ ເພາະໄລຍະນີ້ມີອາການນອນບໍ່ຫຼັບ ກາງເວັນຈຶ່ງອາລົມບໍ່ດີງ່າຍ ໃຈຮ້ອນ ມີ ຄວາມດັນຂຶ້ນ ຕ້ອງເບິ່ງແຍງຕົນເອງໃໝ່.

อาจเป็นรูปภาพของ ข้อความพูดว่า "Leo"

อาจเป็นรูปภาพของ ข้อความพูดว่า "Aquarius"

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 15 ກຸມພາ ຫາ 14 ມີນາ ) ໄລຍະນີ້ທຸລະກິດ ຫຼື ວຽກທີ່ຕ້ເອງພົບພໍ້ຜູ້ຄົນຈະດີຫຼາຍ ຄ້າຂາຍມີກໍາໄລ ລູກຄ້າ ແລະ ລູກນ້ອງສະໜັບສະໜູນ; ເລື່ອງເງິນ ມີລາຍຮັບເປັນໄປຕາມຄວາມຄາດຫວັງ ແຕ່ກໍມັກມີລາຍຈ່າຍມາພ້ອມໆກັນ ລ້ວນແຕ່ເປັນເລື່ອງທີ່ຫຼີກລຽງບໍ່ໄດ້, ສ່ວນຄວາມຮັກ ຄົນມີຄູ່ມີເກນຫວັ່ນໄຫວ ບໍ່ໄວ້ໃຈເຊິ່ງກັນ ແລະ ກັນ ຄວາມສໍາພັນບອບບາງບໍ່ແຂງແຮງຫຼາຍໃນໄລຍະນີ້, ສ່ວນຄົນໂສດ ຍັງຢູ່ໃນໂໝດແອບຮັກ ບໍ່ກ້າບອກ; ດ້ານສຸຂະພາບ ໄລຍະນີ້ພັກຜ່ອນໜ້ອຍ ຮ່າງກາຍອ່ອນແອ ພະຍາດເກົ່າທີ່ເຄີຍເປັນກັບມາເປັນໃໝ່ ເຊິ່ງພະຍາດທີ່ເປັນມັກກ່ຽວກັບໄພ ຫຼື ສາເຫດມາຈາກສະພາບອາກາດເປັນສ່ວນກ່ຽວຂ້ອງ.