ວາງແຜນຄວາມຍືນຍົງ ແລະ ປິດໂຄງການ ຄວາມປອດໄພ ແລະ ສຸຂະພາບແຮງງານ

274

ກົມຄຸ້ມຄອງແຮງງານຈັດກອງປະຊຸມວາງແຜນຄວາມຍືນຍົງ ແລະ ພິທີປິດໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດຢູ່ ສປປ ລາວ ພາຍໃຕ້ໂຄງການກອງທຶນ ເພື່ອສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ.

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ຄຳຈັນ ສີວັນທອງ ຜູ້ຕາງໜ້າສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ວຽງໄຊ ສຸກສະຫວັດ ຫົວໜ້າພະແນກຄວາມປອດໄພ ແລະ ສຸຂະພາບແຮງງານ ກ່າວວ່າ: ກອງທຶນ Vision Zero Fund Project ເປັນຂໍ້ລິເລີ່ມຂອງປະເທດອຸດສາຫະກຳ 7 ປະເທດ ຫຼື G7 ໃນປີ 2015 ແລະ ມາເປັນ 20 ປະເທດ ຫຼື G20 ໃນປີ 2017 ອົງການແຮງງານສາກົນເປັນຜູ້ບໍລິຫານກອງທຶນ ແລະ ຈັດຕັ້ງປະຕິບັດໂຄງການ ໂດຍຜ່ານໜ່ວຍງານ Vision Zero Fund Project ເພື່ອຫຼຸດຜ່ອນການບາດເຈັບທີ່ບໍ່ຮຸນແຮງ ແລະ ຂັ້ນຮຸນແຮງທີ່ກ່ຽວຂ້ອງກັບການເຮັດວຽກ ແລະ ເຮັດໃຫ້ກາຍເປັນສູນໃນຕ່ອງໂສ້ການຜະລິດໂດຍສະໜັບສະໜູນໃນການຈັດຕັ້ງປະຕິບັດ ແລະ ການປັບປຸງຄວາມປອດໄພ ແລະ ສຸຂະພາບແຮງງານໃນບັນດາຫົວໜ່ວຍແຮງງານ, ສະໜັບສະໜູນບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບວຽກງານຄວາມປອດໄພ ແລະ ສຸຂະພາບຂອງແຮງງານ ແລະ ການປົກປ້ອງສັງຄົມ. ນອກນັ້ນ, ໂຄງການນີ້ຍັງໄດ້ຈັດຕັ້ງປະຕິບັດຢູ່ສອງຂະແໜງຄືຕັດຫຍິບ ແລະ ຂະແໜງກາເຟ.

ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ເລີ່ມແຕ່ເດືອນມິຖຸນາ – ທັນວາ 2018, ກິດຈະກຳຫຼັກແມ່ນໄດ້ສຶກສາອັນຕະລາຍ ແລະ ຄວາມສ່ຽງໃນຕ່ອງໂສ້ໃນການຜະລິດກາເຟ ແລະ ຂະແໜງຕັດຫຍິບ, ສົ່ງເສີມການຮ່ວມມື ແລະ ການເຮັດວຽກຮ່ວມກັນຫຼາຍຝ່າຍໃນວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ.

ທ່ານ ພົງໄຊສັກ ອິນຖາລາດ ກ່າວເຖິງຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ເຊິ່ງມັນໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫຼາຍຂຶ້ນຈາກທຸກພາກສ່ວນຂອງສັງຄົມ ໂດຍສະເພາະແມ່ນຜູ້ລົງທຶນໃນສອງຂະແໜງການດັ່ງກ່າວ. ພ້ອມດຽວກັນນີ້, ໂຄງການຍັງໄດ້ສ້າງໃຫ້ພະນັກງານວິຊາການຂອງສາມຝ່າຍພວກເຮົາມີຄວາມເຂັ້ມແຂງເພີ່ມຂຶ້ນໃນການເຮັດຫຼ້ອນໜ້າທີ່ວຽກງານໃນດ້ານນີ້ ທັງໃນລະດັບສູນກາງ, ທ້ອງຖິ່ນ ແລະ ໃນບັນດາຫົວໜ່ວຍແຮງງານທີ່ເຂົ້າຮ່ວມໂຄງການພວກເຮົາ.