ຫຼວງພະບາງ ແຈ້ງຫ້າມຈັດຫຼາຍຢ່າງ ໃນບຸນປີໃໝ່ລາວ ພສ 2564 ນີ້

616

ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ອອກແຈ້ງການ ສະບັບເລກທີ 230/ຫວຂ ຫຼບ ລົງວັນທີ 26 ມີນາ 2021 ກ່ຽວກັບ ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 (ຄສ 2021). ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ລະບາດໃນລະດັບຕ່າງໆ, ສະນັ້ນ ໃນການຈັດຕັ້ງສະຫຼອງປີໃໝ່ນີ້ ທົ່ວປວງຊົນລາວບັນດາເຜົ່າ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວ່າງອອກໃນແຕ່ລະໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ ໂດຍເອົາໃນໃສ່ບາງຈຸດສຸມຕົ້ນຕໍດັ່ງນີ້:

1: ກຳນົດວັນພັກສະຫຼອງປີໃໝ່ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15 ແລະ 16 ເມສາ 2021; 2: ການຈັດຕັ້ງສະຫຼອງບຸນປີໃໝ່ລາວ ໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສຳນັກງານ, ອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູໍາຕ່າງໆ (ການບາສີສູ່ຂວັນ, ການສົງພະຕ່າງໆ);

3: ກິດຈະກຳທີ່ບໍ່ໃຫ້ດຳເນີນໃນຊ່ວງໄລຍະປີໃໝ່ມີ: ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນຳໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນ ຢູ່ຕາມຫົນທາງ ແລະ ສະຖານທີ່ຕ່າງໆ; ງານສະແດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກຳນົດໄວ້); 4: ມອບໃຫ້ອົງການປົກຄອງທຸກຂັ້ນສົມທົບກັບກຳລັງປ້ອງກັນອາວຸດຂັ້ນຕົ້ນ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມຕາມສຳນັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ;

5: ມອບໃຫ້ກອງບັນຊາການ ປກສ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮອງສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ; 6: ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ນີ້ຢ່າງເດັດຂາດ; 7: ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມໝັ້ນທ່ຽງ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ;

8: ໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ໃຫ້ສອດຕ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນທັງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງ ແລະ ລາຍງານສະພາບການຕ່າງໆໃຫ້ຂັ້ນເທິງຖັດຕົນເປັນປົກກະຕິ; 9: ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໂດຍຕິດພັນກັບລະບຽບສະເພາະຂອງຕົນຜ່ານສື່ຕ່າງໆໃຫ້ພະນັກງານ, ທະຫານ-ຕຳຫຼວດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.