ເຊື່ອວ່າຫຼາຍໆຄົນເອງເຄີຍໄດ້ຍິນແຕ່ວ່າການຮຽນການປຸງແຕ່ງ ແມ່ນການຮຽນປຸງແຕ່ງອາຫານພຽງຢ່າງດຽວເທົ່ານັ້ນ ແຕ່ໃນ ຄວາມຈິງແລ້ວສາຂາການຮຽນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ແມ່ນການຮຽນຮູ້ເຖິງວິທີ ແລະ ສູດປຸງແຕ່ງອາຫານປະເພດຕ່າງໆ ພ້ອມທັງເຮັດເຄື່ອງດື່ມທີ່ຫຼາກຫຼາຍປະເພດ. ສະນັ້ນ, ເຮົາມາເບິ່ງຄໍາຖາມຍອດນິຍົມທີ່ຖືກຖາມຫຼາຍທີ່ສຸດກ່ຽວກັບການປຸງແຕ່ງກັນເບິ່ງວ່າມີຫຍັງແດ່?
1. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ແມ່ນຮຽນກ່ຽວກັບຫຍັງແດ່?
ການຮຽນການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມປະກອບດ້ວຍຫຼາຍໆວິຊາຮຽນທີ່ຊ່ວຍໃຫ້ເຮົາໄປເຮັດວຽກຕົວຈິງໄດ້ເລີຍ ເຊັ່ນ: ມີການຮຽນການກວດກາຄຸນນະພາບຂອງອາຫານ, ຄວາມຮູ້ພື້ນຖານດ້ານການທ່ອງທ່ຽວ ແລະ ການໂຮງແຮມ, ຮຽນຮູ້ສູດຂອງການເຮັດອາຫານ, ສ້າງເມນູອາຫານຂອງຕົນເອງດ້ວຍຄວາມຄິດໃໝ່ໆ. ບໍ່ພຽງແຕ່ເທົ່ານັ້ນນັກສຶກສາຍັງຈະໄດ້ຮຽນກ່ຽວກັບການສື່ສານ ແລະ ການຕິດຕໍ່ພົວພັນກັບຜູ້ໃຊ້ບໍລິການ, ການບໍລິການລູກຄ້າ, ການບໍລິການດ້ານການຕະຫຼາດ, ການນໍາໃຊ້ຄອມພິວເຕີພື້ນຖານ ແລະ ການຝຶກການນໍາໃຊ້ພາສາອັງກິດທີ່ໃຊ້ສໍາລັບການບໍລິການ.
2. ຕ້ອງໃຊ້ເວລາຮຽນ ແລະ ຕ້ອງມີເງື່ອນໄຂແນວໃດຈຶ່ງຈະເຂົ້າຮຽນໄດ້?
ສໍາລັບຫຼັກສູດການຮຽນຈະມີໄລຍະຮຽນຕັ້ງແຕ່ຫຼັກສູດໄລຍະສັ້ນ 3 ເດືອນ, ຫຼັກສູດໄລຍະສັ້ນ 6 ເດືອນ, ຫຼັກສູດຊັ້ນກາງ 2 ປີ ແລະ ຫຼັກສູດຊັ້ນກາງ 3 ປີ. ສ່ວນເງື່ອນໄຂໃນການສະໝັກຮຽນນັ້ນຂໍພຽງແຕ່ຮຽນຈົບຊັ້ນປະຖົມ, ຊັ້ນມັດທະຍົມຕອນຕົ້ນ ຫຼື ຕອນປາຍກໍສາມາດສະໝັກເຂົ້າຮຽນໄດ້ແລ້ວ.
3. ມີໂຮງຮຽນ ຫຼື ວິທະຍາໄລໃດແດ່ທີ່ເປີດສອນ?
– ມີໂຮງຮຽນ ຫຼື ວິທະຍາໄລທີ່ເປີດສອນໃນສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຢູ່ໃນທຸກແຂວງ ທົ່ວປະເທດ.
4. ຫຼັງຈາກຮຽນຈົບແລ້ວຈະມີ ຄວາມຮູ້ຫຍັງຕິດຕົວແດ່?
• ຫຼັກການປຸງແຕ່ງອາຫານຂັ້ນພື້ນຖານ
• ຄວາມສາມາດໃນການປຸງແຕ່ງອາຫານ ແລະ ເຄື່ອງດື່ມຫຼາກຫຼາຍປະເພດ
• ທັກສະການວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ
• ທັກສະການບໍລິການອາຫານ ແລະ ເຄື່ອງດື່ມ
• ມີພື້ນຖານໃນການປະຍຸກອາຫານ ແລະ ຄິດຄົ້ນສູດອາຫານ, ເຄື່ອງດື່ມແບບໃໝ່ໆ
5. ເມື່ອຮຽນຈົບໄປແລ້ວສາມາດເຮັດວຽກຫຍັງໄດ້ແດ່?
• ສາມາດປະກອບອາຊີບເປັນພໍ່ຄົວ/ແມ່ຄົວຕາມຮ້ານອາຫານ, ໂຮງແຮມ ແລະ ພັດຕາຄານຕ່າງໆ
• ສາມາດເປີດຮ້ານອາຫານ ແລະ ຮ້ານບັນເທີງທີ່ໃຫ້ບໍລິການທາງດ້ານອາຫານ ແລະ ເຄື່ອງດື່ມ
• ເປັນຜູ້ພັດທະນາສູດອາຫານ ແລະ ເຄື່ອງດື່ມ
• ເປັນນັກຂຽນປຶ້ມສູດອາຫານ ແລະ ເຄື່ອງດື່ມ
• ເປັນອາຈານສອນການປຸງແຕ່ງອາຫານ ແລະ ເຄື່ອງດື່ມ
• ປະກອບອາຊີບເປັນບາເທັນເດີ ຫຼື ບາຣິສຕ້າໄດ້
ພ້ອມແລ້ວບໍ່ທີ່ຈະຕັດສິນໃຈຮຽນໃນຕອນນີ້ ເພາະເມື່ອມີການເປີດປະເທດອີກບັນດາຮ້ານອາຫານ ແລະ ໂຮງແຮມຈະຕ້ອງການບຸກຄະລາກອນຢ່າງຫຼວງຫຼາຍ. ຖ້າຫາກນ້ອງໆຄົນໃດມີ ຄວາມສົນໃຈຮຽນໃນຂະແໜງ ການທ່ອງທ່ຽວ ແລະ ການໂຮງແຮມ ທ່ານສາມາດເຂົ້າໄປເບິ່ງໄດ້ທີ່:
Facebook Page: “ ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ ” ຫຼື www.thlaos.edu.la
ເຊິ່ງຮວບຮວມບັນດາຂໍ້ມູນ – ຂ່າວສານກ່ຽວກັບການຮຽນ ແລະ ການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນລະດັບອາຊີວະສຶກສາຢູ່ຂອບເຂດທົ່ວປະເທດ.