ຫົວພັນ ເປີດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ

395

ໃນວັນທີ 30 ມີນາ 2021 ແຂວງຫົວພັນ ໄດ້ເປີດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ປະຈຳປີ 2021 ຂຶ້ນຢູ່ເດີ່ນຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ຫົວພັນ, ມີບັນດາພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງ, ວິສາຫະກິດຂະໜາດກາງ – ຂະໜາດນ້ອຍ, ຫົວໜ່ວຍທຸລະກິດການຜະລິດສິນຄ້າໂອດ໊ອບທົ່ວແຂວງເຂົ້າຮ່ວມນຳ.

ການຈັດງານຕະຫຼາດນັດ ແລະ ຂາຍສິນຄ້າໂອດ໊ອບຄັ້ງນີ້ ແມ່ນເພື່ອຊຸກຍູ້ຂະບວນການຜະລິດເປັນສິນຄ້າໃຫ້ຫຼາກຫຼາຍ, ໄດ້ຄຸນນະພາບ, ມາດຕະຖານ ແລະ ເງື່ອນໄຂຂອງສິນຄ້າໂອດ໊ອບໃຫ້ມີຈຳນວນເພີ່ມຂຶ້ນ ແນໃສ່ສ້າງລາຍຮັບໃຫ້ແກ່ຜູ້ຜະລິດໂດຍກົງ ທັງເປັນການຍົກລະດັບ, ພາລະບົດບາດຂອງສິນຄ້າໂອດ໊ອບຂອງແຂວງຫົວພັນ ໃຫ້ເປັນທີ່ຮູ້ຈັກແກ່ຜູ້ຊົມໃຊ້ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງທ້ອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ພອນວັນ ອິນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ລາຍງານໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງຫົວພັນ ມີສິນຄ້າທີ່ສາມາດນຳໃຊ້ກາໝາຍໂອດ໊ອບແຫ່ງຊາດ ຈຳນວນ 5 ຫົວໜ່ວຍ. ໃນນັ້ນ, ປະເພດອາຫານ ແລະ ເຄື່ອງດື່ມ ມີ 3 ຜະລິດຕະພັນ ໄດ້ແກ່: ກຸ່ມຜະລິດແຈ່ວປາບ້ຳຊຳເໜືອ ເມືອງເໜືອ, ວິສາຫະກິດຜະລິດຕະພັນຍອດຊຳ ( ເຫຼົ້າຂາວຍອດຊຳ ) ເມືອງຊຳເໜືອ ແລະ ຜະລິດຕະພັນໂພໄຊວາຍ ເມືອງວຽງໄຊ; ຫັດຖະກໍາຈັກສານ ມີ 2 ຜະລິດຕະພັນ ໄດ້ແກ່: ກຸ່ມຫັດຖະກຳຈັກສານໄມ້ປ່ອງແອບເຂົ້ານ້ອຍບ້ານປຸ່ງ – ນາຄາວ ເມືອງວຽງໄຊ ແລະ ກຸ່ມຫັດຖະກຳຈັກສານໄມ້ປ່ອງແອບເຂົ້າບ້ານນາຍົມ ເມືອງສົບເບົາ.

ນອກນີ້, ຍັງມີສິນຄ້າທ່າແຮງ ແລະ ສິນຄ້າຕົວແບບຂອງເມືອງ ເປັນຕົ້ນແມ່ນກຸ່ມຜະລິດສວນຜັກເຮືອນຮົ່ມ ເມືອງຮ້ຽມ, ກຸ່ມຜະລິດເຫຼົ້າຂາວຖ້ຳລາ ເມືອງຮ້ຽມ, ກຸ່ມຫັດຖະກຳແຜ່ນແພ ເມືອງກວັນ ແລະ ວິສາຫະກິດຜະລິດແຈ ( ແຈປ່າພັນປີ ) ເມືອງຊ່ອນ ເຊິ່ງບັນດາຜະລິດຕະພັນເຫຼົ່ານັ້ນໄດ້ນຳມາຈັດວາງສະແດງ ແລະ ຂາຍຢູ່ເດີ່ນຫໍວັດທະນະທຳແຂວງ ນັບແຕ່ວັນທີ 25 ມີນາ ຈົນເຖິງວັນທີ 3 ເມສາ 2021.

ໂອກາດດຽວກັນນີ້, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ໄດ້ຕີລາຄາສູງຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາຫົວໜ່ວຍທຸລະກິດທີ່ພະຍາຍາມສົ່ງເສີມ, ຊຸກຍູ້ສິນຄ້າທີ່ນຳໃຊ້ວັດຖຸດິບ, ປະສົມປະສານກັບມູນເຊື້ອ, ພູມປັນຍາທ້ອງຖິ່ນພາຍໃນແຂວງໃຫ້ສາມາດເຂົ້າສູ່ຕະຫຼາດຫຼາຍຂຶ້ນ ອັນເປັນການກະຕຸກຊຸກຍູ້, ຍົກລະດັບຂະບວນການທາງດ້ານເສດຖະກິດພາຍໃນແຂວງໄດ້ຮັບການພັດທະນາ. ພ້ອມນີ້, ທ່ານໄດ້ເຊີນຊວນທຸກພາກສ່ວນພາຍໃນແຂວງ ພ້ອມກັນຊຸກຍູ້ – ສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ – ຂະໜາດກາງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຂວງ ຫົວພັນ ໃຫ້ນັບມື້ມີການຂະຫຍາຍຕົວຍິ່ງໆຂຶ້ນ.

[ ຂ່າວ: ໄອແກ້ວ ]