ນະຄອນຫຼວງ ອາຄາເດມີ ຈັດກິດຈະກໍາພາຍໃນສະໂມສອນ ປະຈໍາປີ 2021 ສໍາເລັດຢ່າງຈົບງາມ

222

ນະຄອນຫຼວງ ອາຄາເດມີ ສະໂມສອນເຍົາວະຊົນຂອງ ນະຄອນຫຼວງວຽງຈັນ ຈັດກິດຈະກໍາພາຍໃນສະໂມສອນ ປະຈໍາປີ 2021 ເມື່ອວັນທີ 27 ມີນາ 2021 ໂດຍມີຄະນະຄູຝຶກ, ນັກກີລາ ຂອງສະໂມສອນ ນະຄອນຫຼວງ ອາຄາເດມີ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ພອນໄຊ ວົງທອງຄໍາ ຄູຝຶກຂອງສະໂມສອນ ນະຄອນຫຼວງ ອາຄາເດມີ ກ່າວວ່າ: ສະໂມສອນ ນະຄອນຫຼວງ ອາຄາເດມີ ເປີດສອນນັກກີລາຢ່າງເປັນທາງການເມື່ອວັນທີ 15 ຕຸລາ 2019 ເຊິ່ງສ້າງຂຶ້ນມາກໍເພືື່ອການພັດທະນາການຝຶກແອບຂອງນ້ອງໆ ແລະ ພັດທະນາທັກສະບານເຕະໃຫ້ດີຂຶ້ນ ໂດຍສະເພາະແມ່ນເປັນການດືງດູດໃຫ້ນັກກີລາມີຄວາມຮັກມັກໃນກີລາບານເຕະ ແລະ ສ້າງສະມັດຕະພາບທາງການຮ່າງກາຍ ແລະ ສະໝອງໃຫ້ກັບນ້ອງ.

“ ດັ່ງນັ້ນມື້ນີ້ຈິ່ງຈັດກິດຈະກໍາພາຍໃນສະໂມສອນ ເພື່ອໃຫ້ນ້ອງໆໄດ້ທົດສອບຄວາມສາມາດຫຼັງຈາກທີ່ໄດ້ຮຽນມາ ແລະ ໄດ້ຮ່ວມກັນເບີກບານມ່ວນຊື່ນຮ່ວມກັນ ລວມເຖິງພໍ່ແມ່ຜູ້ປົກຄອງໄດ້ມາຊົມການແຂ່ງຂັນຂອງລູກໆດ້ວຍຮອຍຍິ້ມອັນເບີກບານມ່ວນຊື່ ຫວັງຢ່າງຍິ່ງວ່າ ງານນີ້ຈະເປັນງານທີ່ສ້າງຄວາມປະທັບໃຈໃຫ້ກັບນ້ອງໆນັກກີລາ ແລະ ພໍ່ແມ່ນຜູ້ປົກຄອງ ແນ່ນອນງານນີ້ໄດ້ຮັບການສະໜັບສະໜູນຈາກສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ບໍລິສັດຮ້າງຮ້ານທີ່ໃຫ້ການສະໜັບສະໜູນ ລວມເຖິງສະໂມສອນສີລະປະດົນຕີ ດ່ານຊ້າງ ໃຫ້ການສະໜັບສະໜູນໃນການປະກອບສຽງພຽງພາຍໃນງານໃຫ້ມີຄວາມສົມບູນ ” ທ່ານ ພອນໄຊ ວົງທອງຄໍາ.

ກິດຈະກໍາດັ່ງກ່າວ ເລີ່ມຂຶ້ນໃນເວລາ 6:30 ໂມງຈົນເຖິງ 12:30 ໂມງຂອງວັນດັ່ງກ່າວ ໂດຍມີນັກກີລາພາຍໃນສະໂມສອນ ແລະ ພໍ່ແມ່ນຜູ້ປົກຄອງເຂົ້າຮ່ວມຫຼາຍກວ່າ 100 ຄົນ, ສ່ວນກິດຈະກໍາເລີ່ມຈາກນັກກີລາແລ່ນອອກສູ່ສະໜາມກ່ອນລຽນແຖວເປັນຮູບຕົວ VFA ເຊິ່ງໝາຍເຖິງ ນະຄອນຫຼວງ ອາຄາເດມີ ( Vientiane Football Academy ) ຕໍ່ດ້ວຍການອົບອຸ່ນຮ່າງກາຍ ກ່ອນທີ່ຈະມີການໂຮມໂຕ ທ່າມກາງການສະແດງສີລະປະລາຍການຕ່າງໆຈາກ ສະໂມສອນສີລະປະດົນຕີ ດ່ານຊ້າງ.

ຫຼັງສໍາເລັດພິທີເປີດທາງການໄດ້ມີການແບ່ງທີມພາຍໃນແຕ່ລະຮຸ່ນຄື: ຢູ 10, 12, 14, 16 ແລະ 18 ປີ ຮຸ່ນລະ 3 ທີມແຂ່ງຂັນພົບກັນໝົດ ແລະ ຄັດເອົາທີມທີ່ດີທີ່ສຸດເປັນຜູ້ຊະນະ ໄດ້ຮັບຫຼຽນຄໍາ, ອັນດັບ 2 ໄດ້ຮັບຫຼຽນເງິນ ແລະ ອັນດັບ 3 ໄດ້ຫຼຽນທອງ ທາມກາງຄວາມເບີກບານມ່ວນຊື່ຂອງນັກກີລາ ແລະ ຜູ້ແມ່ຜູ້ປົກຄອງ.

ສໍາລັບ ນະຄອນຫຼວງ ອາຄາເດມີ ສ້າງຕັ້ງຂຶ້ນວັນທີ 15 ຕຸລາ 2019 ເຊິ່ງປັດຈຸບັນມີການສອນນັກກີລາ 5 ຮຸ່ນຄື: ຢູ 10, 12, 14, 16 ແລະ 18 ປີ ໂດຍມີຄະນະຄູຝຶືກ 5 ທ່ານຄື: ທ່ານ ໂພທອງ ວົງກົດ ຫົວໜ້າຄູຝຶືກ ແລະ ຄູ່ຝຶືກອີກ 4 ທ່ານໄດ້ແກ່ ທ່ານ ພອນໄຊ ວົງທອງຄໍາ, ທ່ານ ສຸກສາຄອນ ອົດແກ້ວວໍລະເດດ, ທ່ານ ສົມພອນ ໄຊອາສາ ແລະ ທ່ານ ສົມປະສົງ ນາມວົງສັກ.

ຂ່າວ-ຮູບ: ຫຼ້າ