ສຕລ ຈັດຝຶກອົບຮົມການຈັດການແຂ່ງຂັນບານເຕະໃຫ້ບັນດາ ສະຫະພັນບານເຕະແຂວງພາກເຫນືອ

345

ກອງປະຊຸມຝຶກອົບຮົມວຽກງານຈັດການແຂ່ງຂັນກິລາເຕະບານ ແລະ ວຽກງານເລຂາທິການ ຄັ້ງນີ້ ໄດ້ຈັດຂຶ້ນ ຢູ່ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ, ໂດຍມີ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນ ບານເຕະແຫ່ງຊາດລາວ ແລະ ທ່ານ ສັນຕິກອນ ແສງດາລາ ຮອງຫົວຫນ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ ເປັນຜູ້ນຳພາການຈັດຝຶກອົບຮົມຕາມແຜນການພັດທະນາການຈັດການແຂ່ງຂັນຂອງ ສຕລ ພ້ອມດ້ວຍອະທິບາຍ ພາລະບົດບາດວຽກງານເລຂາທິການຂອງສະຫະພັນບານເຕະ ໃຫ້ແກ່ ບັນດາສະຫະພັນບານເຕະແຂວງໄດ້ເຂົ້າໃຈ ແລະແລກປ່ຽນບົດຮຽນເຊິ່ງກັນແລະກັນ.

ຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ປະກອບດ້ວຍ ບັນດາ ທ່ານ ເລຂາທິການຈາກ ສະຫະພັນບານເຕະແຂວງ ຫລວງພະບາງ, ແຂວງຫົວພັນ, ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ, ແຂວງໄຊຍະບູລີ, ພະນັກງານວິຊາການສະຫະພັນບານເຕະແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 2 ວັນຄື ໃນລະຫວ່າງວັນທີ 30 – 31 ມີນາ 2021 ໂດຍ ບັນດານັກສຳມະນາກອນທີ່ເຂົ້າຮ່ວມ ຈະໄດ້ຮຽນຮູ້ກ່ຽວກັບວິທີການຈັດການແຂ່ງຂັນ ທຸກຂັ້ນຕອນ ນັບຕັ້ງແຕ່ ການຈັດກອງປະຊຸມເຕັກນິກ, ການຄວບຄຸມການແຂ່ງຂັນ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານການແພດ, ວຽກງານສື່ມວນຊົນ, ວຽກງານ ການຕະຫຼາດ, ວຽກງານພິທີການ, ການລາຍງານຫຼັງຈົບເກມການແຂ່ງຂັນ ແລະ ວຽກງານປິ່ນອ້ອມອື່ນໆໃນການຈັດການແຂ່ງຂັນ. ນອກຈາກນັ້ນ ຍັງມີວຽກງານເລຂາທິການ, ການຂຶ້ນແຜນງົບປະມານ ແລະ ການນຳໃຊ້ງົບປະມານໃຫ້ສອດຄ່ອງກັບລະບຽບຕ່າງໆໃຫ້ຖືກຕ້ອງ. ທັງນີ້ ກໍເພື່ອເປັນການກະກຽມຄວາມພ້ອມໃນການຈັດການແຂ່ງຂັນລາຍການຕ່າງໆ ທີ່ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫະພັນບານເຕະແຂວງ ຈະຈັດຂຶ້ນຮ່ວມກັນໃນປີ 2021 ເປັນຕົ້ນແມ່ນ ການແຂ່ງຂັນເຕະບານລາວລີກ 2 ພາຍໃນແຂວງ, ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 22 ປີ, ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ການແຂ່ງຂັນເຕະບານເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.