ທຄຕລ ນໍາສະເໜີຜະລິດຕະພັນ ບັດຊິບ ATM UnionPay

951

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ນໍາສະເໜີອີກໜຶ່ງບໍລິການຮູບແບບໃໝ່ ນໍາເອົາຄວາມທັນສະໄໝ ແລະ ສະດວກສະບາຍສູ່ຜູ້ໃຊ້ບໍລິການຜ່ານຜະລິດຕະພັນບັດຊິບ ATM UnionPay.
ພິທີເປີດຜະລິດຕະພັນບັດຊິບ ATM UnionPay ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021

ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ທັງເປັນປະທານສະພາບໍລິຫານທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ກ່າວວ່າ: ການບໍລິການຜະລິດຕະພັນບັດ ATM BCEL UnionPay ແມ່ນອີກການບໍລິການໜຶ່ງຂອງ ທຄຕລ ທີ່ໄດ້ເລີ່ມໃຫ້ບໍລິການແຕ່ປີ 2011 ເປັນຕົ້ນມາ ໂດຍມີຈໍານວນບັດຫຼາຍກວ່າ 900.000 ບັດ ກວມເອົາສັດສ່ວນທາງການຕະຫຼາດ 85% ໃນຂອບເຂດທົ່ວປະເທດ.

อาจเป็นรูปภาพของ หน้าจอ

ການເປີດໂຕນໍາໃຊ້ຜະລິດຕະພັນບັດຊິບ ATM BCEL UnionPay ໃນຄັ້ງນີ້ກໍແມ່ນໜຶ່ງໃນການພັດທະນາ ດ້ວຍການນຳໃຊ້ຄວາມກ້າວໜ້າຂອງເຕັກໂນໂລຊີເຂົ້າໃນວຽກງານປັບປຸງການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ.

ໃນການປ່ຽນບັດເປັນບັດຊິບ ATM BCEL UnionPay ນີ້ ນອກຈາກຂໍ້ມູນຈະຖືກເກັບໄວ້ໃນແຜ່ນຊິບ ເຊິ່ງຈະມີຄວາມປອດໄພສູງ, ປ້ອງກັນຄວາມສ່ຽງໃນການຖືກລັກຂໍ້ມູນແລ້ວ ຍັງມີຄຸນລັກສະນະທີ່ໂດດເດັ່ນ ແລະ ພິເສດກວ່າເກົ່າ ຄື: ສາມາດຮອງຮັບການຊໍາລະລາຍການເຄື່ອງຮັບບັດ Contactless ຫຼື ເອີ້ນວ່າຟັງຊັນ Tap & Go ເຊິ່ງເປັນເຕັກໂນໂລຊີທີ່ເພີ່ມເຂົ້າມາຊ່ວຍໃຫ້ມີຄວາມສະດວກສະບາຍໃນການຊຳລະພຽງແຕ່ແຕະທີ່ເຄື່ອງຮັບບັດ ກໍສາມາດຊໍາລະຄ່າສິນຄ້າ ແລະ ບໍລິການໄດ້ແລ້ວ.

ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ນອກຈາກນັ້ນ ຍັງອອກບັດເພີ່ມຄື ບັດ MyWay ( ບັດຊິບ ATM BCEL MyWay UnionPay ) ເຊິ່ງລູກຄ້າສາມາດເລືອກ ຫຼື ຕົກແຕ່ງຮູບພາບທີ່ປະທັບໃຈ ພິມໃສ່ໜ້າບັດໄດ້ຕາມໃຈມັກອີກ. ພິເສດໄປກວ່ານັ້ນແມ່ນໄດ້ພັດທະນານະວັດຕະກໍາໃໝ່ ເຊິ່ງເປັນຄັ້ງທໍາອິດໃນ ສປປ ລາວ ທີ່ລູກຄ້າສາມາດປ່ຽນບັດໃໝ່ໄດ້ດ້ວຍຕົວເອງໂດຍຜ່ານແອັບ BCEL One ທີ່ສາມາດເລືອກສະຖານທີ່ຮັບບັດໃໝ່ໄດ້, ພ້ອມນັ້ນກໍຍັງສາມາດນໍາໃຊ້ຟັງຊັນຕ່າງໆໃນແອັບ BCEL One ໄດ້ໃນລະຫວ່າງທີ່ລໍຖ້າຮັບບັດໃໝ່.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ລູກຄ້າທີ່ນໍາໃຊ້ບັດ ATM BCEL UnionPay ແບບເກົ່າ ສາມາດມາປ່ຽນເປັນບັດຮູບແບບໃໝ່ຕາມປະເພດບັດຂອງຕົນໄດ້ ໂດຍບໍ່ມີຄ່າທໍານຽມໃນການປ່ຽນບັດ ( ຟຣີ ) ເຊິ່ງສາມາດປ່ຽນໄດ້ຜ່ານ 2 ຊ່ອງທາງ ຄື: ຜ່ານແອັບ BCEL One ແລະ ຜ່ານ Counter ບໍລິການທຸກສາຂາ ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວປະເທດ.

ສຳລັບລູກຄ້າທີ່ນໍາໃຊ້ແອັບ BCEL One ພາຍຫຼັງສຳເລັດການປ່ຽນບັດຊິບຜ່ານແອັບ BCEL One ແລ້ວ, ລູກຄ້າຈະໄດ້ຮັບຂໍ້ມູນບັດໃໝ່ທັນທີໃນຮູບແບບ Virtual Card ( ບັດສະເໝືອນຈິງ ) ແລະ ສາມາດນຳໃຊ້ຟັງຊັນຕ່າງໆໄດ້ເໝືອນເດີມ, ຫຼັງຈາກນັ້ນລູກຄ້າຈະໄດ້ຮັບຂໍ້ຄວາມແຈ້ງເຕືອນຈາກທະນາຄານຜ່ານແອັບ BCEL One ເພື່ອໃຫ້ລູກຄ້າເຂົ້າມາພົວພັນຮັບບັດໃໝ່ທີ່ຈຸດບໍລິການຂອງທະນາຄານຕາມລູກຄ້າໄດ້ເລືອກໄວ້. ສ່ວນລູກຄ້າທີ່ບໍ່ໄດ້ນໍາໃຊ້ແອັບ BCEL One ແມ່ນສາມາດມາປ່ຽນ ແລະ ຮັບບັດໄດ້ທີ່ເຄົາເຕີບໍລິການ ໂດຍລະຫັດຮັບບັດຈະຖືກສົ່ງເຂົ້າເບີມືຖືຂອງລູກຄ້າ.

ໃນຍຸກແຫ່ງການພັດທະນາທີ່ເຕັກໂນໂລຊີມີຄວາມກ້າວໜ້າສູງ, ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ, ທ່ານຜູ້ອໍານວຍການໃຫຍ່ ທຄຕລ ກ່າວ.